ສະພາແຫ່ງຊາດລາວ ຈະມີປະຊຸມ ສໄມວິສາມັນ
2021.07.29

ສະພາແຫ່ງຊາດ ຊຸດທີ 9 ຂອງ ສປປລາວ ຈະເປີດກອງປະຊຸມ ສມັຍວິສາມັນ ເທື່ອທີ 1 ເຣີ່ມແຕ່ມື້ວັນທີ 5 ຫາ ວັນທີ 10 ສິງຫາ 2021 ນີ້ເພື່ອພິຈາຣະນາ ແລະຮັບຮອງເອົາບົດຣາຍງານ ຂອງຣັຖບາລກ່ຽວກັບວາຣະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສຖກິດ-ການເງິນ ແລະ ກ່ຽວກັບວາຣະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສພຕິດ, ປັບປຸງບາງມາດຕຣາ ຂອງ ກົດໝາຍ 5 ສະບັບ ຮວມທັງກົດໝາຍວ່າດ້ວຍ ການຄຸ້ມຄອງຊ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນຣາຍໄດ້ກົດໝາຍວ່າດ້ວຍ ຢາເສພຕິດ ແລະ ຮັບຟັງການຣາຍງານ ຂອງ ຣັຖບາລ ກ່ຽວກັບ ສະພາບການແຜ່ຣະບາດ ຂອງໂຄວິດ-19 ແລະ ມາຕການແກ້ໄຂ ຜົນກະທົບ ຈາກ ການແຜ່ຣະບາດຂອງໂຄວິດ-19. ກ່າວເຖິງກອງປະຊຸມດັ່ງກ່າວ ເຈົ້າໜ້າທີ່ສະພາແຫ່ງຊາດ ນາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 29 ກໍຣະກະດາ ນີ້ວ່າ:
”ເພິ່ນແຈ້ງໄປແລ້ວນະເຈົ້າ ເພິ່ນຖແລງຂ່າວໄປແລ້ວເຈົ້າ ຕາມທີ່ເພິ່ນຖແລງຂ່າວເລີຍໂຕນີ້.”
ບັນຫາທີ່ປະຊາຊົນລາວ ຕ້ອງການໃຫ້ກອງປະຊຸມ ສະພາແຫ່ງຊາດ ແກ້ໄຂຢ່າງຮີບດ່ວນນັ້ນ, ຈາກການສອບຖາມປະຊາຊົນຢູ່ຫຼາຍ ແຂວງຂອງລາວ ຮວມທັງແຂວງບໍ່ແກ້ວ, ຫລວງ ພຣະບາງ, ວຽງຈັນ ແລະ ແຂວງສວັນນະເຂດ ໄດ້ຮູ້ວ່າ ສ່ວນຫລາຍແມ່ນຢາກໃຫ້ ແກ້ຫລາຍບັນຫາ ໂດຍສະເພາະດ້ານເສຖກິດ ຍ້ອນທີ່ຜ່ານມາ ແກ້ໄຂບໍ່ໄດ້ດີປານໃດ, ການແຜ່ຣະບາດຂອງໂຄວິດ-19 ກໍຍິ່ງເຮັດໃຫ້ ປະຊາຊົນ ທຸກຍາກຫລາຍກວ່າເກົ່າ.
ຢູ່ແຂວງສວັນນັະເຂດ ປະຊາຊົນລາວນາງນຶ່ງ ຢາກສເນີໃຫ້ກອງປະຊຸມ ສະພາແຫ່ງຊາດ ທີ່ຈະເປີດຂຶ້ນໃນເດືອນໜ້ານີ້ ເວົ້າເຣື່ອງ ການແກ້ໄຂບັນຫາເສຖກິດ ຍ້ອນທຸຣະກິດ ຮ້ານອາຫານ, ໂຮງແຮມບໍ່ສາມາດ ເປີດບໍຣິການໄດ້ຕາມປົກກະຕິ, ເຮັດໃຫ້ຕ້ອງໄດ້ຫຼຸດ ຈໍານວນ ພະນັກງານລົງ ແລະບໍ່ສາມາດຈ່າຍເງິນ ໃຫ້ຄົນງານເຕັມໄດ້:
“ຄືຕອນນີ້ພະນັກງານເຮົາ ກະຕົກວຽກຫລາຍນໍ ອະວ່າເງິນເດືອນກະບໍ່ໄດ້ ອະເຕັມຮ້ອຍເປີເຊັນ ຖ້າວ່າມີວຽກເພິ່ນກໍຈະບໍ່ລະບຸວ່າ ເຮັດຫຍັງຫັ້ນນະ ເດືອນນີ້ ພະນັກງານຕົກວຽກ ຫລາຍຫັ້ນນະ ແລ້ວແຕ່ວ່າຄົນທີ່ມີວຽກເຮັດ ກະໄດ້ຮັບເງິນພໍລ້ຽງຊີບໄປວັນໆຫັ້ນນະ.”
ແລະຜູ້ປະກອບການຮ້ານຄ້າ ຮ້ານອາຫານຢູ່ແຂວງສວັນນະເຂດ ກໍເວົ້າວ່າ ຢາກໃຫ້ກອງປະຊຸມ ທີ່ຈະຈັດຂຶ້ນນີ້ ເວົ້າເຣື່ອງນະໂຍບາຍ ຍົກເລີກ ຫຼືຫຼຸດຜ່ອນຄ່າທໍານຽມ ຄ່າພາສີອາກອນລົງ ບໍ່ວ່າຈະແມ່ນໄລຍະໂຄວິດ-19 ຣະບາດ ຫຼືບໍ່ກໍຕາມ ຍ້ອນບໍ່ໄດ້ຂາຍເຄື່ອງຂອງ ແລະ ອາຫານດີປານໃດ:
”ບໍ່ຢາກໃຫ້ພາກຣັຖນໍ ເກັບຄ່າທໍານຽມ ພາສີ ອາກອນສີນະ ຈັ່ງຊີ້ພວກເຮົາເປີດຮ້ານບໍ່ໄດ້ ຂາຍເຄື່ອງບໍ່ໄດ້ ທີ່ຜ່ານມາກະເກັບຢູ່ ແຕ່ມາ 2-3 ນີ້ເພິ່ນກະບໍ່ໄດ້ເກັບ ຕັ້ງແຕ່ຕົ້ນປີເພິ່ນກະ ເກັບຢູ່ ແຕ່ຊ່ວງນີ້ເພິ່ນກະຜ່ອນຜັນ ຂັ້ນຖ້າວ່າເຮົາເປີດຮ້ານ ປົກກະຕິແລ້ວ ເພິ່ນກະຈະກັບມາເກັບ.”
ໃນຂນະດຽວກັນ ປະຊາຊົນຢູ່ແຂວງວຽງຈັນ ນາງນຶ່ງ ກໍເວົ້າວ່າ ຕົນກໍຢາກໃຫ້ກອງປະຊຸມນັ້ນ ຫາລືກັນກ່ຽວກັບເຣື່ອງການຊ່ອຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກການຣະບາດ ຂອງໂຄວິດ-19. ເຖິງແມ່ນຣັຖບາລ ຈະມີທິດທາງໃຫ້ຄົນງານ ທີ່ບໍ່ມີວຽກເຮັດ ກັບຄືນບ້ານໄປເຮັດວຽກກະສິກັມ ໃນໄລຍະທີ່ຮ້ານອາຫານ ໂຮງແຮມ ໂຮງຈັກໂຮງງານປິດກິຈການ ຊົ່ວຄາວນັ້ນ ແຕ່ຫຼາຍຄົນກໍຍັງ ບໍ່ມີວຽກເຮັດ ຍ້ອນບໍ່ມີດິນປູກຝັງ ແລະ ຜູ້ທີ່ມີດິນກໍບໍ່ມີເງິນລົງທຶນ ເນື່ອງຈາກອຸປກອນການຜລິດ ຮວມທັງປຸ໋ຍເຄມີກໍຣາຄາແພງຫຼາຍ ດັ່ງນັ້ນຣັຖບາລ ຈຶ່ງຄວນຊ່ອຍເຫຼືອທາງດ້ານໃດດ້ານນຶ່ງ ບໍ່ແມ່ນວ່າຈະປະປ່ອຍໃຫ້ ປະຊາຊົນຊ່ອຍເຫຼືອຕົນເອງ ດັ່ງທີ່ນາງກ່າວວ່າ:
”ມັນກະເປັນໄປໄດ້ ຖ້າວ່າເພິ່ນຊ່ອຍອີ່ຫຍັງອອກຫັ້ນນະ ແຕ່ຖ້າໃຫ້ປະຊາຊົນອີ່ຫຍັງ ເພິ່ນອອກມັນກະບໍ່ມີຄົນ ກະຢ່າງໝູ່ເຮົາ ຂະເຈົ້າ ມາເຮັດວຽກ ຄົນຕ່າງຖິ່ນຫັ້ນນະ ຂະເຈົ້າກະ ກັບບ້ານບໍ່ໄດ້ ກະຕ້ອງມາເຊົ່າຫ້ອງຢູ່ ວຽກກະບໍ່ໄດ້ເຮັດ ກະບໍ່ມີເງິນເດືອນກິນຊີ້ນະ.”
ແລະປະຊາຊົນລາວອີກຜູ້ນຶ່ງ ກໍຢາກໃຫ້ທາງການລາວຫາລືກັນ ກ່ຽວກັບການຊ່ອຍຫລຸດຜ່ອນຜົລກະທົບ ຈາກການແຜ່ຣະບາດຂອງ ໂຄວິດ-19 ຕໍ່ຄອບຄົວ ໃນໄລຍະທີ່ປະຊາຊົນ ບໍ່ມີວຽກເຮັດງານທໍາ, ຢາກໃຫ້ຣັຖບາລແຈກຢາຍອາຫານ ຫລືເຄື່ອງໃຊ້ຂອງສອຍ ທີ່ຈໍາເປັນ ເພື່ອຫລຸດຜ່ອນຄວາມຫຍຸ້ງນັ້ນ:
”ຖ້າເປັນໄປໄດ້ ກະຢາກໃຫ້ຣັຖບາລຊ່ອຍເຫລືອ ເຣື່ອງຫັ້ນນະ ການດໍາຣົງຊີວິດນີ້ແຫລະ ກະຫັ້ນນະ ເຣື່ອງຄ່າໃຊ້ຈ່າຍນໍ ຄ່າໃຊ້ຈ່າຍ ຂອງຄອບຄົວອີ່ຫຍັງຫັ້ນນະ ກໍຊ່ອຍເຫລືອເປັນ ເຂົ້ານໍ້າບໍ ເປັນເຂົ້າເປັນອາຫານບໍ ຍ້ອນບາງຄອບຄົວ ກະຕົກວຽກງານທໍານໍ ບໍ່ມີ ເງິນເດືອນກິນ.”
ຢູ່ແຂວງບໍ່ແກ້ວ ປະຊາຊົນຜູ້ນຶ່ງກໍຢາກສເນີໃຫ້ ກອງປະຊຸມນັ້ນ ປຶກສາຫາລືກັນກ່ຽວກັບມາຕການ ຫຼຸດຄ່າໄຟຟ້າລົງ ຍ້ອນປະຊາຊົນ ຈໍານວນຫຼວງຫຼາຍ ຍັງປະສົບກັບບັນຫາ ຄ່າໄຟຟ້າແພງເກີນ ຄວາມເປັນຈິງ ແບບບໍ່ຮູ້ສາເຫດທີ່ແທ້ຈິງ ຊຶ່ງທີ່ຜ່ານມາກໍໄດ້ຮ້ອງຮຽນ ໄປຍັງໜ່ວຍງານທີ່ກ່ຽວຂ້ອງ ຫລາຍເທື່ອ ແຕ່ໄດ້ຮັບຄໍາຕອບ ພຽງແຕ່ວ່າ ຍ້ອນປະຊາຊົນ ຢູ່ບ້ານ ແລະໃຊ້ໄຟຟ້າຫລາຍໃນໄລ ຍະຣະດູຮ້ອນ, ເຮັດໃຫ້ບັນຫານີ້ບໍ່ໄດ້ຮັບ ການແກ້ໄຂ ແລະວ່າ ການທີ່ຣັຖບາລຫລຸດ ຄ່າໄຟຟ້າລົງ 3% ນັ້ນ ກໍບໍ່ໄດ້ຊ່ອຍຫຍັງ ດັ່ງທີ່ທ່ານກ່າວວ່າ:
”ຢາກໃຫ້ຣັຖຊ່ອຍກ່ຽວກັບຄ່າໄຟ ຄ່ານໍ້າມັນສູງຫລາຍ ກະຢ່າງວ່າ ເຮົາຢູ່ຫ້ອງແຖວເຊົ່າ ກ່ອນນີ້ແພງສຸດປະມານ 20 ປາຍ ແຕ່ມາ ມື້ນີ້ຂຶ້ນຮອດ 40 ປາຍ 40 ເກືອບ 50 ເຮົາກະເຫັນຢູ່ ຂ່າວ ທີ່ວ່າຂະເຈົ້າໃຫ້ຫລຸດຜ່ອນ ກ່ຽວກັບອັນນີ້ ແຕ່ວ່າມັນກະບໍ່ລົດລົງຈາກ ເດີມຈັກເທົ່າໃດ.”
ແລະຊາວແຂວງບໍ່ແກ້ວ ອີກຜູ້ນຶ່ງກໍເວົ້າວ່າ ຕົນກໍຢາກສເນີໃຫ້ ພາກສ່ວນທີ່ກ່ຽວຂ້ອງ ໃນກອງປະຊຸມທີ່ຈະມີຂຶ້ນນີ້ ຫາຣືກັນກ່ຽວກັບ ມາຕການຄວບຄຸມຣາຄານໍ້າມັນ ເນື່ອງຈາກ ທີ່ຜ່ານມາ ຣາຄານໍ້າມັນຍັງແພງຢູ່ ຖ້າທຽບໃສ່ຣາຍໄດ້ຂອງປະຊາຊົນ ໃນໄລຍະເຊື້ອ ໂຄວິດ-19 ແຜ່ຣະບາດນີ້:
“ນໍ້າມັນກະຂຶ້ນຢູ່ທຸກເດືອນເລີຍ ມື້ນີ້ກໍ 11 ພັນແລ້ວນໍ ແຕ່ຖ້າເປັນໄປໄດ້ກະຢາກໃຫ້ຫລຸດລົງມາເປັນ 8 ພັນບໍ 9 ພັນ ບໍ ກະສິໂອເຄ ຢູ່ຫັ້ນນະ.”
ໃນໄລຍະດໍາເນີນກອງປະຊຸມນັ້ນ ຄະນະເລຂາທິການ ສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານ ຮັບຜິດຊອບ ໂທຣະສັບ ສາຍດ່ວນ ເບີໂທ 156 ເພື່ອຮັບເອົາຄໍາຄິດເຫັນ ແລະ ຂໍ້ສເນີ ໂດຍກົງຈາກປະຊາຊົນ.