ກອງປະຊຸມສະພາສໄມ ສາມັນ ຄັ້ງທີ 6

ໄຊຍາ
2018.11.20
ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປ ລາວ ກ່າວໃນກອງປະຊຸມ ສະພາແຫ່ງຊາດສໄມສາມັນ ຄັ້ງທີ 6
ຮູປຈາກ : ນັກຂ່າວພົລເມືອງ

ກອງປະຊຸມສໄມສາມັນ ຄັ້ງທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ພຶສຈິກາ ນີ້ພາຍໃຕ້ການເປັນ ປະທານ ຂອງ ຍານາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດລາວ ໂດຍມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທສ, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ແລະ ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.

ໃນໂອກາດເປີດກອງປະຊຸມທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ກ່າວຣາຍງານການຈັດຕັ້ງວຽກງານປະຈຳປີ 2018 ຕໍ່ກອງປະຊຸມ ມີຕອນນຶ່ງທ່ານໄດ້ກ່າວວ່າ ຣັຖບານຈະຫລຸດໂຄຕ້າ ການຮັບເອົາ ພະນັກງານຣັຖລົງຕື່ມຈາກ 3 ພັນຄົນ ໃຫ້ເຫຼືອ 1,500 ຄົນ ສຳລັບ ປີ 2019 ພ້ອມທັງຕັດສິນໃຈ ແກ່ຍາວການເພີ່ມເງິນເດືອນ ໃຫ້ພະນັກງານ ໄວ້ເສັຍກ່ອນ ຍ້ອນຣັຖບານ ມີຄວາມຫຍຸ້ງຍາກ ດ້ານງົບປະມານ ເຊິ່ງທ່ານໄດ້ກ່າວເນັ້ນໃຫ້ ພະນັກງານຣັຖກອນເສັຽສຣະ ແລະອົດທົນໄປໄລຍະນຶ່ງກ່ອນ:

"ປີນີ້ຂໍແຈ້ງໃຫ້ຊາບວ່າພວກເຮົາຈະໄດ້ຫລຸດໂຄຕ້າ ການຮັບເອົາຣັຖກອນໃໝ່ ຈາກປີກາຍ 3 ພັນຄົນ ປີນີ້ອະນຸຍາດໃຫ້ແຕ່ 1,500 ຄົນ ແຕ່ວ່າຈະປັບປຸງບັນດາກົງຈັກຕ່າງໆ ໃຫ້ມັນກະທັດຮັດ ແລະມີປະສິດຕິຜົລຂຶ້ນຕື່ມ."

ກ່ຽວກັບປະເດັນດັ່ງກ່າວປະຊາຊົນ ແຂວງຈຳປາສັກ ທ່ານນຶ່ງໄດ້ສະແດງຄວາມເຫັນວ່າ ການທີ່ຣັຖບານຈະຫລຸດໂຄຕ້າ ພະນັກງານລົງຕື່ມ ນັ້ນ ສະທ້ອນໃຫ້ເຫັນເຖິງ ຣັຖບານ ມີບັນຫາທາງດ້ານງົບປະມານ ໂດຍສະເພາະ ແມ່ນການຂາດຄວາມດຸ່ນດ່ຽງ ຂອງງົບປະມານ ໃນປີນີ້ ຈຶ່ງເຮັດໃຫ້ຣັຖບານ ມີງົບປະມານຈຳກັດ ຈຳເປັນຕ້ອງຫລຸດໂຄຕ້າລົງ.

"1,500 ຄົນ ທົ່ວປະເທສນີ້ ກໍ່ກະທົບນຶ່ງລະແມ່ນເສຖກິຈເຮົານີ້ແຫລະ ເສຖກິຈໃນເວລານີ້ກຳລັງສະລໍໂຕ ແລ້ວກຳລັງປັບໝົດບັນຫາ ທາງ ດ້ານເສຖກິຈນີ້ ທາງດ້ານການຄ້າການຂາຍ ການຫຍັງນີ້ກະພົບຄວາມຫຍຸ້ງຍາກ."

ທ່ານເວົ້າຕື່ມວ່າ ນອກຈາກນັ້ນກໍ່ມີຂ່າວວ່າ ພະນັກງານຣັຖຫລາຍຄົນ ຢູ່ແຂວງຈຳປາສັກຍັງໄດ້ຮັບເງິນເດືອນຫລ້າຊ້າຢູ່ 1 ຫາ 2 ເດືອນ. ຢ່າງໃດກໍຕາມຕົນຫວັງວ່າ ຣັຖບານຈະແກ້ໄຂບັນຫາດ້ານງົບປະມານໄດ້ ພ້ອມທັງກັບມາເພີ່ມຈຳນວນໂຄຕ້າ ພະນັກງານຣັຖກອນ ໃນປີ ຕໍ່ໆໄປ.

ໃນຂນະດຽວກັນປະຊາຊົນຊາວແຂວງສວັນະເຂດ ທ່ານນຶ່ງເວົ້າວ່າ ໃນກອງປະຊຸມສະພາແຫ່ງຊາດ ຄັ້ງນີ້ ຕົນຢາກໃຫ້ມີການເວົ້າກ່ຽວກັບ ການປັບປຸງຂໍ້ກົດໝາຍຕ່າງໆ:

"ເຣື່ອງຣະບຽບກົດໝາຍນີ້ແຫຼະ ເຈົ້າຂ້ອຍວ່າເພິ່ນເວົ້າໄດ້ ອັນໃດມັນໃຊ້ດີແລ້ວ ບໍ່ຢາກໃຫ້ເພິ່ນປ່ຽນປານໃດ ໝົດປີມາລະເຣີ້ມຢາກປ່ຽນ ໂລດ."

ກອງປະຊຸມສໄມສາມັນຄັ້ງທີ 6 ຂອງສະພາແຫ່ງຊາດຊຸດທີ 8 ຈະດຳເນີນໄປເປັນເວລາ 22 ວັນ ເຣີ້ມວັນທີ 20 ພຶສຈິກາ ຫາ ວັນທີ 21 ເດືອນທັນວາ 2018.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.