ບັນຫາການຂຶ້ນທະບຽນ ຄົນງານ ຕ່າງດ້າວ
ໜ່ວຍງານ ຂອງ ທາງການລາວ ບໍ່ສາມາດ ຂຶ້ນທະບຽນ ຄົນງານ ຕ່າງປະເທສ ທີ່ບໍ່ຖືກຕ້ອງ ໄດ້ສໍາເຣັດ ຍ້ອນມີຄົນ ຈໍາພວກນຶ່ງ ທີ່ມີອໍານາດ ຄຸ້ມຄອງ ໄວ້.
-
ຈໍາປາທອງ
2019-01-09 -
-
-
Your browser doesn’t support HTML5 audio
ການຂຶ້ນທະບຽນຄົນງານຕ່າງປະເທສ ຢູ່ທົ່ວ ສປປລາວ ປະມານ 60 ພັນຄົນ ຍັງພົບກັບຄວາມຫຍຸ້ງຍາກຢູ່ ຍ້ອນມີກຸ່ມຄົນຈໍານວນນຶ່ງ ຄຸ້ມຄອງ ຫລືໃຫ້ການຊ່ອຍເຫລືອ ພວກເຂົາໄວ້ ບໍ່ໃຫ້ຖືກທາງການກວດກາ ເຮັດໃຫ້ການຂຶ້ນທະບຽນ ຄົນງານຕ່າງປະເທສ ບໍ່ສໍາເຣັດໄດ້; ດັ່ງເຈົ້າໜ້າທີ່ກະຊວງແຮງງານ ແລະສະຫວັດດິການສັງຄົມ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 9 ມົກກະຣາ ນີ້ວ່າ:
"ຂ້ອນຂ້າງຫຍຸ້ງ ແບບມັນ ເຂົາເຫັນແບບບາງບ່ອນ ບ່ອນທີ່ເຮົາກວດແລ້ວ ບາງເຮັດບາງເທື່ອກໍຍັງຄືເກົ່າຢູ່ ແບບເຮົາເຮັດບໍ່ໄດ້ ມັນຕິດພັນ ນໍາຫລາຍພາກສ່ວນ ທັງເຈົ້າທັງນາຍເພິ່ນກໍວ່າໂຈະ ທາງໃດທາງໃດມັນກໍມີອັນນະ ບາງເທື່ອກໍອ້າງນັ້ນອ້າງນີ້ ອ້າງຄົນ ນັ້ນຄົນນີ້ ບາງເທື່ອ ບັດກໍຢູ່ນໍາຜູ້ນັ້ນ ມັນມີຜູ້ຄຸ້ມຄອງ ເຂົາເຂົ້າມາອີກນະ."
ເຈົ້າຂອງໂຮງຈັກໂຮງງານ ຍັງໃຊ້ຄົນງານຕ່າງປະເທສ ເຮັດວຽກແບບບໍ່ຖືກຕ້ອງ ຕາມຣະບຽບກົດໝາຍ, ຫລີກລ້ຽງການປະກອບເອກສານ ຕ່າງໆໃຫ້ຖືກຕ້ອງ ຕາມຣະບຽບຂອງທາງການ. ແລະເຈົ້າໜ້າທີ່ຜແນກແຮງງານ ແລະສະຫວັດດິການສັງຄົມ ແຂວງຜົ້ງສາລີ ກໍກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນນີ້ວ່າ ຍັງມີຄົນງານຕ່າງປະເທສຫລາຍ ຮ້ອຍຄົນ ຢູ່ໃນແຂວງນີ້ ບໍ່ມາຂຶ້ນທະບຽນ. ສ່ວນຫລາຍຈະເປັນຄົນຈີນ ແລະຄົນວຽດນາມ ທີ່ກວດກາໄດ້ຍາກ ຍ້ອນພວກເຂົາເຮັດວຽກປູກຝັງ ຢູ່ໃນເຂດພູດອຍ ດັ່ງທີ່ທ່ານກ່າວວ່າ:
"ວຽດນາມແລ້ວກໍຈີນ ແລ້ວມັນອາຈບໍ່ເຕັມ ມັນມີຈໍານວນໜ້ອຍທີ່ເຂົ້າມາເຮັດບັດ ສ່ວນຫລາຍພວກທີ່ເຂົ້າມາບໍ່ຖືກຕ້ອງ ອາດຈະບໍ່ຮູ້ເຖິງ ຜູ້ທີ່ເຂົ້າມາເຮັດບັດສ່ວນຫລາຍ ຜູ້ເຂົາຖືກຕ້ອງຈຶ່ງອອກໄດ້ບັດຫັ້ນ."
ປີ 2018 ທີ່ຜ່ານມາ ກະຊວງແຮງງານ ແລະສະຫວັດດິການສັງຄົມ ຄາດຄະເນວ່າ ໃນທົ່ວປະເທສ ມີຄົນງານຕ່າງປະເທສ ທີ່ຍັງບໍ່ມາ ຂຶ້ນທະບຽນ ຫລາຍກວ່າ 17 ພັນຄົນ ເປັນຕົ້ນຢູ່ແຂວງຊາຍແດນ ທີ່ຕິດກັບປະເທສເພື່ອນບ້ານ. ແຕ່ກາງເດືອນທັນວາ 2015 ຫາເດືອນ ພຶສຈິກາ 2017 ທາງການ ສປປ ລາວ ສາມາດຂຶ້ນທະບຽນ ຄົນງານຕ່າງປະເທສໄດ້ ທັງໝົດ 42,400 ປາຍຄົນ.
ມາເຖິງປັດຈຸບັນ ສາມາດແກ້ໄຂຄົນງານຕ່າງປະເທສໄດ້ແລ້ວ 7,500 ປາຍຄົນ ຊຶ່ງສ່ວນຫລາຍຈະເປັນຄົນງານໄທ, ຈີນ ແລະເກົາຫລີໃຕ້ ທີ່ເຂົ້າມາເຮັດທຸຣະກິດ ແລະເຮັດວຽກໃນໂຄງການລົງທຶນຂອງຣັຖ.