ນາຍົກຊີ້ແນະນໍາໃຊ້ຣົດ ຣາຄາ ບໍ່ແພງ
2017.01.10
ທາງການລາວ ກຳລັງຈັດຕັ້ງ ຄນະກັມມະການ ເພື່ອກວດກາ ແລະ ປະເມີນຣາຄາຣົດ ປະຈຳຕຳແຫນ່ງ ຂອງຄນະ ຣັຖມົນຕຣີ ຊື່ງເປັນ ຣົດຍົນ ທີ່ ມີຣາຄາແພງ ເພື່ອເອົາໄປ ປະມູນຂາຍ. ເງິນ ທີ່ຈະໄດ້ ຈາກ ການຂາຍຣົດນັ້ນ ຈະເອົາໄປຊື້ ຣົດ ທັມມະດາ ໃນຣາຄາ ທີ່ ເຫມາະສົມ ຊຶ່ງ ເປັນນະໂຍບາຍ ການປະຢັດ ຕ້ານ ການຟຸມເຟືອຍ ຂອງນາຍົກ ຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ. ດັ່ງ ເຈົ້າຫນ້າທີ່ ຣະດັບສູງ ທ່ານນຶ່ງ ກ່າວວ່າ:
"ອັນນີ້ເພິ່ນກຳລັງ ເຮັດດຳຣັດເນີ ເຊັນດຳຣັດ ອອກໄປແລ້ວ ຣາຍລະອຽດນັ້ນ ຄືມີຜູ້ຈັດຕັ້ງ ປະຕິບັດຕື່ມ ສ່ວນຣາຍລະອຽດ ຄິດວ່າແມ່ນ ຈະໃຫ້ພາກສ່ວນ ກ່ຽວຂ້ອງ ສິເລີ້ມໃນໄວໆນີ້ແຫຼະ ໃນເດືອນ ນີ້ແຫຼະ".
ທ່ານວ່າ ສຳລັບຣົດ ທີ່ຈະເອົາມາ ປະມູນນັ້ນ ຍັງບໍ່ຮູ້ວ່າ ຈະມີຈັກຄັນ ແລະ ຈະໄດ້ເງິນ ຈາກການປະມູນ ຫຼາຍປານໃດ ຍັງບໍ່ສາມາດ ປະເມີນໄດ້ ຍ້ອນວ່າ ຍັງລໍຖ້າ ການຈັດຕັ້ງ ຄນະກັມມະການ ຂຶ້ນມາ ປະເມີນ ສະພາບໂຕຈິງ ຂອງຣົດກ່ອນວ່າ ຈະມີຣົດ ຈັກຄັນຖືກ ສົ່ງຄືນ ໃຫ້ຣັຖບານ.
ການປະກາດ ຂອງ ນາຍົກຣັຖມົນຕຮີ ທອງລຸນ ສີສຸລິດ ໃນການສົ່ງຣົດ ປະຈຳ ຕຳແຫນ່ງຄືນນັ້ນ ມີຂຶ້ນ ໃນມື້ວັນ 20 ທັນວາ ຜ່ານມາ ທ່ານໄດ້ກ່າວ ກ່ຽວກັບ ເຣື້ອງນີ້ ໃນກອງປະຊຸມ ແນະນຳ ການຈັດຕັ້ງ ປະຕິບັດ ວຽກງານ ການພັທນາ ເສຖກິດ ແລະ ສັງຄົມ ແຫ່ງຊາດ. ທ່ານ ທອງລຸນ ກ່າວວ່າ ທ່ານ ຍີນດີ ສົ່ງຣົດ ປະຈຳ ຕຳແຫນ່ງ ຣາຄາແພງ ຄືນໃຫ້ຣັຖ ເອົາໄປ ປະມູນຂາຍ ເພື່ອມາຊື້ ຣົດ ທັມມະດາ ໃຫ້ໄດ້ 3 ຄັນ ໃນ 3 ຕຳແຫນ່ງ ເພື່ອ ປະຢັດເງິນຫຼວງ ແລະ ກັມມະການ ກົມການເມືອງ ຫຼາຍຄົນ ກໍຕົກລົງເຫັນດີ ປະຕິບັດ ຕາມ.
ປັດຈຸບັນຣົດ ປະຈຳຕຳແຫນ່ງ ຂອງຜູ້ນຳຣະດັບສູງ ພັກ-ຣັດຂອງລາວ ປະກອບດ້ວຍຣົດ BMW 7 SERIES 11 ຄັນ, MERCEDEZ BENZ ລຸ້ນ S350 ແລະ E350 ຮວມ 5 ຄັນ ແລະໃນສ່ວນຂອງ ຄນະຣັຖບານ ມີຣົດ MERCEDEZ BENZ ຮວມ 30 ຄັນ.