ສສຊ ສເນີກົດລົງໂທດ ເຈົ້າໜ້າທີ່
2017.11.16

ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ກຳນົດຂໍ້ຫ້າມ ແລະ ມາດຕະການລົງໂທດ ຕໍ່ເຈົ້າໜ້າທີ່ ສືບສວນ-ສອບສວນ ຜູ້ທີ່ກະທຳຜິດ ເຂົ້າໃນ ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງ.
ທ່ານ ວິໄລສຸກ ພິມມະສອນ ສະມາຊິກສະພາແຫ່ງຊາດ ເຂດ 9 ແຂວງຊຽງຂວາງ ໄດ້ກ່າວຢູ່ໃນກອງປະຊຸມສະພາແຫ່ງຊາດ ຕອນນຶ່ງໃນ ວັນທີ 14 ພຶສຈິກາ ນີ້ວ່າ:
"ຄັນເມື່ອວ່າເຮົາກຳນົດແລ້ວ ກົດໝາຍໂຕນີ້ ບໍ່ມີຂໍ້ຫ້າມ ຄືບາງຄຳເຫັນຂອງ ບາງທ່ານ ສະມາຊິກສະພາໄດ້ເວົ້າໄປ ຂໍ້ຫ້າມຕໍ່ເຈົ້າໜ້າທີ່ ສືບ ສວນ-ສອບສວນ ແລະ ເຈົ້າໜ້າທີ່ດຳເນີນຄະດີອາຍານີ້ ລະເມື່ອເຮົາມີຂໍ້ຫ້າມແລ້ວ ເຮົາຄວນຈະມີມາດຕະການ ຕໍ່ເຈົ້າໜ້າທີ່ ທີ່ກະທຳຜິດ ແລະ ລະເມີດກົດໝາຍສະບັບນີ້".
ນອກຈາກນີ້ ທ່ານ ຍັງສະເໜີໃຫ້ມີການກຳນົດມາດຕະຖານ ຂອງເຈົ້າໜ້າທີ່ ສືບສວນ-ສອບສວນ:
"ມາດຕາທີ 46 ກະໄດ້ວ່າ ອົງການ ສືບສວນ-ສອບສວນ ມັນມີຢູ່ໃນນີ້ 6 ພາກສ່ວນ ສະນັ້ນລະ ເປັນໄປໄດ້ບໍ່ ເຮົາຈະກຳນົດ ມາດຕະຖານ ແລະເງື່ອນໄຂ ຂອງເຈົ້າໜ້າທີ່ ສືບສວນສອບສວນ ຂອງແຕ່ລະອົງການນີ້ນະ ເພື່ອໃຫ້ມັນເອກກະພາບກັນ ຫລືວ່າ ຈະກຳນົດຢູ່ໃນລະດັບໃດ ເນາະ ອັນນີ້ ຂ້າພະເຈົ້າເຫັນວ່າ ມັນສົມຄວນ".
ຮ່າງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງ ທີ່ສະພາແຫ່ງຊາດ ໄດ້ອະພິປາຍກັນ ລວມມີ 15 ພາກ 31 ໝວດ ແລະ 275 ມາດຕາ ຫລັງຈາກທີ່ ກົດໝາຍດັ່ງກ່າວ ໄດ້ຖືກໄດ້ຈັດຕັ້ງປະຕິບັດ ມາເປັນເວລາ 5 ປີ. ບັນຫາທີ່ເກີດຂຶ້ນ ກໍຄືເກີດມີ ກໍຣະນີ ທີ່ ເຈົ້າໜ້າທີ່ ສືບສວນສອບສວນ ຈັບບັງຄັບໃຫ້ຜູ້ຕ້ອງຫາ ທີ່ເປັນຄົນທຸກ ຫລື ຄົນບໍ່ມີຖານະ ຮັບສາຣະພາບ, ດັ່ງນັກວິຊາການ ກົດໝາຍ ທ່ານນຶ່ງກ່າວ ໄດ້ຕໍ່ເອເຊັຍເສຣີ ໃນວັນທີ 15 ພຶສຈິກາ ວ່າ:
"ເລື້ອງໆ ເຈົ້າໜ້າທີ່ເນາະ ມັນມີສຽງວິພາກວິຈານກັນມາຫລາຍ ຢູ່ໃນເກືອບທຸກຂົງເຂດກໍມີ ໂດຍສະເພາະ ແມ່ນຜູ້ທີ່ໄດ້ເຈີ ບັນຫາໂຕນີ້ ສ່ວນຫລາຍກະແມ່ນຄົນ ທີ່ບໍ່ມີເງິນເນາະ ບໍ່ມີເງິນແລ້ວ ກະຖືກຈັບໂຕ ຖືກກັກໂຕ ຖືກຈັບໂຕ ອີ່ຫຍັງຈັ່ງຊີ້ຫັ້ນນ່າເນາະ ສ່ວນຫລາຍແລ້ວ ເມື່ອເວລາ ຖືກເຈົ້າໜ້າທີຈັບໂຕໄປນີ້ ເກືອບ 80 ເປີເຊັນ ບໍ່ຜິດ ກໍຈຳເປັນຕ້ອງໄດ້ຍອມຮັບຜິດ".
ນັກວິຊາການກົດໝາຍທ່ານນີ້ ຍັງກ່າວຕື່ມອີກວ່າ ປະເທດລາວມີສະພາທະນາຍຄວາມ ແຕ່ທະນາຍຄວາມ ບໍ່ສາມາດ ເຂົ້າຫາລູກຄວາມໄດ້ ຢ່າງອິສຣະ ແລະບາງຄັ້ງກໍຖືກນາບຂູ່ ຈາກເຈົ້າໜ້າທີ່ຕຳຣວດ ສະນັ້ນ ຈຶ່ງເຮັດໃຫ້ ຜູ້ຕ້ອງຫາ ກໍບໍ່ສາມາດເຂົ້າ ເຖິງການຂະບວນການ ຍຸຕິທັມ.
ຕົວຢ່າງທີ່ເກີດຂຶ້ນ ກໍຄື ທ້າວ ແພງ ພັດທະກອນ ອາຍຸ 45 ປະຊາຊົນ ບ້ານຫລັກ 8 ເມືອງ ແລະ ແຂວງຫລວງພຣະບາງ ຖືກເຈົ້າໜ້າທີ່ ຕຳຣວດຈັບໂຕ ມາສືບສວນ-ສອບສວນ ໃນວັນທີ 2 ມິຖຸນາ ໃນກໍຣະນີ ນັກທ່ອງທ່ຽວ ຊາວເກົາຫລີໃຕ້ ຫາຍຕົວໄປ ແລະຖືກຂັງຄຸກຢູ່ຫຼາຍ ກວ່າ 2 ເດືອນ ຈຶ່ງຖືກປ່ອຍຕົວ.
ແລະ ອີກຕົວຢ່າງນຶ່ງແມ່ນ ການຈັບຊາວບ້ານຢືບເມືອງທ່າແຕງ ແຂວງເຊກອງ 14 ຄົນ ໃນວັນທີ 25 ກໍຣະກະດາ ໃນບັນຫາຂໍ້ຂັດແຍ່ງ ທີ່ດິນ ແລະ ຈົນມາເຖິງປັດຈຸບັນ ເຂົາເຈົ້າ ກໍຍັງບໍ່ທັນໄດ້ ຮັບການປ່ອຍຕົວ ແລະ ເຈົ້າໜ້າທີ່ ຍັງບໍ່ໄດ້ຕັ້ງ ຂໍຫາເຂົາເຈົ້າ.