ຍ.ນ ປານີ ທ.ໄຊສົມພອນ ຍັງຕິດ ຕໍາແໜ່ງ
2016.03.29

ສໍານັກຂ່າວ ຊິນຫົວ ຂອງຈີນ ຣາຍງານ ໃນວັນທີ 28 ມິນາ 2016 ນີ້ວ່າ ຍານາງ ປານີ ຢາທໍ່ຕູ້ ແລະ ທ່ານ ໄຊສົມພອນ ພົມວິຫານ ໄດ້ຖືກເລືອກ ເປັນ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8. ປັຈຈຸບັນ ທັງສອງທ່ານ ຍັງຢູ່ໃນ ຕໍາແໜ່ງ ໜ້າທີ່ເດີມ ຄືເປັນ, ປະທານ ແລະ ຮອງປະທານ ສະພາ ແຫ່ງຊາດ ແລະ ຍັງບໍ່ມີ ການປະກາດ ຢ່າງເປັນ ທາງການ ວ່າ ທັງສອງທ່ານ ຈະຍ້າຍໄປ ຮັບໝ້າທີ່ ຕໍາແໜ່ງໃດ ໃນຂັ້ນຕໍ່ໄປ.
ການແຕ່ງຕັ້ງ ຕໍາແໜ່ງ ທີ່ສໍາຄັນ ຕ້ອງລໍຖ້າ ກອງປະຊຸມ ສະພາ ແຫ່ງຊາດ ຊຸດທີ 8 ໃນຮອບທີ 1 ກ່ອນ. ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ແລະ ສະພາ ປະຊາຊົນ ຂັ້ນແຂວງ ແມ່ນ ມີຂຶ້ນ ໃນວັນທີ 20 ມິນາ ຜ່ານມາ, ຊຶ່ງ ມີຜູ້ສະໝັກ ເລືອກຕັ້ງເປັນ ສະມາຊິກ ສະພາ ແຫ່ງຊາດ ທັງໝົດ 211 ທ່ານ ແລະ ຈະຄັດເລືອກເອົາ 149 ທ່ານ, ໃນນັ້ນມີ ສສຊ ເພດຍິງ ຈໍານວນ 41 ທ່ານ.
ຜູ້ສະໝັກ ສະມາຊິກ ສະພາ ປະຊາຊົນ ຂັ້ນແຂວງ ທັງໝົດມີ 508 ທ່ານ ແລະ ຈະຄັດເລືອກເອົາ 360 ທ່ານ. ໃນ ທົ່ວປະເທດ ມີທັງມົດ 18 ເຂດ ເລືອກຕັ້ງ ຮວມທັງ ນະຄອນຫຼວງ ວຽງຈັນ, ມີພົລເມືອງ ຜູ້ມີສິດ ປ່ອນບັດ ເລືອກຕັ້ງ ເກືອບ 4 ລ້ານຄົນ, ມີຜູ້ມາ ປ່ອນບັດ ເລືອກຕັ້ງທັງໝົດ 97 ສ່ວນຮ້ອຍ.
ເຖີງຢ່າງໃດ ກໍຕາມ, ບັນດາ ກົມການເມືອງ ຄົນສໍາຄັນ ຫຼາຍທ່ານ ກໍບໍ່ລົງ ສະໝັກ ເລືອກຕັ້ງ ເຊັ່ນ: ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ, ທ່ານ ທອງສິງ ທໍາມະວົງ ນາຍົກ ຣັຖມົນຕຣີ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ຣັຖມົນຕຣີ, ທັງ 3 ທ່ານ ຄາດວ່າ ຈະອອກບໍານານ.