ນັກຂ່າວລາວຣະວັງໃນການ ສເນີຂ່າວ

ຈໍາປາທອງ
2016.05.02
F-Storm ສື່ສັງຄົມອອນລາຍ ຂອງ ໂທລະໂຄ່ງ ທີ່ສເນີຂ່າວ ຢ່າງແຂງຂັນ ທີ່ກ່ຽວກັບພາກສ່ວນ ຂອງປະຊາຊົນ
Courtesy of Tholakhong

ເຖິງວ່າຈະມີ ຣັຖບາລ ສປປລາວ ຊຸດໃໝ່ ແລ້ວກໍຕາມ, ແຕ່ ນັກຂ່າວລາວ ກໍ ບໍ່ໝັ້ນໃຈ ວ່າ ສື່ມວນຊົນ ລາວ ຈະສາມາດ ສເນີຂ່າວ ກ່ຽວກັບ ບັນຫາຕ່າງໆ ທີ່ເກີດຂຶ້ນ ຢູ່ພາຍໃນ ປະເທດ ໃຫ້ ສັງຄົມຮູ້ໄດ້ ຄືກັນກັບ ຫຼາຍປະເທດ ສະມາຊິກ ອາຊຽນ ອື່ນໆ ນອກຈາກ ວຽດນາມ ແລະ ກັມພູຊາ. ນັກຂ່າວລາວ ຍັງ ບໍ່ສາມາດ ໃຊ້ສິດຂອງຕົນ ໃນການ ສເນີຂ່າວໄດ້ ເຖິງຈະມີ ໂອກາດ ໄປຮ່ວມງານ ກັບ ນັກຂ່າວ ຕ່າງປະເທດ ໄດ້ເຊັ່ນກັນ ກໍຕາມ. ຕາມຄຳເວົ້າ ຂອງ ນັກຂ່າວລາວ ທ່ານນຶ່ງ ຜູ້ ຂໍສງວນຊື່ ທີ່ເວົ້າຕໍ່ RFA ໃນ ວັນທີ 29 ເມສາ:

"ການໄປຮ່ວມກັນ ກັບປະເທດອື່ນ ສາມາດ ໄປຮ່ວມໄດ້ ຄວາມຮູ້ ຄວາມສາມາດ ຂອງ ນັກຂ່າວເຮົາ ສາມາດໄປໄດ້ ແຕ່ວ່າເຣຶ່ອງ ຈະສາມາດ ນຳສເນີ ທຸກຢ່າງໄດ້ ຫລືບໍ່ ອັນນັ້ນ ຖືວ່າ ຍັງບໍ່ທັນມີ ຍັງບໍ່ກ້າໃຊ້ ສິດ ເສຣີພາບ ໃນ ຈຸດນັ້ນເທື່ອ".

ນັກຂ່າວລາວ ມີ ຄວາມສົນໃຈ ແລກປ່ຽນ ປະສົພການ ໃນການ ປະຕິບັດງານ ຂອງຕົນ ກັບ ນັກຂ່າວ ປະເທດ ສະມາຊິກ ອາຊຽນ ເພື່ອ ພັທນາ ການນຳສເນີ ຂ່າວສານ ໃຫ້ ສັງຄົມຮູ້ ຮວມທັງ ກ່ຽວກັບ ກອງປະຊຸມ ສຸດຍອດ ອາຊຽນ ແລະ ປະກອບສ່ວນ ເຮັດ ໃຫ້ ອາຊຽນ ເຂັ້ມແຂງ ຂຶ້ນ, ແລະ ມີນັກຂ່າວ ທີ່ເຮັດວຽກ ຢູ່ ສຳນັກງານ ອີກແຫ່ງນຶ່ງ ກໍເວົ້າວ່າ ປັດຈຸບັນ ນັກຂ່າວລາວ ມີຄວາມຮູ້ ຄວາມສາມາດ ໃນການ ໄປເອົາຂ່າວ ກອງປະຊຸມ ຢູ່ ຕ່າງປະເທດ ຊຶ່ງ ມັນມີຜົລປໂຍດ ໃນການ ອອກຂ່າວ ແລະ ທັງເປັນການ ພັທນາ ຕົນເອງໄປ ໃນຕົວ ພ້ອມໆກັນ. ທ່ານເວົ້າວ່າ ນັກຂ່າວລາວ ມີຄວາມສົນໃຈ ແລກປ່ຽນ ກັບນັກຂ່າວ ປະເທສ ອາຊຽນ ເພື່ອ ຄວາມກ້າວໜ້າ ໃນການ ສເນີຂ່າວ:

"ກໍມີຄວາມ ສົນໃຈຢູ່ ເພາະວ່າ ພວກເຮົາ ກໍຢາກໃຫ້ ແລກປ່ຽນ ບົດຮຽນ ກັບປະເທດ ອາຊຽນ ນຳກັນນະ ເພາະວ່າ ກອງປະຊຸມ ອາຊຽນ ກໍຖືວ່າ ເປັນ ກອງປຊຸມໃຫຍ່ ກໍເປັນ ການດີນະ ຖ້າຫາກວ່າ ພວກເຮົາໄດ້ ມີການແລກປ່ຽນ ກັນແລ້ວ ກໍຊິເຮັດໃຫ້ ການ ນຳສເນີຂ່າວ ນີ້ກໍຊິມີ ການພັທນາຂຶ້ນ ເພື່ອວ່າ ນຳສເນີ ຕໍ່ສັງຄົມ ຫັ້ນນະ".

ແຕ່ທ່ານ ກໍຍັງ ບໍ່ແນ່ໃຈວ່າ ຄວາມຮູ້ ແລະ ປະສົບການ ທີ່ ໄດ້ມານັ້ນ ຈະສາມາດ ນຳມາໃຊ້ ຢູ່ພາຍໃນ ປະເທດ ຂອງຕົນໄດ້ ໜ້ອຍຫຼາຍ ພຽງໃດ. ເມື່ອບໍ່ດົນ ມານີ້ ຜູ້ຕາງໜ້າ ອົງການ ສື່ມວນຊົນ ຫຼາຍ ປະເທດ ອາຊຽນ ເຫັນພ້ອມ ນຳກັນ ທີ່ຈະຈັດຕັ້ງ ເວທີ ສຳລັບ ນັກຂ່າວ ອາຊຽນ ເພື່ອ ສນັບສນູນ ປະຊາຄົມ ອາຊຽນ ໃຫ້ເຂັ້ມແຂງ ແລະ ເປັນປໂຍດ ໃນການເຜີຍແພ່ ຂ່າວສານ ກ່ຽວກັບ ບັນຫາຕ່າງໆ ໃຫ້ ປະຊາຊົນ ໃນກຸ່ມ ປະເທດ ອາຊຽນ ໄດ້ຮູ້.    

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.