ໂຮງຮຽນຫຼາຍແຫ່ງບໍ່ພ້ອມ ເປີດຮຽນ

ມະນີຈັນ
2018.08.31
F-School ໂຮງຮຽນປະຖົມສົມບູນ ບ້ານມິດສໍາພັນ ເມືອງສນາມໄຊ ແຂວງອັດຕະປື
RFA/PN

ທາງການລາວ ຈະເປີດສົກຮຽນ ປະຈໍາປີ 2018-19 ໃນມື້ວັນທີ 3 ກັນຍາ ນີ້, ສໍາລັບໂຮງຮຽນໃດ ທີ່ຍັງບໍ່ມີຄວາມພ້ອມ ທາງຜແນກ ສຶກສາທິການແລະກິລາ ກໍຈະເລື່ອນການເປີດສົກຮຽນອອກໄປ ຊຶ່ງ ອາດຈະມີຢ່າງໜ້ອຍ 100 ແຫ່ງ ທົ່ວປະເທດ ຍ້ອນໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ. ດັ່ງເຈົ້າໜ້າທີ່ ກະຊວງສຶກສາທິການແລະກິລາ ກ່າວຕໍ່ RFA ໃນມື້ວັນທີ 31 ສິງຫາ ນີ້ວ່າ:

"ມື້ອາທິດໜ້າມາ ເພາະວ່າເຮົາຈະເລີ່ມເຂົ້າໂຮງຮຽນ ວັນທີ 3 ເນາະ ບາດນີ້ ເຂົ້າເປັນປົກຕິໃນຂັ້ນ ສາມັນປະຖົມ ແລະມັທຍົມ ທີ່ຖືກ ນໍ້າຖ້ວມນີ້ ກໍຍັງເຂົ້າ ໂຮງຮຽນບໍ່ໄດ້ກໍມີຫລາຍແຫ່ງເຕີບ ຢູ່ເນາະ ແຕ່ກໍຈະໃຫ້ເລື່ອນໄປກ່ອນແຫລະ ເພາະວ່າຈະຍ້າຍໄປມັນກໍຢູ່ໄກ ເນາະ."

ທ່ານກ່າວຕື່ມວ່າໃນຈໍານວນໂຮງຮຽນ ທີ່ຍັງບໍ່ມີຄວາມພ້ອມ ໃນການເປີດສົກຮຽນ ໃນສັປດາໜ້າ ຕາມກໍານົດ ກໍມີຮວມທັງໂຮງຮຽນ ປະຖົມແລະມັທຍົມ ຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນແຕກ, ນໍ້າຖ້ວມ.

ພາຍຫລັງທີ່ນໍ້າບົກລົງ ທາງແຂວງຈະໄດ້ອະນາມັຍ ແລະສ້ອມແປງໂຮງຮຽນ ທີ່ໄດ້ຮັບຄວາມເສັຽຫາຍ ໃຫ້ໄວທີ່ສຸດເພື່ອເປີດສົກຮຽນ ບໍ່ໃຫ້ລ່າຊ້າໄປຕື່ມ. ສໍາລັບໂຮງຮຽນ ທີ່ບໍ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ກໍຈະໄດ້ເປີດສົກຮຽນຕາມປົກຕິ. ດັ່ງເຈົ້າໜ້າທີ່ຜແນກ ສຶກສາທິການແລະກິລາ ແຂວງອັດຕະປື ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:

"ເຈົ້າແມ່ນແຫລະ ເພາະວ່າຕົວນີ້ມັນສໍາຄັນໃດ໊ ການສຶກສາບໍ່ໄດ້ພັກ ເພາະວ່າມັນບໍ່ໄດ້ຖືກຜົລກະທົບ ຕ້ອງໄດ້ດໍາເນີນການສອນປົກຕິ ຕ້ອງໄດ້ລົງໄປຮັບນັກຮຽນ ໄປຈົດຊື່ນັກຮຽນເຂົ້າປົກຕິ ເພາະວ່າ ພວກເຮົາ ບໍ່ໄດ້ຖືກຜົລກະທົບ."

ກະຊວງສຶກສາທິການແລະກິລາ ປະເມີນຄວາມພ້ອມ ຂອງໂຮງຮຽຮທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມໃນທົ່ວປະເທດ ແລະບໍ່ຢາກໃຫ້ ເລື່ອນການເປີດ ສົກຮຽນໄປເກີນ 1 ເດືອນ ເພາະມີຄວາມ ຫຍູ້ງຍາກ ຫລາຍຢ່າງຕາມມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.