ລາວດັດແກ້ກົດໝາຍຄົນ ເຂົ້າ ເມືອງ

ອຸ່ນແກ້ວ ສຸກສະຫວັນ
2014.12.29
f-border ດ່ານຕໍາຣວດ ກວດຄົນ ເຂົ້າ-ອອກເມືອງ ທີ່ແຂວງ ຈໍາປາສັກ
RFA

 

ກະຊວງ ປ້ອງກັນ ຄວາມສງົບ ຂອງລາວ ກຳລັງ ປັບປຸງ ກົດຣະບຽບ ການ ເຂົ້າອອກ ແລະ ຄຸ້ມຄອງ ຊາວ ຕ່າງ ປະເທດ ຫລັງຈາກ ທີ່ ສະພາ ແຫ່ງຊາດ ໄດ້ ພິຈາຣະນາ ຮັບຜ່ານ ກົດໝາຍ ດັ່ງກ່າວ ຢູ່ ກອງປະຊຸມ ສະພາ ຄັ້ງທີ 8. ເຈົ້າໜ້າທີ່ ກ່າວວ່າ ຂໍ້ສເນີ ປັບປຸງ ເພື່ອໃຫ້ ເນື້ອໃນ ມີ ຄວາມຮັດກຸມ ກ່ອນທີ່ຈະ ກ້າວເຂົ້າສູ່ ການເປັນ ປະຊາຄົມ ເສຖກິດ ອາຊຽນ, ດັ່ງເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ທ່ານນຶ່ງ ກ່າວວ່າ:

"ກົດໝາຍ ນີ້ ມີຢູ່ແລ້ວ ຍັງຈະເອົາ ມາ ປັບປຸງ ຄືນ ຕາມການ ປະກອບ ຄວາມຄິດ ຄວາມເຫັນ ຂອງບັນດາ ສະມາຊິກ ສະພາຕ່າງໆ ຫັ້ນ ໃຫ້ປັບປຸງ ບາງອັນ ບາງຂໍ້ ຕື່ມຊື່ໆ ບໍ່ດົນດອກ ປັງປຸງນີ້ ກໍ 2-3 ເດືອນ ແລ້ວ".

ເຈົ້າໜ້າທີ່ ຍັງກ່າວ ຕື່ມ ອີກວ່າ ຫລັງຈາກ ຜ່ານການ ປັບປຸງ ແລ້ວ ເນື້ອໃນ ຂອງ ກົດໝາຍ ດັ່ງກ່າວ ຈະເຮັດໃຫ້ ວຽກງານ ກວດກາ ແລະ ຄຸ້ມຄອງ ຄົນ ຕ່າງດ້າວ ໄດ້ ເຂັ້ມແຂງ ຂຶ້ນ. ປັດຈຸບັນ ມີຄົນຕ່າງ ປະເທດ ເຂົ້າມາຫາ ວຽກເຮັດ ງານທຳ ຢູ່ ປະເທດລາວ ຫລາຍ ແລະ ຜູ້ ທີ່ເຂົ້າມາ ແບບບໍ່ມີ ເອກະສານ ກໍມີຫລາຍ ຊຶ່ງສ່ວນຫລາຍ ແມ່ນ ຊາວວຽດນາມ ແລະ ຊາວຈີນ ທີ່ເຂົ້າມາ ເຮັດວຽກ ກໍ່ສ້າງ ແລະ ຄ້າຂາຍ ແລ້ວ ບໍ່ກັບຄືນ ປະເທດ. ແລະ ບາງ ກໍຣະນີ ກໍ ສ້າງບັນຫາ ໃຫ້ແກ່ ປະຊາຊົນ ລາວ ເປັນຕົ້ນ ແມ່ນ ການລັກ ຊັບສິນ, ຄ້າ ຢາເສບຕິດ ແລະ ຫຼາຍໆ ກໍຣະນີ ກໍແມ່ນ ກໍ່ຄະດີ ຢູ່ ວຽດນາມ ຫຼື ຢູ່ຈີນ ແລ້ວ ໂຕນມາລີ້ ຢູ່ ປະເທດ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.