ຜູ້ບົງການຂ້າເຈົ້າຂອງ ຕີ້ຫາວ ຖືກສົ່ງ ໄປ ຈີນ

ໄຊຍາ
2018.11.07
F-Killer ເຈົ້າໜ້າທີ່ ຕຳຣວດລາວ ເຂົ້າລວບຕົວ ຄົນຮ້າຍໄດ້ 1 ຄົນ ທີ່ຕລາດຊັງຈ່ຽງ ໃນນະຄອນຫຼວງວຽງຈັນ
ຮູປພາບຈາກ : ຂ່າວ ພັຍສັງຄົມ

ເມື່ອວັນທີ 02 ພຶສຈິກາ ຜ່ານມາ ກອງບັນຊາການປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ໄດ້ມອບຕົວຜູ້ຕ້ອງຫາຊາວຈີນ 2 ຄົນ ທີ່ ເປັນຜູ້ບົງການ ການຄາຕກັມ ທ້າວ ໄຊຊະນະ ຢົດສະຫວັດ ຫລື ລີຈາວເຜີງ ນັກທຸຣະກິດຈີນ ສັນຊາດລາວ ເຊິ່ງເປັນເຈົ້າຂອງ ໂຮງແຮມ ຕີ້ຫາວ ຢູ່ນະຄອນຫລວງວຽງຈັນ ໃຫ້ເຈົ້າໜ້າທີ່ຕຳຣວດ ແຂວງຫູນານ ຂອງຈີນ ໄປດຳເນີນຄະດີ ຕາມກົດໝາຍ ໃນປະເທດຈີນ.

ກ່ຽວກັບເຣື່ອງນີ້ ກອງບັນຊາການປ້ອງກັນຄວາມສງົບນະຄອນຫຼວງວຽງຈັນ ຍັງຍັງບໍ່ພ້ອມທີ່ຈະໃຫ້ຄຳເຫັນ, ກ່ອນໜ້ານີ້ ເຈົ້າໜ້າທີ່ຕຳຣວດ ປ້ອງກັນຄວາມສງົບ ກໍໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ເພື່ອຢັ້ງຢືນເຖິງການຈັບໂຕ ຜູ້ບົງການໄດ້ ນັ້ນວ່າ:

"ແມ່ນຈັບໄດ້ແລ້ວຢູ່ລາວນີ້ແຫລະ ຢູ່ນະຄອນຫລວງວຽງຈັນ ຢູ່ຊັງຈຽງຄົນຈີນ ຄືກັນໃຫ້ເຂົາສືບສວນສອບສວນ ເອົາຂໍ້ມູນໃຫ້ມັນຈະແຈ້ງ ນ້ອຍນຶ່ງຈື່ງສິອອກຂ່າວ."

ໃນສ່ວນຜູ້ບົງການນັ້ນ ມີ ທ້າວເຕິ້ງຈື້ລິນ ອາຍຸ 32 ປີ ແລະ ທ້າວ ສາງອີ້ສຸຍ ອາຍຸ 42 ປີ ເຊິ່ງທັງສອງໄດ້ຮັບສາຣະພາບວ່າ ໄດ້ບົງການ ການຄາຕກັມ ທ້າວ ລີຈ້າວເຜີງ ເຈົ້າຂອງໂຮງແຮມຕີ້ຫາວ ແທ້ຍ້ອນຄວາມຂັດແຍ່ງ ຜົລປະໂຫຍດ ທາງດ້ານທຸຣະກິດ, ສ່ວນຜູ້ຕ້ອງຫາ ທີ່ ເປັນຄົນລົງມືຂ້າ ນັ້ນ ແມ່ນ ທ້າວ ເສີນເຜີງເຝີ້ງ ອາຍຸ 34 ປີ ຈະຖືກດຳເນີນຄະດີ ຢູ່ລາວ.

ເຫດການຄາຕກັມດັ່ງກ່າວເກີດຂຶ້ນ ເມື່ອວັນທີ 12 ສິງຫາ 2018 ທີ່ເຮືອນຂອງຜູ້ເສັຽຊີວິດ ທ້າວລີຈ້າວເຜີງ ຢຸ່ບ້ານວັດໄຕໃຫຍ່ທົ່ງ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ພາຍຫລັງການຄາຕກັມແລ້ວ ຄົນຮ້າຍໄດ້ລັກເອົາຊັບສິນໄປນໍາ ແລ້ວຫລົບໜີອອກນອກ ປະເທດ.

ຈາກນັ້ນຕໍ່ມາ ເຈົ້າໜ້າທີ່ຕຳຣວດຈີນ ຈຶ່ງຈັບຜູ້ຕ້ອງຫາໄດ້ 2 ຄົນທີ່  ແຂວງຫູນານ ຂອງຈີນ ເມື່ອວັນທີ 31 ສິງຫາ 2018 ແລ້ວສົ່ງກັບ ມາລາວ. ຜ່ານການສອບສວນຜູ້ຕ້ອງຫາ ໄດ້ຊັດທອດໄປຫາຜູ້ບົງການ ແລະ ໃນວັນທີ 02 ກັນຍາ ຕຳຣວດນະຄອນຫລວງ ວຽງຈັນ ກໍ ສາມາດຈັບຜູ້ບົງການໄດ້ ທີ່ ຕລາດຊັງຈຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.