ຄຣູສອນມີຫຼາຍ ແຕ່ບໍ່ຖືກ ບັນຈຸ

ສິດນີ
2017.09.28
f-teacher ນັກສຶກສາ ວິທຍາໄລຄຣູ ແຂວງຫຼວງນໍ້າທາ
RFA/VD

ນັກສຶກສາທີ່ຈົບຈາກໂຮງຮຽນ ວິທຍາໄລຄຣູ ແຂວງຫລວງນໍ້າທາ ຫລາຍຄົນ ຍັງບໍ່ມີວຽກເຮັດ. ນັກສຶກສາທີ່ວ່ານັ້ນ ມີຫລາຍຮ້ອຍຄົນ ທັງຢູ່ ໃນແຂວງຫລວງນ້ຳທາ ແລະມາຈາກຕ່າງແຂວງ ທີ່ຮຽນຈົບໄປນັ້ນ ຍັງບໍ່ຖືກບັນຈຸ ໃຫ້ເຂົ້າສອນ ຍ້ອນວ່າຣັຖບານ ບໍ່ມີໂຄຕ້າ ທີ່ຈະຮັບເຂົ້າ ເປັນພະນັກງານໄດ້. ຕາມຄຳເວົ້າຂອງ ນັກສຶກສາ ທີ່ຈົບຈາກໂຮງຮຽນ ວິທຍາໄລຄຣູ ຕໍ່ວິທຍຸ ເອເຊັຍເສຣີ:

“ການຍື່ນເອກກະສານກະຍື່ນຢູ່ຫຼາຍເມືອງ ແລະກະຫຼາຍບ່ອນ ທັງໂຮງຮຽນຣັດ ແລະກະເອກກະຊົນ ແຕ່ວ່າອັນໂຮງຮຽນຣັດ ເຮົາສ່ວນຫຼາຍ ມັນຈະມີຫຼາຍເມືອງ ກະໄປສະໝັກໝົດ ແລ້ວແຕ່ວ່າບາງບ່ອນນີ້ ເພິ່ນກະໃຫ້ລໍຖ້າ ແຕ່ກະລໍຖ້າມາເປັນປີ ກະຍັງບໍ່ໄດ້ບາງໂຮງຮຽນ ກະບໍ່ມີ ຄຳຕອບເລີຍ, ຖ້າແຕ່ລະເມືອງ ຫລືວ່າບ່ອນໃດ ເພິ່ນບໍ່ຮັບກະບໍ່ຮູ້ ຊິເຮັດແນວໃດ ກະໄດ້ຢູ່ລ້າໆນີ້ແລະ”.

ສາເຫດທີ່ພາໃຫ້ຂະເຈົ້າ ບໍ່ຖືກຊັບຊ້ອນ ເຂົ້າເປັນພະນັກງານຄຣູນັ້ນ ອາດີດນັກສຶກສາ ຜູ້ນີ້ເວົ້າວ່າ ເປັນຍ້ອນແຕ່ລະເມືອງ ທີ່ເຂົາໄປຍື່ນ ເອກກະສານ ຂໍເຂົ້າເປັນຄຣູສອນນັ້ນ ບາງບ່ອນ ປະຕິເສດ ວ່າບໍ່ມີໂຄຕ້າ ທີ່ຈະຮັບ ແລະຄຣູອາສາ ກໍ່ຍັງມີ ຫລາຍຢູ່; ບາງບ່ອນກໍຮັບ ເອກກະສານໄວ້ລ້າໆ ແຕ່ບໍ່ມີຄຳຕອບວ່າ ຈະໄດ້ຫລືບໍ່ໄດ້ ໃນຂະນະດຽວກັນ ກໍມີກຸ່ມນັກຮຽນຈົບ ພ້ອມກັນຫລາຍຄົນ ກໍຖືກຮັບເອົາເຂົ້າ ເປັນຄຣູສອນແລ້ວ ຍ້ອນວ່າພວກເຂົາ ມີເງິນຈ້າງ ຫລື ມີເສັ້ນສາຍຜູ້ໃຫຍ່ ໃນພັກຣັຖ. ລາວເວົ້າວ່າ ນັກສຶກສາທີ່ຈົບໃໝ່ຫຼາຍຄົນແມ່ນ ປະສົບກັບບັນຫາ ຄ້າຍຄືກັນນີ້. ດັ່ງນັກສຶກສາ ທີ່ຈົບຈາກວິທຍາໄລຄຣູ ຫລວງນໍ້າທາ ອີກຜູ້ນຶ່ງ ກໍເວົ້າວ່າ:

“ແຕ່ລະປີເພິ່ນກະເປີດໃຫ້ເສັງ ເສັງເຂົ້າເປັນຄຣູອາສາ ແຕ່ວ່າກະມີຫລາຍຄົນ ມາເສັງ ບາງຄົນເສັງໄດ້ ກະບໍ່ໄດ້ເຮັດວຽກກະມີ ບາງຄົນ ເສັງບໍ່ໄດ້ ພັດໄດ້ເຮັດວຽກ ກໍ່ມີຫລາຍ”.

ກ່ຽວກັບບັນຫາດັ່ງກ່າວ ພະນັກງານຄຣູ ຢູ່ແຂວງຫລວງນ້ຳທາ ທ່ານນຶ່ງເວົ້າວ່າ ທີ່ຜ່ານມາ ເຖິງແມ່ນວ່າ ຢູ່ແຂວງນີ້ ຈະປະສົບກັບບັນຫາ ຂາດແຄນນາຍຄຣູ ໃນແຕ່ລະເມືອງ ແຕ່ເມື່ອທຽບໃສ່ ຈຳນວນນັກສຶກສາ ທີ່ຮຽນຈົບຈາກວິທຍາໄລຄຣູ ແຕ່ລະປີແມ່ນ ມີຫຼາຍຮ້ອຍຄົນ ແຕ່ ບໍ່ຖືກບັນຈຸ ເຂົ້າເປັນຄຣູສອນ ຍ້ອນຣັຖບານ ບໍ່ມີງົບປະມານ ທີ່ຈະໃຊ້ຈ່າຍໃຫ້ ພະນັກງານຄຣູໄດ້. ດັ່ງນັ້ນຈຶ່ງເຮັດໃຫ້ ການສະໜອງນາຍຄຣູ ບໍ່ໄດ້ຕາມຄວາມຮຽກຮ້ອງ ຕ້ອງການ ຂອງສປປລາວ ແຕ່ໃດໆມາ ແລະ ໃນປັດຈຸບັນ.

ໃນປີນີ້ສຳລັບແຂວງຫລວງນໍ້າທາ ຣັຖບານໄດ້ອະນຸມັດ ໂຄຕ້າ ຣັຖກອນຄຣູໃນທົ່ວແຂວງ ມີພຽງແຕ່ 62 ຄົນເທົ່ານັ້ນ ເມື່ອມາສົມທຽບກັບ ຈຳນວນນັກສຶກສາ ທີ່ຈົບໃໝ່ ນັັ້ນແມ່ນຍັງບໍ່ ພຽງພໍ ສະເພາະເມືອງສິງ ແລະເມືອງລອງ ມີນັກສຶກສາ ທີ່ຈົບຈາກ ວິທຍາໄລຄຣູ ແຕ່ບໍ່ມີ ວຽກເຮັດ ເກືອບຮອດ 100 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.