ນັກໂທດການເມືອງບໍ່ຖືກ ອະພັຍໂທດ

ໄມຊູລີ
2016.12.12
f-pardon ວັນຊາດ ທີ 2 ທັນວາ ທາງການລາວ ໄດ້ທໍາພິທີ ປ່ອຍຕົວແລະຜ່ອນໂທດ ໃຫ້ແກ່ນັກໂທດ
Screen captured Laos National TV video

ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຜ່ານມາ ທາງການລາວ ໄດ້ມີການ ປ່ອຍຕົວ ແລະຜ່ອນໂທດ ໃຫ້ແກ່ນັກໂທດ ໃນຫຼາຍ ກໍຣະນີ ແຕ່ໃນນັ້ນ ບໍ່ມີນັກໂທດ ການເມືອງ ຈັກຄົນ ເປັນຕົ້ນ ຜູ້ທີ່ຕໍ່ຕ້່ານ, ຕໍານິຕິຕຽນ ການນໍາພາ ຂອງພັກ-ຣັຖ ຖືວ່າ ເປັນການ ກະທໍາຜິດ ທີ່ ຮ້າຍແຮງ ຕໍ່ ທາງການລາວ. ດັ່ງເຈົ້າໜ້າທີ່ ຫ້ອງການ ປະຕິບັດ ຄໍາສັ່ງ ສານ ທ່ານນຶ່ງ ກ່າວໃນວັນທີ 12 ທັນວາ ນີ້ວ່າ:

“ບໍມີການຜ່ອນໂທດ ກົດໝາຍ ກໍານົດວ່າ ແນວນັ້ນ ສໍາລັບ ນັກໂທດການເມືອງ ເປັນການ ໂຈຣະກັມ ຖືວ່າບໍ່ມີ ການຜ່ອນ ຕ້ອງໄດ້ ປະຕິບັດ ເຕັມຕາມກົດໝາຍ ກໍ່ກວນ ຄວາມບໍ່ສງົບ ເຂົາເອີ້ນ ໂຈຣະກັມ ເນາະ ຖືວ່າ ບໍ່ເຫັນພ້ອງ ຕາມແນວທາງ ການເມືອງ ຂອງພັກ ແລ້ວກໍຕໍ່ຕ້ານ ນະ ວ່າຊັ້ນ”.

ເຈົ້າໜ້ທີ່ ທ່ານນີ້ ກ່າວຕື່ມວ່າ ນັກໂທດ ທີ່ຖືກຂໍ້ຫາ ທາງການເມືອງ ດັ່ງທີ່ກ່າວມາ ຂ້າງເທິງນີ້ ຈະບໍ່ສາມາດ ຮຽກຮ້ອງ ຂໍຜ່ອນໂທດ ໄດ້ ໃນທຸກ ກໍຣະນີ ຜູ້ຕ້ອງຫາ ຈະຕ້ອງຖືກຂັງ ຕາມກໍານົດ ທີ່ສານຕັດສິນ ເທົ່ານັ້ນ ຊຶ່ງທາງການລາວ ຖືວ່າໂທດ ການເມືອງ ເປັນການສ້າງ ຜົນກະທົບ ຕໍ່ ຄວາມໝັ້ນຄົງ ຂອງປະເທດ, ສ່ວນໃນ ກໍຣະນີ ຂອງອະດີດ ເຈົ້າໜ້າທີ່ຣັຖ ທີ່ຕົກເປັນ ນັກໂທດ ຍ້ອນສໍ້ຣາສບັງຫຼວງ ນັ້ນ ກໍໄດ້ຮັບ ການຫລຸດຜ່ອນໂທດ ຄືກັນກັບ ນັກໂທດ ທົ່ວໄປ.

ຢ່າງໃດກໍຕາມ ປະຈຸບັນ ສປປລາວ ມີນັກໂທດ ການເມືອງ ຈໍານວນນຶ່ງ ເປັນຕົ້ນ, ທ້າວ ບຸນທັນ ທັມມະວົງ ຊາວລາວສັນຊາດ ໂປແລັນ ຜູ້ກ່ຽວຖືກຈັບ ໃນຂໍ້ຫາ ໃສ່ຮ້າຍປ້າຍສີ  ພັກ-ຣັຖ ຜ່ານທາງ ສື່ສັງຄົມອອນລາຍ ຮວມທັງຄົນລາວ ສາມຄົນ ທີ່ຖືກຈັບ ໃນຂໍ້ຫາຮຽກຮ້ອງ ໃຫ້ມີ ການປ່ຽນແປງ ການເມືອງ ຢູ່ຕໍ່ໜ້າ ສະຖານທູດລາວ ຢູ່ບາງກອກ ປະເທດໄທ ຮວມທັງ ອະດິດ ຜູ້ນໍາ ນັກສຶກສາລາວ ທີ່ຕຣຽມ ການປະທ້ວງຢູ່ ນະຄອນຫຼວງ ວຽງຈັນ ເມື່ອປີ 1999.

ອິງຕາມການເປິດເຜີຍ ຂໍ້ມູນ ຂອງທາງການລາວ ເນື່ອງໃນໂອກາດ ສລອງວັນຊາດ ປີທີ 41 ຜ່ານມານີ້ ກົມຕໍາຣວດ ຄຸມຂັງ ດັດສ້າງ ໄດ້ປ່ອຍ ນັກໂທດ ຢູ່ນະຄອນ ຫຼວງວຽງຈັນ ຈໍານວນ 83 ຄົນ ໃນນັ້ນ ເປັນແມ່ຍິງ 12 ຄົນ ແລະ ຊາວຕ່າງຊາດ 2 ຄົນ. ນອກນັ້ນ ໄດ້ຜ່ອນໂທດ ໃຫ້ແກ່ນັກໂທດ ທົ່ວປະເທດ ຈໍານວນ 1,450 ຄົນ ຕາມດໍາຣັດ ຂອງ ປະທານ ປະເທດ ວ່າດ້ວຍການ ອະພັຍໂທດ ແກ່ ນັກໂທດ ທີ່ ປະພຶດຕົນດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.