2019 ຣັຖບານລາວເສັຽຣາຍຮັບ ກວ່າ 1500 ຕື້ກີບ

ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ຫົວຫນ້າຫ້ອງການ ກວດສອບແຫ່ງຣັຖ
ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ຫົວຫນ້າຫ້ອງການ ກວດສອບແຫ່ງຣັຖ (Public Domain )

0:00 / 0:00

ອົງການກວດກາຣັຖບານ ໄດ້ເປີດເຜີຍໃນກອງປະຊຸມ ປະຈຳປີ 2019 ວ່າໄດ້ກວດພົບ ຄວາມເສັຽຫາຍຈາກການສໍ້ຣາສບັງຫລວງ ເປັນ ມູລຄ່າເກືອບ 1,500 ຕື້ກີບ, 10 ລ້ານບາດ ແລະ 24 ລ້ານໂດລາສະຫະຣັດ. ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ເຖິງສາເຫດທີ່ສາມາດກວດພົບການຮົ່ວໄຫຼ ຂອງ ງົບປະມານ ຈາກການສ້ຳຣາດບັງຫຼວງວ່າ:

"ເພາະວ່າ ມັນໂຕເລກເພີ້ມຂຶ້ນ ນີ້ນ່າເນາະ ເບື້ອງຕົ້ນໃນການກວດກາ ອັນນີ້ເນາະ ຕາມການ ກວດກາໃນຊ້ວງໄລຍະນຶ່ງຫັ້ນ ພວກຂ້ອຍ ດຳເນີນ ການກວດການເນາະ ວຽກງານວິຊາສະເພາະ ມັນກະຍັງຕ່ຳແລະກະຣັຖບານນີ້ ບໍ່ໃຫ້ສິດນ່າເວົ້າຈັ່ງຊັ້ນເທາະໄປ, ຣັຖບານຍັງບໍ່ ໃຫ້ສິດ ຊ້ວງນັ້ນຫັ້ນນ່າ ມາຊ້ວງນີ້ຣັຖບານໃຫ້ສິດ ເພາະວາພວກເຮົາເຫັນຂໍ້ມູນໝົດລະນ່າ."

ແຕ່ເຈົ້າໜ້າທີ່ກວດກາ ສາມາດຢຶດເງິນຄືນ ຈາກການສໍ້ຣາດບັງຫຼວງພຽງແຕ່ 33 ຕື້ກີບ, 10 ລ້ານບາດ ແລະ 2 ແສນ ໂດລາ ເທົ່ານັ້ນ. ເຈົ້າໜ້າທີ່ເລີ້ມເຂົ້າກວດໂຄງການຢ່າງຈິງຈັງ ແລະຮູ້ວ່າ ງົບປະມານຮົ່ວໄຫຼໄປໃສ ດັ່ງເຈົ້າໜ້າທີ່ກ່ຽວຂ້ອງກ່າວຕື່ມອີກວ່າ:

"ດຽວນີ້ ມັນບໍ່ແມ່ນແຕ່ອົງການລົງມາກວດ ແຕ່ມັນມີກະຊວງການເງິນ ແລະ ມັນກໍຕ້ອງໄດ້ຊອກຫາເງິນ ເພາະວ່າ ເງິນຮົ່ວໄຫຼ ນີ້ມັນ ຮົ່ວໄຫຼຢູ່ໃສ ມັນຮົ່ວໄຫຼຢູ່ນຳ ບັນດາບໍຣິສັດໃຫຍ່ຫັ້ນເດ້. ເພາະວ່າ ຣັຖບານຕອນນີ້ ເພິ່ນກະສລາດຂຶ້ນ ເພິ່ນກະຮູ້ທັນລະ ເວົ້າເລື້ອງ ເຈົ້າໜ້າທີ່ ຜູ້ທີ່ຖືກແຕ່ງຕັ້ງໄປເຮັດໜ້າທີ່ຫັ້ນ."

ເຖິງຢ່າງໃດກໍຕາມ, ປະຊາຊົນກໍກ່າວວ່າ ປະເທດລາວຍັງບໍ່ມີການໃຊ້ມາຕການປາບປາມຢ່າງເດັດຂາດ ຄືມັນບໍ່ມີອົງກອນ ແບບທີ່ວ່າຈະມາ ກວດສອບເດັດຂາດຫັ້ນນ່າ ໃຊ້ມາຕການເດັດຂາດ.

"ຄື ມັນຊິເຮັດຄືຈີນ ມັນກະເຮັດບໍ່ໄດ້ ເພາະວ່າຈີນມັນປະເທດໃຫຍ່ ເຂົາເຮັດຜະເດັດການໂດຍແທ້ ແຕ່ເຮົານີ້ແບບມັນເຄິ່ງໆກາງໆ ຫັ້ນນ່າ ເຂົ້າໃຈບໍ່ ຈັ່ງວ່າຜູ້ນັ້ນເສັ້ນໃຫຍ່ ກະແບບວ່າ ແຕະບໍ່ໄດ້ລະ ໂອຜູ້ນີ້ ເສັ້ນໃຫຍ່ກະແຕະຕ້ອງບໍ່ໄດ້ລະ."

ແລະປະຊາຊົນອີກທ່ານນຶ່ງກໍກ່າວວ່າ ມັນເປັນໄປໄດ້ຍາກທີ່ຈະຕ້ານ ແລະສະກັດກັ້ນການສໍ້ຣາດບັງຫຼວງ ເພາະສັງເກດເຫັນວ່າ ຜູ້ນຳ ບາງທ່ານເລີກວຽກແລ້ວ ກໍຍັງໄປຕີກ໊ອຟ ແລ້ວເອົາເງິນມາຈາກໃສ ເອົາມາຕີກ໊ອຟ ໃນຍາມເສຖກິດຂອງລາວ ເປັນແນວນີ້ ແຕ່ຜູ້ນຳ ພັດໄປຕີກ໊ອຟທຸກອາທິດ.

ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາຣັຖບານ ໄດ້ກ່າວຢຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ຕອນນຶ່ງ ວ່າ:

"ການແກ້ໄຂຜົນຂອງການກວດກາ ຕາມຜົນຂອງການກວດສອບ ທີ່ອົງການກວດກາຣັຖບານ ໄດ້ມອບໃຫ້ບັນດາກະຊວງອົງການ ບັນດາ ແຂວງນຳໄປແກ້ໄຂນັ້ນ ມາຮອດປັດຈຸບັນ ເຫັນວ່າຍັງຈຳນວນຫຼາຍ ບໍ່ໄດ້ຮັບການແກ້ໄຂໂດຍສະເພາະແມ່ນການ ເກັບກູ້ຜົນເສັຍຫາຍຄືນ ໃຫ້ຣັຖ ການຫັກລົບໜ້າວຽກ ທີ່ບໍ່ໄດ້ຈັດຕັ້ງປະຕິບັດ ເງິນແຮ ທີ່ບໍ່ໄດ້ນຳໃຊ້ ແລະ ບັນຫາອື່ນໆ."

ອົງການກວດກາຣັຖບານ ຍັງຈະສືບຕໍ່ກວດກາ-ສອບສວນ ໂຄງການກໍ່ສ້າງຂອງຣັຖ ແລະ ການຊຳລະໜີ້ສິນ ແບບມີສ່ວນລົດ, ການຊຳລະ ເກີນ ແລະຊ້ຳຊ້ອນຢູ່ບັນດາແຂວງຕ່າງໆ ທີ່ຍັງຄ້າງຄາ.

ນອກຈາກນີ້ ອົງການກວດກາຣັຖບານ ຍັງຈະກວດກາໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ແລະ ອື່ນໆເລີ້ມແຕ່ການປະມູນ, ການຈັດຊີ້ ຈັດຈ້າງ ແລະ ຕລອດໄລຍະເວລາການປະຕິບັດໂຄງການ, ແລະ ຍັງສືບຕໍ່ກວດກາ ການປະຕິບັດຄຳສັ່ງເລກທີ 15 ກ່ຽວກັບການຄຸ້ມຄອງ ປ່າໄມ້ ແລະ ທຸຣະກິດໄມ້ ແລະ ອື່ນໆ ຢູ່ຕາມດ່ານຊາຍແດນ.

ອີງຕາມຂໍ້ມູນຈາກອົງການກວດກາຣັຖບານ ໃນປີ 2018 ທີ່ຜ່ານມາ, ໃນທົ່ວປະເທດມີພະນັກງານຣັຖກອນຂແນງການບໍຣິຫານ ຫຼາຍກ່ວາ 800 ຄົນ ຖືກປະຕິບັດວິນັຍ ຍ້ອນມີພຶດຕິກັມສ້ຳຣາດບັງຫຼວງ.