ຄົນວຽດນາມຈະໄດ້ເປັນລາວ ໄວຂຶ້ນ
2017.12.04
ໃນການຕ້ອນຮັບຄນະຈາກ ກະຊວງຍຸຕິທັມວຽດນາມ ທີ່ນຳໂດຍ ທ່ານ ເລທັນລອງ ຣັຖມົນຕຣີ ກະຊວງຍຸຕິທັມວຽດນາມ ພ້ອມຄນະ ໃນ ວັນທີ 28 ພຶສຈິກາ ໃນວັນຄົບຮອບ 35 ປີ ຂອງຄວາມຮ່ວມມື ທາງດ້ານຍຸຕິທັມ ຣະດັບກະຊວງ ຣະຫວ່າງ ສອງປະເທດ.
ທ່ານທອງລຸນ ຮັບປາກກັບຄນະຂອງວຽດນາມວ່າ ຈະໃຫ້ສັນຊາດຄົນວຽດນາມໃນລາວ ໄວຂຶ້ນ ຍ້ອນທາງການວຽດນາມ ຮ້ອງຂໍມາ. ທ່ານວ່າ ທາງການລາວ ຈະເລັ່ງລັດວາງມາຕການ ຊ່ອຍຄົນວຽດນາມໃນລາວ ໃນການຍື່ນຂໍສັນຊາຕລາວ ໃຫ້ໄວ ແລະ ງ່າຍຂຶ້ນ ແລະວ່າ ການຍົກ ຣະດັບຄວາມຮ່ວມມື ຣະຫວ່າງ ກະຊວງຍຸຕິທັມ ຂອງສອງປະເທສ ມີຄວາມສຳຄັນ ໃນການແກ້ໄຂບັນຫາ ຄວາມຂັດແຍ່ງ ໃນຄະດີແພ່ງ ໃນລາວ ເປັນຕົ້ນ ຄວາມຂັດແຍ່ງທາງດ້ານ ເສຖກິດ ການພັທນາ ໃນຣະບອບສັງຄົມນິຍົມ ຕລາດ ໃນສປປລາວ.
ກ່ອນໜ້ານີ້ ຄນະຂອງວຽດນາມ ໄດ້ພົບພໍ້ກັບ ຍານາງ ປານີ ຢ່າທໍ່ຕູ້ ແລະໄດ້ຮ້ອງຂໍຄວາມຊ່ອຍເຫຼືອດັ່ງກ່າວ ແລະຝ່າຍລາວ ຍານາງ ປານີ ກໍຮ້ອງຂໍໃຫ້ ວຽດນາມ ຊ່ອຍໃນຂະບວນການຍຸຕິທັມ ໃນລາວ ໂດຍສະເພາະ ໃນການຕັດສິນຄະດີແພ່ງ ແລະ ຄະດີອາຊຍາກັມຕ່າງໆ ທີ່ ກ່ຽວກັບ ສອງປະເທສ. ທັງສອງໄດ້ປຶກສາຫາລືກັນ ກ່ຽວກັບການໃຫ້ສັນຊາຕ ແກ່ຄົນວຽດນາມໃນລາວ.
ແຕ່ບັນຫາ ການໃຫ້ສັນຊາຕລາວ ແກ່ຄົນວຽດນາມ ໃນລາວນັ້ນ ຄົນລາວຫຼາຍຄົນ ກໍບໍ່ເຫັນພ້ອມນຳ ຍ້ອນວ່າຈະເຮັດໃຫ້ ຄົນວຽດນາມ ເຂົ້າມາລາວ ເພີ້ມຂຶ້ນ ຊຶ່ງໃນປັດຈຸບັນ ກໍມີຄົນເຊື້ອຊາຕວຽດນາມ ຫຼາຍໝື່ນຄົນ ໃນທົ່ວປະເທສແລ້ວ ແລະສ່ວນໃຫຍ່ ຈະຢູ່ໃນແຂວງໃຫຍ່ໆ ດັ່ງນະຄອນຫຼວງວຽງຈັນ ສວັນນະເຂດ ແລະປາກເຊ ກຸ່ມດັ່ງກ່າວ ອາສັຍຢູ່ໃນລາວ ມາເປັນເວລາດົນນານ ແລະຫຼາຍຄົນ ກໍຍັງບໍ່ໄດ້ ສັນຊາຕລາວ ບາງຄົນ ກໍລັກເຂົ້າມາລາວ ແລ້ວຢູ່ເລີຍ ບາງຄົນກໍເປັນທະຫານເກົ່າວຽດນາມ ທີ່ສູ້ລົບໃນລາວ ແລະຫຼາຍຄົນ ກໍເຂົ້າມາລາວ ຍ້ອນຄວາມທຸກຍາກໃນວຽດນາມ ເມື່ອເຂົ້າມາລາວ ກໍພົບເຫັນຊ່ອງທາງ ໃນການທຳມາຫາກິນ ດີກວ່າໃນວຽດນາມ ຈຶ່ງຢູ່ເລີຍແລ້ວກໍເອົາ ຍາດພີ່ນ້ອງ,ພໍ່ແມ່ ຈາກວຽດນາມ ມາຢູ່ລາວນຳກັນ.
ຊາວວຽດນາມ ທີ່ເຂົ້າມາຢູ່ລາວຫຼາຍກວ່າຫມູ່ ແມ່ນກຸ່ມແຮງງານຮັບຈ້າງ ຕາມໂຮງງານຕ່າງໆໃນລາວ ຫຼືຕາມບໍຣິສັດກໍ່ສ້າງ ແຮງງານກຸ່ມນີ້ ຫຼາຍຄົນກໍລັກເຂົ້າມາ ແບບຜິດກົດຫມາຍ ບາງຄົນມາໃນໂຄງການພັທນາ ຂອງຣັຖບານ ທັງໝົດນີ້ສ່ວນໃຫຍ່ ຕ້ອງການຢູ່ລາວເລີຍ ຍ້ອນ ຫາກິນສະດວກສະບາຍ ໃນລາວ ແລະຣັຖບານລາວ ກໍບໍ່ໄດ້ກົດຂີ່ຂົ່ມເຫັງເຂົາເຈົ້າແຕ່ຢ່າງໃດ.
ທາງການວຽດນາມ ຕ້ອງການ ຢາກໃຫ້ຣັຖບານລາວ ໃຫ້ສັນຊາຕຄົນວຽດນາມ ກຸ່ມດັ່ງກ່າວ ທີ່ອາສັຍຢູ່ລາວ ໃນຫຼາຍເຫດຜົລ ນັກວິຊາການ ລາວທ່ານນຶ່ງ ເວົ້າວ່າ ເຫດຜົລນຶ່ງກໍແມ່ນວ່າ ເປັນແຜນການກືນກິນຊາຕລາວ ຂອງວຽດນາມໃນອະນາຄົດ ຍ້ອນວ່າ ຖ້າຄົນວຽດນາມ ສາມາດ ໄດ້ສັນຊາຕລາວ ຢ່າງງ່າຍດາຍ ຊາວວຽດນາມອີກຫຼາຍໝື່ນຄົນ ກໍຈະເຂົ້າມາຢູ່ລາວ ເພີ້ມອີກ ໃນເມື່ອໄດ້ສັນຊາຕລາວແລ້ວ ພວກເຂົາເຈົ້າ ກໍຈະມີສິດ ທຸກຢ່າງ ແບບຄົນລາວມີ ເປັນຕົ້ນ ກຳມະສິດ ໃນການເປັນເຈົ້າຂອງ ທີ່ດິນ ໃນລາວ ກຳມະສິດ ໃນການເລືອກຕັ້ງ ຫຼືສມັກແຂ່ງຂັນ ການເລືອກຕັ້ງ ກຳມະສິດໃນການຫາຢູ່ຫາກິນ ການທຳທຸຣະກິດແລະອື່ນໆ.
ຄົນວຽດນາມສັນຊາຕລາວ ຫຼືເກີດຢູ່ລາວ ສາມາດແຂ່ງຂັນເປັນສະມາຊິກສະພາ ເປັນຣັຖມົນຕຣີ ຫຼືຜູ້ນຳລາວໃນອະນາຄົດ ແລະຄົນລາວເອງ ກໍຈະຕົກເປັນປະຊາຊົນຊັ້ນສອງ ໃນປະເທສຂອງຕົນ ຍ້ອນວ່າ ໃນປັດຈຸບັນ ຊາຍຫນຸ່ມຍິງສາວລາວສ່ວນໃຫຍ່ ກໍຫນີໄປ ເຮັດວຽກຢູ່ ປະເທດໄທ ແລະຫຼາຍຄົນກໍແຕ່ງງານ ຢູ່ໄທ ຫຼືຢູ່ໄທເລີຍ ບໍ່ກັບມາລາວ ຍ້ອນຄວາມທຸກຍາກລຳບາກໃນລາວ. ປະເທດລາວ ກໍຕົກເປັນ ອານານິຄົມຂອງວຽດນາມ ທາງອ້ອມ ດັ່ງທ່ານ ໃຫ້ສັມພາດ ຕໍ່ວິທຍຸເອເຊັຽ ເສຣີໃນມື້ວັນທີ 30 ພຶສຈິກາ ນີ້ວ່າ:
ແຕ່ເຖິງຢ່າງໃດກໍຕາມ ນີ້, ເປັນຄວາມຄິດເຫັນ ຂອງນັກປັນຍາຊົນລາວທ່ານນຶ່ງ ທີ່ນະຄອນຫລວງວຽງຈັນ ບໍ່ມີສ່ວນພົວພັນ ກັບ ວິທຍຸເອເຊັຽ ເສຣີ ແຕ່ຢ່າງໃດ.