ຄວາມສັມພັນ ລາວ ກັບ ສະຫະຣັດ

ສົມເນ
2016.02.06
F-Obama ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັດ ອະເມຣິກາ
Screen captured from the Peak video

ການປະກາດ ການປ່ຽນແປງ ຄນະຜູ້ນໍາ ຊຸດໃໝ່ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ໃນວາຣະ ກອງປະຊຸມ ໃຫຽ່ ຂອງພັກ ເມື່ອເດືອນ ມົກກະຣາ ປີ 2016 ຜ່ານມານີ້ ແລະ ການຈະເດີນທາງ ໄປຢ້ຽມຢາມ ລາວ ຂອງ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັດ ອະເມຣິກາ ໃນເດືອນ ກັນຍາ ທີ່ ຈະມາເຖິງນີ້ ຊຶ່ງເປັນ ປະທານາທິບໍດີ ສະຫະຣັຖ ຄົນທໍາອິດ ຈະ ສ້າງໂອກາດ ໃຫ້ ສະຫະຣັຖ ເພີ້ມຄວາມ ສັມພັນ ກັບ ສປປ ລາວ ປະເທດນ້ອຍໆ ທີ່ ບໍ່ຕິດກັບ ທະເລ ແລະ ມີ ປະຊາກອນ ພຽງແຕ່ ປະມານ 7 ລ້ານ ຄົນ ເທົ່ານັ້ນ.

ນີ້ຄື ບົດຄວາມ ຂອງ ທ່ານ Murray Hiebert ເຈົ້າໜ້າທີ່ ຣະດັບສູງ ຮອງ ຜູ້ອໍານວຍການ ສູນສຶກສາ ບັນຫາ ຕ່າງປະເທດ ຝ່າຍ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ຫລື CSIS.

ການພົບປະ ແລະ ພົວພັນ ຣະດັບສູງ ຣະຫວ່າງ ສະຫະຣັຖ ກັບ ລາວ ເທື່ອທໍາອິດ ໃນປີນີ້ ຈະມີຂຶ້ນ ທີ່ ເມືອງ Rancho Mirage ຣັຖ ຄາລີຟໍເນັຽ ຣະຫ່ວາງ ວັນທີ 15 ຫາ 17 ກຸມພາ ໃນເວລາທີ່ ທ່ານ ໂອບາມາ ກັບ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ລາວ ຈະເປັນ ປະທານ ຮ່ວມ ກອງປະຊຸມ ສຸດຍອດ ຜູ້ນໍາ ສະຫະຣັຖ ກັບ ຜູ້ນໍາ ບັນດາ ປະເທດ ສະມາຊິກ ອາຊຽນ ສໍາລັບ ປີ 2016.

ເມື່ອ ວັນທີ 25 ມົກກະຣາ ທ່ານ ຈອນ ແຄຣີ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ໄດ້ ເດີນທາງໄປ ນະຄອນຫຼວງ ວຽງຈັນ ບໍ່ພໍເທົ່າໃດ ມື້ ຫລັງຈາກ ກອງປະຊຸມ ໃຫຽ່ ພັກ ປະຊາຊົນ ປະຕິວັດ ລາວ ຫາກໍສິ້ນສຸດ ການເລືອກຕັ້ງ ຄນະຜູ້ນໍາ ພັກ ຊຸດໃໝ່ ເພື່ອນໍາພາ ແນວທາງ ການເມືອງ ແລະ ການພັທນາ ເສຖກິດ ໃນ 5 ປີ ຕໍ່ໄປ.

ບົດຄວາມ ເວົ້າວ່າ ນະໂຍບາຍ ການຕ່າງ ປະເທດ ແມ່ນສິ່ງນຶ່ງ ທີ່ເຫັນວ່າ ຈະມີການ ປ່ຽນແປງ ພາຍໃນ ຫຼາຍເດືອນ ຫລື ຫຼາຍປີ ຕໍ່ໜ້າ. ໃນ ຫຼາຍສິບປີ ຜ່ານມາ ວຽດນາມ ໄດ້ຊ່ວຍເຫລືອ ລາວ ຝ່າຍ ນິຍົມ ລັດທິ ຄອມມູຍນິສ ຂຶ້ນ ກໍາອໍານາດ. ແຕ່ນັ້ນມາ ວຽດນາມ ໄດ້ຮັກສາ ອິດທິພົນ ຕໍ່ລາວ ໄວ້ຢ່າງ ໜັກແໜ້ນ, ແຕ່ວ່າ ລາວ ໄດ້ອ່ຽງໄປຮັບ ການຊ່ວຍເຫລືອ ຈາກຈີນ ຫຼາຍຂຶ້ນ. ການປ່ຽນ ຄນະຜູ້ນໍາ ຊຸດເກົ່າ ແລະ ເອົາຄນະຜູ້ນໍາ ຊຸດໃໝ່ ໄດ້ສະແດງເຖິງ ຄວາມ ພຍາຍາມ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ດຶງເອົາ ນະໂຍບາຍ ການເມືອງ ຕ່າງປະເທດ ໃຫ້ມາຢູ່ ເຄິ່ງກາງ ຣະຫ່ວາງ ຈີນ ກັບ ວຽດນາມ. (ນີ້ເປັນພຽງ ສ່ວນນຶ່ງ ຂອງ ບົດຄວາມ.)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.