ລາວ ຫວັງວ່າ ຣົຖໄຟ ເຮັດໃຫ້ເສຖກິຈ ເຕີບໂຕ
2022.01.23

ຣັຖບານລາວ ຄາດຫວັງສູງ ຕໍ່ກັບເສັ້ນທາງ ຣົຖໄຟ ລາວ-ຈີນ ທີ່ຈະມາສ້າງ ໂອກາດໃຫ້ ເສຖກິຈ ຂອງລາວ ຂຍາຍໂຕຂຶ້ນ ກວ່າປີຜ່ານມາ. ແຕ່ໃນມຸມມອງ ຂອງວິຊາການ ຍັງເຫັນວ່າ ປີ 2022 ເສຖກິຈລາວມີປັດຈັຍ ທ້າທາຍ ຕໍ່ຄວາມສ່ຽງສູງ ທີ່ຈະເຮັດໃຫ້ ເກີດຜົລກະທົບ ຕາມມາ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ຂໍຕ້ອນຮັບເຂົ້າມາສູ່ ຣາຍການ “ມາຟັງນຳກັນ” ທຸກສັປດາ, ມາຕິດຕາມ ປະເດັນເດັ່ນ ກັບພວກເຮົາ. ທ່ານຜູ້ຟັງ ທີ່ຕິດຕາມຮັບຟັງ ໃນຂະນະນີ້ ຕ້ອງການເຂົ້າຮ່ວມໃນຣາຍການ ຂອງພວກເຮົາ ດ້ວຍຮູບແບບສັມພາດ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານໃສ່ຊ່ອງ ຄອມເມັ້ນ ທີ່ອອກຣາຍການ ຢູ່ໃນຂນະນີ້ ພວກເຮົາ ຍິນດີ ຂໍເປັນສ່ວນນຶ່ງ ທີ່ນຳສເນີ ຂ່າວຢ່າງເປັນກາງ ເພື່ອຊ່ອຍໃຫ້ທ່ານ ໄດ້ມີໂອກາດ ຊີ້ແຈງບັນຫາ ທີ່ເກີດຂຶ້ນກັບທ່ານ.
ກໍຖືວ່າ ຣາຍການນີ້ ເປັນສ່ວນນຶ່ງ ນຳເອົາບັນຫາ ຫຼື ຜົລກະທົບ ຂອງປະຊາຊົນ ໄປຍັງ ພາກສ່ວນກ່ຽວຂ້ອງ ເພື່ອຫາທາງແກ້ໄຂ ຊ່ອຍກັນ. ທ່ານຜູ້ຟັງ ຫົວຂໍ້ ໃນຣາຍການ ຂອງພວກເຮົາ ມາເວົ້າເຖິງ
“ລາວຄາດຫວັງ ຣົຖໄຟລາວ-ຈີນ ຂຍາຍເສຖກິຈ ແຕ່ຍັງມີ ປັດຈັຍສ່ຽງສູງ ກະທົບໃສ່” ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ມື້ນີ້ ພວກເຮົາ ຈະມາເວົ້າເຖິງ ຣັຖບານລາວ ຄາດຫວັງວ່າ ຣົຖໄຟລາວ-ຈີນ ຈະສ້າງໂອກາດ ຂຍາຍເສຖກິຈ ໃນປີ 2022 ນີ້ ແຕ່ກໍຍັງມີ ນັກວິຊາການ ຫຼາຍພາກສ່ວນໃຫ້ຄຳເຫັນວ່າ ປີ 2022 ນີ້ ເສຖກິຈລາວ ຍັງຫຼາຍປັດຈັຍ ທີ່ກໍ່ໃຫ້ເກີດ ຄວາມສ່ຽງສູງ ແລະ ສົ່ງຜົລກະທົບ ໂດຍກົງ ຕໍ່ການຂຍາຍເສຖກິຈ. ສຳລັບ ການຣາຍງານ ໃນເທື່ອນີ້ ວິຊາການ ຈາກຫຼາຍພາກສ່ວນ ເພິ່ນກໍໄດ້ໃຫ້ ຄຳເຫັນລົງເລິກ ເຣື່ອງຜົລກະທົບ ແຕ່ຖາມວ່າ ເສຖກິຈລາວ ຈະມີການຂຍາຍໂຕບໍ່, ບາງສຳນັກເສຖກິຈ ກໍຣາຍງານວ່າ ມີການຂຍາຍໂຕ ແຕ່ກໍຕ້ອງເບິ່ງປັດຈັຍ ທີ່ກະທົບໃສ່ ນັ້ນມັນຖືກແກ້ໄຂ ຫຼື ຍັງ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)