ສະພາແຫ່ງຊາດຈະເລືອກຜູ້ນໍາ
2016.04.12

ສະພາ ແຫ່ງຊາດລາວ ຈະຈັດ ກອງປະຊຸມ ຮອບທໍາອິດ ໃນວັນທີ 20 ຫາ 23 ເມສາ ເພື່ອເລືອກເອົາ ຜູ້ທີ່ ຈະມາຮັບ ຕໍາແໜ່ງ ປະທານ ປະເທດ ແລະ ຜູ້ທີ່ຈະເປັນ ນາຍົກ ຣັຖມົນຕຣີ ຄົນໃໝ່. ອີງຕາມ ການຣາຍງານ ຂອງ ອົງການຂ່າວ ຊິນຫົວ ຂອງຈີນ.
ກອງປະຊຸມ ດັ່ງກ່າວ ຖືວ່າ ເປັນຄັ້ງ ທໍາອິດ ຂອງ ສະພາ ແຫ່ງຊາດ ຊຸດທີ 8 ແລະ ຈະມີການ ພິຈາຣະນາ ຜ່ານແຜນ ພັທນາ ເສຖກິຈ ສັງຄົມ ຄັ້ງທີ 8 ນັບແຕ່ປີ 2016 ຫາ 2020, ແລະ ຍຸທສາດ ນະໂຍບາຍ ແຕ່ນີ້ຮອດປີ 2025 ແລະ ວິສັຍທັສ ແຕ່ນີ້ຮອດ ປີ 2030.
ກອງປະຊຸມ ຈະເປີດຂຶ້ນ ພາຍໃຕ້ ການເປັນ ປະທານ ຂອງ ຍານາງ ປານີ ຢ່າທໍ່ຕູ້ ປະທານ ສະພາ ແຫ່ງຊາດ ສປປລາວ. ນອກຈາກນີ້ ທີ່ປະຊຸມ ກໍຈະມີ ການຄັດເລືອກ ເອົາຫົວໜ້າ ອົງການ ອັຍການ ປະຊາຊົນ ສູງສຸດ ແລະ ສານ ປະຊາຊົນ ສູງສຸດ ໂດຍແມ່ນ ສະມາຊິກ ສະພາ ແຫ່ງຊາດ ຫລື ສສຊ ທັງໝົດ 149 ທ່ານ ຈະເປັນຜູ້ ຄັດ ເລືອກເອົາ.
ກ່ຽວກັບ ຜູ້ທີ່ຈະມາ ຮັບຕໍາແໜ່ງ ປະທານ ປະເທດ ແລະ ນາຍົກ ຣັຖມົນຕຣີ ນັ້ນ, ເຈົ້າໜ້າທີ່ ຂັ້ນສູງ ຫຼາຍທ່ານ ເຄີຍກ່າວຕໍ່ ເອເຊັຽ ເສຣີ ວ່າ ຜູ້ທີ່ຈະ ຖືກເລືອກ ເປັນ ປະທານ ປະເທດ ຄົນຕໍ່ໄປ ກໍຄື ທ່ານ ບຸນຍັງ ວໍຣະຈິດ ທີ່ ປັດຈຸບັນ ມີຕໍາແໜ່ງ ເປັນຮອງ ປະທານ ປະເທດ ແລະ ຜູ້ທີ່ຈະເປັນ ນາຍົກ ຣັຖມົນຕຣີ ຄົນຕໍ່ໄປ ກໍຄື ທ່ານ ທອງລຸນ ສີສຸລິດ ປັດຈຸບັນ ເປັນຮອງ ນາຍົກ ຣັຖມົນຕຣີ ແລະ ທັງເປັນ ຣັຖມົນຕຣີ ກະຊວງການ ຕ່າງປະເທດ.