ທາງການລາວຍັງຄວບຄຸມ ຂ່າວສານ
2016.08.14

ໃນວັນທີ 13 ສິງຫາ ຂອງ ທຸກໆປີ ເປັນວັນ ສື່ມວນຊົນ ແຫ່ງຊາດລາວ, ຊຶ່ງ ໃນປີນີ້ ກໍເປັນປີ ທີ 66 ມີບັນດາ ສື່ມວນຊົນ ໃນ ທົ່ວ ປະເທດ ພາກັນ ສເລີມສລອງ ວັນ ດັ່ງກ່າວ ຢ່າງຄຶກຄຶ້ື້ນ.
ທ່ານ ສວັນຄອນ ຣາຊມຸນຕຣີ ຮອງຣັຖມົນຕຣີ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ກ່າວ ໃນວັນດັ່ງກ່າວ ວ່າ ສື່ມວນຊົນລາວ ໃນ ປັດຈຸບັນ ນັບມື້ນັບມີ ການເຕີບໃຫ່ຽ ຂະຫຍາຍຕົວ ຂຶ້ນເລື້ອຍໆ ບໍ່ວ່າທາງ ປະຣິມານ ແລະ ຄຸນນະພາບ. ນອກຈາກ ຈະສເນີຂ່າວສານ ຕ່າງໆແລ້ວ, ຍັງມີບົດບາດ ແລະ ມີໜ້າທີ່ ອັນສຳຄັນ ໃນການສ້າງ ຄວາມເຂົ້າໃຈກັນ ຣະຫວ່າງ ປະຊາຊາຕ ໃນອາຊຽນ ແລະ ຄົນລາວ ໃນປະເທດ ເພື່ອຮຽນຮູ້ ຊຶ່ງກັນແລະກັນ. ດັ່ງທ່ານ ໄດ້ກ່າວ ໃນຕອນນຶ່ງວ່າ:
"ເພາະອາຊຽນ ພວກເຮົາ ເວົ້າສູ່ມື້ນີ້ ກະແມ່ນວ່າ ສື່ມວນຊົນ ພວກເຮົາ ລະແມ່ນ ໜ້າທີ່ສຳຄັນ ລະແມ່ນຫຍັງ? ແມ່ນຕ້ອງ ໄດ້ປະກອບ ສ່ວນ ເຂົ້າຢູ່ໃນ ການສ້າງ ຄວາມເຂົ້າໃຈ ຊຶ່ງກັນ ແລະກັນ. ໝາຍຄວາມວ່າ ປະຊາຊາຕ ຢູ່ໃນອາຊຽນ ຕ້ອງໄດ້ ເອົາໃຈໃສ່ ໃນການ ຮຽນຮູ້ ແລະ ໄດ້ເຂົ້າໃຈ ຊຶ່ງກັນແລະກັນ".
ແຕ່ ປະຊາຊົນລາວ ສ່ວນໃຫຍ່ ເວົ້າວ່າ, ສື່ມວນຊົນ ໃນລາວ ຍັງຖືກຄອບງຳ ຈາກ ພາກຣັຖ ຢ່າງເຂັ້ມງວດ ຢູ່, ອັນເຮັດໃຫ້ ບົດບາດ ສື່ມວນຊົນ ພາຍໃນ ປະເທດ ຍັງບໍ່ສາມາດ ປະຕິບັດ ສິທ ແລະ ໜ້າທີ່ ຂອງຕົນ ໄດ້ຢ່າງເຕັມສ່ວນ ຕາມ ກົດຣະບຽບ ສາກົນ. ດັ່ງ ຄົນລາວ ທ່ານນຶ່ງ ເວົ້າວ່າ:
"ກະຄືເຂົ້າໃຈ ຫັ້ນແຫຼະ ການປະຕິບັດ ມັນກະຍັງ ບໍ່ທັນໄດ້ ຮ້ອງວ່າ ສື່ມວນຊົນ ຢູ່, ຄັນວ່າ ສື່ມວນຊົນ ກະຕ້ອງແມ່ນ ບໍ່ໄດ້ຖືກ ຄວບຄຸມ ເນາະ ອັນນີ້ແມ່ນ ຖືກຄວບຄຸມ, ບໍ່ໄດ້ເປັນ ໄປຕາມ ສື່ມວນຊົນ ທີ່ຕ້ອງໄດ້ ປະກາດ ຄວາມຈິງ".
ຄົນລາວອີກທ່ານນຶ່ງ ເວົ້າວ່າ ຄວາມຫຼາກຫຼາຍ ຂອງ ສື່ມວນຊົນ ໃນລາວ ຍັງມີ ຂໍ້ຈຳກັດ ຫຼາຍຢູ່ ເຮັດໃຫ້ ຄົນລາວ ບໍ່ຄ່ອຍສົນໃຈ ຕິດຕາມ ຂ່າວສານ ຂອງ ສື່ມວນຊົນ ໃນລາວ ພໍເທົ່າໃດ, ໂດຍສະເພາະ ການນຳສເນີ ຂ່າວສານ, ສາຣະຕ່າງໆ ແລະ ການຜລິດ ຣາຍການສື່ ແມ່ນຍັງຖືວ່າ ລ້າຫຼັງ ຫຼາຍຢູ່ ເມື່ອທຽບກັບ ປະເທດ ເພື່ອນບ້ານ ໃນອາຊຽນ ດ້ວຍກັນ:
"ຮວ້າຍ! ຄັນຊາຄວາມຄຶດ ນີ້ມັນ ກະຍັງໄດ້ແຕ່ 45 ເປີເຊັນ, ມັນເຣື້ອງ ສື່ມວນຊົນ ເນາະ ເຣື້ອງ ພວກນັກຂ່າວ ເນາະ ເຮັດວຽກ ມັນຄ້າຍໆ ບໍ່ເປັນມືອາຊີພ ເນາະ. ເຣື້ອງການຜລິດ ເນາະ ສື່ມວນຊົນ ຍັງຖືວ່າ ຍັງຫຼ້າຫຼັງ ຫຼາຍ".
ສື່ມວນຊົນ ໃນລາວ ຖືກໃສ່ຊື່ວ່າ ເປັນກະບອກສຽງ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຮັບໃຊ້ ຣັຖບານລາວ ເທົ່ານັ້ນ. ຍັງຂາດ ຄວາມກ້າຫານ ທີ່ ຈະນຳສເນີຂ່າວ ວິພາກ ວິຈານ ຫຼື ຕິຕຽນ ຣັຖບານ ໃນ ຫຼາຍບັນຫາ ເປັນຕົ້ນ ການສໍ້ຣາສ ບັງຫຼວງ ໃນກຸ່ມ ຜູ້ນຳ ພັກ-ຣັຖ, ການ ອະນຸຍາດ ໃຫ້ ສັມປະທານ ທີ່ດິນ ແກ່ນັກລົງທຶນ ຕ່າງຊາຕ ທີ່ສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ສັງຄົມ ແລະ ການຣະເມີດ ສິທທິ ມະນຸສ ໃນລາວ.
ນອກຈາກນີ້, ການນຳສເນີ ຂໍ້ມູນ ຂ່າວສານ ຕ່າງໆ ຂອງ ສື່ມວນຊົນລາວ ກໍ່ພຽງແຕ່ ການເຜີຍແຜ່ ການເຄື່ອນໄຫວ ຂອງ ຜູ້ນຳ ພັກ-ຣັຖ ເທົ່ານັ້ນ ເພື່ອ ຜົນປະໂຫຍດ ຂອງຂັ້ນເທິງ ເປັນສ່ວນໃຫ່ຽ. ສ່ວນການ ນຳສເນີ ຂໍ້ມູນ ຂ່າວສານ ທີ່ເປັນບັນຫາ ຂອງ ປະຊາຊົນ ລາວ ນັ້ນ ຍັງຖືກ ຈຳກັດ ຫຼາຍຢູ່.