ຣັຖມົນຕຣີຕ່າງປະເທດລາວ ກ່າວຢູ່ ສປຊ
2017.09.25

ທ່ານ ສະເຫລີມໄຊ ກົມມະສິດ ຣັຖມົນຕຣີ ກະຊວງການຕ່າງປະເທດລາວ ກ່າວຄຳປາໃສ ໃນກອງປະຊຸມ ສະມັດຊາ ສະຫະປະຊາຊາດ ເມື່ອວັນທີ່ 23 ເດືອນກັນຍາ ປີ 2017 ນີ້ທີ່ ນະຄອນນິວຢອກ ສະຫະຣັຖ ອະເມຣິກາ. ໃນຕອນນຶ່ງ ທີ່ສຳຄັນ ທ່ານກ່າວວ່າ:
ທ່ານກ່າວວ່າ ສປປລາວ ເຫັນຄວາມສຳຄັນໃນການປະຕິບັດ ຕາມເປົ້າໝາຍປີ 2030 ໃນການພັທານາຢ່າງຍືນຍົງ. ຣັຖບານລາວໄດ້ຈັດ ເປົ້າໝາຍ ດັ່ງກ່າວ ເຂົ້າໃນແຜນພັທນາ ເສຖກິດ-ສັງຄົມ ແຫ່ງຊາດ ແຕ່ປີ 2016 ເຖິງປີ 2020; ພ້ອມທັງໄດ້ ຈັດຕັ້ງ ຄະນະນຳພາ ປະຕິບັດ ພາຍໃຕ້ ການເປັນປະທານ ຂອງນາຍົກ ຣັຖມົນຕຣີ ທີ່ຫວັງວ່າ ຈະສ້າງສາພັທນາ ປະເທດລາວ ໃຫ້ຫລຸດພົ້ນຈາກ ການເປັນ ປະເທດ ດ້ອຍພັທນາທີ່ສຸດ ໃນໂລກ ພາຍໃນປີ 2020.
ທ່ານ ກົມມະສິດ ກ່າວອີກວ່າ:
ທ່ານກ່າວວ່າ ຄະນະຂອງພວກຂ້າພະເຈົ້າ ເຊື່ອຢ່າງແນວແນ່ວ່າ ການພັທນາຢ່າງຍືນຍົງ ເປັນສ່ວນນຶ່ງ ທີ່ແຍກອອກ ຈາກກັນບໍ່ໄດ້ ແລະ ກໍເປັນບູລິມະສິດ ສຳຄັນເພື່ອຮັກສາ ສັນຕິພາບ ຄວາມໝັ້ນຄົງ ແລະ ສິດທິມະນຸດ.
ນອກຈາກນັ້ນ ຣັຖມົນຕຣີການຕ່າງປະເທດລາວ ຍັງຫວັງຢາກໃຫ້ ໂລກນີ້ ປອດອາວຸດນິວເຄລັຽ ແລະອາວຸດຂ້າລ້າງ ເຜົາຜານມະນຸດຊນິດ ອື່ນໆ. ສປປລາວ ຂໍຮຽກຮ້ອງໃຫ້ ທຸກປະເທດຫຼຸດຜ່ອນ ຄວາມຕຶງຄຽດ ແລະແກ້ໄຂຂໍ້ຂັດແຍ້ງ ແບບສັນຕິວິທີ. ສປປລາວ ຫວັງວ່າການ ເປີດສາຍສຳພັນ ກັນຄືນໃໝ່ ຣະຫວ່າງ ສະຫະຣັຖ ແລະກິວບ່າ ຈະນຳໄປສູ່ ການຍົກເລີກການ ຫ້າມຄ້າຂາຍກັບ ປະເທດກິວບ່າ.
ໃນຕອນທ້າຍ ທ່ານ ສະເຫລີມໄຊ ກົມມະສິດ ຜູ້ຕາງໜ້າ ຣັຖບານ ສປປລາວ ກ່າວຢ້ຳວ່າ ສປປລາວ ຈະສ້າງສາພັທນາ ໃຫ້ກາຍເປັນ ປະເທດ ທີ່ມີຣາຍໄດ້ ສູງປານກາງ ພາຍໃນປີ 2030.