ຣັຖບານຄວນຟັງສຽງປະຊາຊົນ
2016.04.14
ໃນລະຍະ ທີ່ບັນດາ ຜູ້ນໍາ ກໍາລັງ ປະຊຸມກັນ ເຣື້ອງ ແຕ່ງຕັ້ງ ຄນະຜູ້ນໍາ ຣັຖບານ ຊຸດໃໝ່ ເພື່ອ ສະເໜີ ຕໍ່ ກອງປະຊຸມ ສະພາ ສມັຍສາມັນ ເທື່ອທໍາອິດ ທີ່ ຈະມີຂຶ້ນ ແຕ່ ວັນທີ 20 ຫາ 23 ເມສາ ນີ້, ຊາວລາວ ໃນ ນະຄອນຫຼວງ ວຽງຈັນ ກໍພາກັນ ຕັ້ງຄວາມຫວັງ ວ່າ ຣັຖບານ ຈະແກ້ໄຂ ບັນຫາ ຊີວິດການ ເປັນຢູ່ ຂອງ ປະຊາຊົນ ໃຫ້ດີຂຶ້ນ ແລະ ໂດຍສະເພາະ ຢາກໃຫ້ ຣັຖບານ ເປີດກວ້າງ ເຣື້ອງ ສິດເສຣີພາບ ຂອງ ປະຊາຊົນ ໃນການ ປາກເວົ້າ ເພື່ອ ໃຫ້ສອດຄ່ອງ ກັບ ຣະບົບ ເສຖກິຈ ການເມືອງ ແລະ ສັງຄົມ ຂອງ ປະຊາຄົມ ເສຖກິຈ ອາຊຽນ ນັ້ນນໍາດ້ວຍ. ດັ່ງຊາວ ນະຄອນຫຼວງ ທ່ານນຶ່ງ ທີ່ ຂໍສງວນຊື່ ໄດ້ເວົ້າ ໃນວັນທີ 13 ເມສາ ນີ້ວ່າ:
"ມີແຕ່ວ່າ ຢາກໃຫ້ເພິ່ນ ສົ່ງຄວາມສຸຂ ນີ້ແລ້ວ ໃຫ້ ປະຊາຊົນ ນະ ຖ້າວ່າເພິ່ນ ຕັ້ງ ຣັຖບານ ຊຸດໃໝ່ ແລ້ວ ກ່າຢາກໃຫ້ ເພິ່ນແກ້ ຄວາມທຸກ ຄວາມຍາກ ຄວາມຂາດ ຄວາມເຂີນ ຂອງ ປະຊາຊົນ ນີ້ແລ້ວ ອັນນີ້ແລ້ວ ບັນຫາ ຕົ້ນຕໍ. ທຸກມື້ນີ້ ກໍນັບມື້ ທຸກຍາກ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແລ້ວກໍ ຢາກໃຫ້ ປະຊາຊົນ ນີ້ແລ້ວ ມີສິດ ເສຣີພາບ ປະຊາທິປະຕັຍ ຫັ້ນ ເພາະວ່າ ການປົກຄອງ ບ້ານເມືອງ ຄັນ ບໍ່ງ່ຽງຫູຟັງ ປະຊາຊົນ ກ່າເປັນໄປ ບໍ່ໄດ້ໄດ໋".
ທ່ານວ່າ ທຸກມື້ ທຸກວັນນີ້ ນັກປັນຍາຊົນ ຫຼາຍໆຄົນ ໃນ ນະຄອນຫຼວງ ວຽງຈັນ ບໍ່ກ້າອອກ ຄວາມຄິດ ຄວາມເຫັນ ຫລື ສົນທະນາ ເຣື້ອງ ການບ້ານ ການເມືອງ ທີ່ພັກ ນໍາພາ ຢ່າງ ເປີດເຜີຽໄດ້, ແຕ່ກໍພາກັນ ສົນທະນາກັນ ແບບລັບໆລີ້ໆ ເພາະຢ້ານ ບໍ່ປອດພັຍ ແກ່ຊີວິດ ຂອງຕົນ. ພວກເພິ່ນວ່າ ປະເທດ ອ້ອມຂ້າງ ເຊັ່ນ ພະມ້າ, ໄທ, ກໍາພູຊາ ເຂົາເຈົ້າ ມີສິດ ເສຣີພາບ ໃນການ ສະແດງ ຄວາມຄິດ ຄວາມເຫັນ ຫຼາຍເທົ້າ ຖ້າທຽບໃສ່ ສປປລາວ. ຍົກຕົວຢ່າງ ປະເທດໄທ ທີ່ ຢູ່ໃນພາວະ ຣັຖບານ ປະຕິວັດ, ແຕ່ ປະຊາຊົນ ແລະ ນັກການເມືອງ ກໍຍັງ ສາມາດ ອອກຄວາມຄິດ ຄວາມເຫັນໄດ້ ໂດຍ ບໍ່ຢ້ານກົວ ວ່າ ຈະຖືກຈັບ ເພາະ ເຂົາເຈົ້າ ເຊື່ອໝັ້ນ ນໍາພື້ນຖານ ປະຊາທິປະຕັຍ ໃນປະເທດ ເຂົາເຈົ້າ. ຖ້າວ່າ ທຽບໃສ່ ກັບ ພະມ້າ ແລ້ວ ຍິ່ງເຮັດໃຫ້ ປະຊາຊົນ ລາວ ຮູ້ສຶກ ລ້າຫລັງ ດ້ານສິດ ເສຣີພາບ ຫຼາຍທີ່ສຸດ.