ຜູ້ນໍາໃໝ່ຈາກພັກການເມືອງ ເກົ່າ
2016.04.24
ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ ມີສູນກາງ ຢູ່ ປະເທສ ເຢັຽຣະມັນ ແລະ ມີສາຂາ ໃນ ຫຼາຍປະເທສ ຮວມທັງ ສະຫະຣັຖ ອະເມຣິກາ ເຫັນວ່າ ແນວທາງ ນະໂຍບາຍ ຂອງ ຄນະນໍາ ຣັຖບາລ ສປປລາວ ຊຸດໃໝ່, ຮວມທັງ ປະທານ ປະເທສ, ຮອງ ປະທານ ປະເທສ ແລະ ນາຍົກ ຣັຖມົນຕຣີ ນັ້ນ ຍັງຈະບໍ່ ປ່ຽນແປງ ຈາກ ຄນະນໍາ ຊຸດກ່ອນ, ຈະ ປະຕິບັດ ຕາມແຜນ ພັທນາ ເສຖກິຈ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 ທີ່ ກອງປະຊຸມ ໃຫຍ່ ຄັ້ງທີ 10 ຂອງພັກ ປະຊາຊົນ ປະຕິວັດລາວ ໄດ້ ວາງອອກ ເມື່ອເດືອນ ມົກກະຣາ ທີ່ ຜ່ານມາ ນັ້ນ ຢູ່.
ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ກ່າວ ຕອບຄໍາຖາມ ຂອງ ວິທຍຸ ເອເຊັຽເສຣີ ໃນ ວັນທີ 24 ເມສາ 2016 ທີ່ວ່າ ເວົ້າເຖິງ ແນວທາງ ນະໂຍບາຍ ຂອງ ຄນະນໍາ ຣັຖບາລ ຊຸດໃໝ່ ນີ້, ທ່ານຄິດວ່າ ຈະມີຫຍັງ ປ່ຽນແປງ ຈາກ ຄນະນໍາ ຊຸດເກົ່າ ແດ່ບໍ ຫລືວ່າ ຈະຍັງເປັນ ແບບເກົ່າ ໃນການ ຄຸ້ມຄອງ ຣັຖ, ຄຸ້ມຄອງ ສັງຄົມ ແລະ ບໍຣິຫານ ປະເທສ ຫລືວ່າ ເປັນພຽງ ການສັບປ່ຽນ ບຸກຄົນ ຫຼື ຄນະນໍາ ໃໝ່ ເທົ່ານັ້ນ? ດຣ. ບຸນທອນ ຕອບວ່າ:
"ຂ້າພະເຈົ້າ ເຫັນວ່າ ການປ່ຽນແປງ ຄນະນໍາ ຊຸດໃໝ່ ໃນ ສປປລາວ ຄັ້ງນີ້ ບໍ່ມີການ ປ່ຽນແປງ ນະໂຍບາຍ ຫຍັງໝົດ ໝາຍຄວາມວ່າ ຍັງແມ່ນ ເອົາເຫລົ້າເກົ່າ ມາໃສ່ ຂວດໃໝ່ ກໍຄືວ່າຍັງ ດໍາເນີນ ນະໂຍບາຍ ຜະເດັດການ ພັກດຽວ ຄື ພັກ ປະຊາຊົນ ປະຕິວັດ ລາວ ທີ່ເປັນພັກ ຄອມມິວນິສ ກໍາ ອໍານາດ ຕໍ່ໄປ".
ແລະ ເມື່ອ ຖາມວ່າ ໃນຄນະນໍາ ຣັຖບາລ ສປລາວ ຊຸດໃໝ່ ທັງ ປະທານ ປະເທສ, ຮອງ ປະທານ ປະເທສ, ແລະ ນາຍົກ ຣັຖມົນຕຣີ ກໍເປັນ ຄົນໃໝ່ ແລະ ຄນະ ຣັຖບາລ ເກືອບເຖິງ 30 ຄົນ, ຖ້າເບິ່ງເປັນ ຣາຍບຸກຄົນ ແລະ ຕໍາແໜ່ງ ທີ່ໄດ້ຮັບ ມອບໝາຍ ທຽບໃສ່ ຄນະນໍາ ຊຸດກ່ອນ ແລ້ວ ທ່ານເຫັນວ່າ ມີຫຍັງ ກ້າວໜ້າ ກວ່າເກົ່າ ແດ່ບໍ? ຫລືວ່າ ເປັນແນວໃດ? ດຣ. ບຸນທອນ ຕອບ ຕອນນຶ່ງວ່າ:
"ຂ້າພະເຈົ້າ ສັງເກດ ເຫັນວ່າ ຄນະນໍາ ຊຸດໃໝ່ ນີ້ ປາກົດວ່າ ພວກເພິ່ນ ເອົາຜູ້ ທີ່ເປັນ ຊາວໜຸ່ມ ຜູ້ທີ່ມີ ຄວາມຮູ້ ເຂົ້າມາ ເພີ້ມຂຶ້ນ ແລະ ສັງເກດ ເຫັນວ່າ ກຸ່ມ ທີ່ນໍຍົມ ວຽດນາ ມີໜ້າທີ່ ຕໍ່ແໜ່ງ ສໍາຄັນຫຼາຍ ແລະ ກຸ່ມ ນິຍົມຈີນ ສ່ວນຫຼາຍນີ້ ຖືກຕົກ ອໍານາດໄປ ພິເສດສຸດ ກະຄື ຜູ້ທີ່ ປະຊາຊົນ ລາວ ນິຍົມ ຊົມຊອບ ຄື ດຣ. ຄໍາເຜີຍ ປານມະໄລທອງ ໄດ້ຖືກ ອອກຈາກ ບັນຊີ ໄປ ອັນນີ້ ເປັນເຣຶ່ອງ ທີ່ວ່າໜ້າຄຶດ".
ກອງປະຊຸມ ຄັ້ງ ປະຖົມມະລືກ ຂອງ ສະພາ ແຫ່ງຊາດ ຊຸດທີ 8 ໄດ້ຮັບຮອງ ເອົາ ໂຄງປະກອບ ກົງຈັກ ແລະ ບຸກຄົນ ເຂົ້າໃນ 3 ອົງການ ອໍານາດ ແຫ່ງຣັຖ, ຮັບຮອງ ເອົາ ຍານາງ ປານີ ຢາທໍ່ຕູ້ ເປັນ ປະທານ ສະພາ ແຫ່ງຊາດ, ທ່ານ ບຸນຍັງ ວໍລະຈິດ ເປັນ ປະທານ ປະເທສ ແລະ ທ່ານ ທອງລຸນ ສີສຸລິດ ເປັນ ນາຍົກ ຣັຖມົນຕຣີ ຮວມທັງ ຄນະຣັຖບານ ຊຸດໃໝ່ ຈໍານວນ 28 ຄົນ ເພື່ອ ບໍຣິຫານ ປະເທສ ໃນ ກໍານົດ 5 ປີ ຕໍ່ໄປ.
ພ້ອມກັນນັ້ນ ຍັງຮັບຮອງ ເອົາ ທ່ານ ຄໍາສານ ສຸວົງ ເປັນ ຫົວໜ້າ ອົງການ ອັຍການ ປະຊາຊົນ ສູງສຸດ ແລະ ທ່ານ ຄໍາພັນ ສິດທິດາພາ ເປັນປະທານ ສານ ປະຊາຊົນ ສູງສຸດ ນໍາດ້ວຍ.