ທ່ານທູດລາວຢໍ້າວ່າໂຈະເຣື້ອງ ເຂື່ອນ ດອນສະໂຮງ

ສົມເນ
2014.08.20
f-donsahong ລາວຄົງຈະບໍ່ຍົກເລີກເຂື່ອນ ດອນສະໂຮງ
RFA

 

ເອກ ອັຄຣາຊທູດ ລາວ ຄົນໃໝ່ ປະຈໍາ ກໍາພູຊາ ທ່ານ ປຣະສິດ ໄຊຍະສິດ ກ່າວຢູ່ ກຸງ ພະນົມເປັນ ໃນ ວັນອັງຄານ ວັນທີ່ 19 ສິງຫາ ນີ້ວ່າ ທາງການລາວ ໄດ້ໂຈະ ການສ້າງ ເຂື່ອນ ດອນສະໂຮງ ໃນນໍ້າຂອງ ພາກໃຕ້ ຂອງລາວ ເປັນການ ຊົ່ວຄາວ ຫລັງຈາກ ປະເທດ ເພື່ອນບ້ານ ໄດ້ຂໍຮ້ອງ, ຕາມຣາຍງານ ອົງການ ຂ່າວ ຊິນຫົວ ທີ່ ອີງໃສ່ ຄໍາເວົ້າ ຂອງ ໂຄສົກ ກະຊວງ ການຕ່າງ ປະເທດ ກໍາພູຊາ ທ່ານ ກອຍກວາງ.

ທ່ານ ກອຍກວາງ ວ່າ ໃນເວລາ ທ່ານ ປຣະສິດ ພົບປະກັບ ທ່ານ ຮໍນໍາຮົງ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ຕ່າງປະເທດ ກໍາພູຊາ ທ່ານ ປຣະສິດ ໄດ້ເວົ້າວ່າ ສປປ ລາວ ໄດ້ ເຮັດດີທີ່ສຸດ ເທົ່າທີ່ ເຮັດໄດ້ ເພື່ອ ຫລີກລ້ຽງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ຕາມ ແມ່ນໍ້າຂອງ. ທ່ານ ກອຍກວາງ ວ່າ ຫລັງຈາກ ກອງປະຊຸມ ແມ່ນໍ້າຂອງ ຢູ່ປະເທດໄທ ຄັ້ງຜ່ານມາ ລາວ ໄດ້ຕັດສີນໃຈ ໂຈະ ວຽກງານ ສ້າງເຂື່ອນ ດອນສະໂຮງ ເປັນການ ຊົ່ວຄາວ.

ໃນການ ພົບປະ ນັ້ນ ທ່ານ ຮໍນໍາຮົງ ໄດ້ກ່າວ ຍິນດີ ທີ່ລາວໄດ້ ຕັດສີນໃຈ ໂຈະການສ້າງ ເຂື່ອນ ເປັນການ ຊົ່ວຄາວ ແລະວ່າ ພາຍໃຕ້ ຂໍ້າຕົກລົງ ແມ່ນໍ້າຂອງ ປີ 1995 ການສະເໜີ ສ້າງ ເຂື່ອນໃດໆ ໃສ່ ແມ່ນໍ້າຂອງ ສາຍຫລັກ ກໍດີ ຕ້ອງໄດ້ ສົນທະນາ ກັນຢ່າງ ກວ້າງ ຂວງ ຣະຫ່ວາງ 4 ປະເທດ ລາວ ໄທ ກໍາພູຊາ ແລະ ວຽດນາມ ກ່ອນຈະ ຕັດສີນໃຈລົງມື ສ້າງ.

ກອງປະຊຸມ ຄນະມົນຕຣີ ແມ່ນໍ້າຂອງ ຄັ້ງທີ່ 20 ມີຂຶ້ນທີ່ ບາງກອກ ປະເທດໄທ ໃນວັນທີ່ 26 ມີຖຸນາ ປີ 2014.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.