ທາງການຕຣຽມຈັດປະຊຸມ ກັບຄູ່ຮ່ວມ ພັທນາ


2013.11.11
F-default ທາງການຕຣຽມຈັດປະຊຸມ ກັບຄູ່ຮ່ວມ ພັທນາ
RFA

 

ຣັຖບານລາວ ກຳລັງຕຣຽມຈັດກອງປະຊຸມໂຕະມົນ ປະຈຳປີ ໃນວັນທີ 18-19 ພຶສຈິກາ ຖ້າມກາງການຖືກກົດດັນ ເຣື້ອງສິດທິມະນຸສ ຈາກ ນາໆຊາດ ແລະ ບັນຫາເສຖກິດພາຍໃນປະເທດ. ຄາດວ່າຈະມີບັນດາ ຄູ່ຮ່ວມພັທນາ ຕົວແທນອົງການຜູ້ໃຫ້ທຶນ ອົງການທີ່ບໍ່ຂຶ້ນກັບຣັຖບານ ສະມາຄົມທີ່ບໍ່ຫວັງຜົນກໍາໄຣ ເຂົ້າຮ່ວມປະຊຸມ ກັບພາກຣັດ ເພື່ອທົບທວນ ການປະຕິບັດວຽກງານ ທີ່ຜ່ານມາ ແລະ ແນວທາງໃນການຊ່ວຍ ເຫລືອ ສປປ ລາວ ໃນຕໍ່ໜ້າ. ເຈົ້າໜ້າທີ່ຈາກກະຊວງສາທາຣະນະສຸຂ ຜູ້ຂໍສະຫງວນຊື່ ໄດ້ຂ່າວໃຫ້ຜູ້ສື່ຂ່າວ ເອເຊັຽເສຣີຮູ້ວ່າ:

"ກອງປະຊຸມໂຕະມົນຫັ້ນຫວາ? ທີ 18-19 ຢູ່ຫໍປະຊຸມແຫ່ງຊາດ ຫຼັກ 6 ມີຂະແໜງການຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ມີ ໂຍທາ ມີເຮົາ ມີກະສິກັມ ມີລະເບີດບໍ່ທັນແຕກຫັ້ນ".

ລາຍລະອຽດຂອງກອງປະຊຸມ ຍັງບໍ່ມີການເປີດເຜີຍເທື່ອ ແຕ່ຫລາຍຄົນກໍເຊື່ອວ່າ ນຶ່ງໃນຫົວຂໍ້ຫລັກຂອງການສົນທະນາຄັ້ງນີ້ ທີ່ບັນດາຄູ່ຮ່ວມ ພັທນາ ພ້ອມດ້ວຍອົງການຈັດຕັ້ງ ທາງສັງຄົມຄົງຈະຍົກເຣື້ອງ ສິດທິມະນຸດຂຶ້ນມາປຶກສາຫາລືກັບຣັຖບານ ເພາະເປັນບັນຫາທີ່ຮ້ອນໃນເວລາ ນີ້ ຫລັງຈາກທີ່ ທ່ານ ສົມບັດ ສົມພອນ ໄດ້ຖືກລັກພາຕົວ ໃນວັນທີ 15 ທັນວາ 2012.

ກອງປະຊຸມໂຕະມົນທີ່ຜ່ານມາ ບໍ່ແມ່ນແບບເປີດກວ້າງ ເພາະຜູ້ເຂົ້າຮ່ວມຈາກສະມາຄົມ ແລະອົງການຈັດຕັ້ງ ທີ່ບໍ່ສັງກັດຣັຖບານ ຕ້ອງແມ່ນ ຣັຖບານລາວ ຄັດເລືອກເອົາເທົ່ານັ້ນ ຈຶ່ງສາມາດ ເຂົ້າຮ່ວມໄດ້ ຈົນເກີດກະແສວິພາກວິຈານ ວ່າອົງການໃດ ສະມາຄົມໃດ ທີ່ຣັຖບານມັກ ກໍ ຈະໄດ້ເຂົ້າຮ່ວມ ຫາກອົງການໃດທີ່ຣັຖບານບໍ່ມັກ ກໍບໍ່ໄດ້ເຂົ້າຮ່ວມ.

ບັນຫາດັ່ງກ່າວໄດ້ເກີດຂຶ້ນໃນປີຜ່ານມາ ຈົນເຮັດໃຫ້ນາງ ແອນນາ ໂຊຟີ ຂຽນຈົດໝາຍເຖິງຄູ່ຮ່ວມພັທນາ ແລະ ວິຈານກ່ຽວກັບການ ຈໍາກັດ ຮັດແຄບ ຂອງຣັຖບານໃນການເປີດໂອກາດ ໃຫ້ອົງການຈັດຕັ້ງທີ່ບໍ່ສັງກັດ ຣັຖບານ ເຂົ້າຮ່ວມກອງປະຊຸມໂຕະມົນ ແລະ ຫລັງຈາກຂຽນຈົດ ໝາຍສະບັບດັ່ງກ່າວ ຣັຖບານລາວກໍສັ່ງ ເນຣະເທດ ນາງ ແອນນາ ອອກຈາກ ສປປ ລາວ ພາຍໃນ 48 ຊົ່ວໂມງ ໃນເດືອນທັນວາ 2012.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.