ວຽດນາມຂໍຄວາມສະດວກ ມາ ຢູ່ລາວ

ສິດນີ
2015.11.09
F-Lao-Viet ຣັຖມົນຕຣີ ຕ່າງປະເທດ ວຽດນາມ ຮ້ອງຂໍອີກເທື່ອນຶ່ງ ໃຫ້ທາງການລາວ ອຳນວຍຄວາມສະດວກ ໃຫ້ຄົນວຽດນາມ ຕັດສັນຊາດ ເປັນຄົນລາວ
Vietnam news

ອະດີດ ເຈົ້າຫນ້າທີ່ ແຮງງານ ທ່ານນຶ່ງ ເວົ້າວ່າ ໃນ ປັດຈຸບັນ ທາງການ ລາວ ກໍໃຫ້ ຄວາມ ສະດວກ ແກ່ ຄົນ ວຽດນາມ ຢູ່ແລ້ວ, ຕົວຢ່າງ ການ ອະນຸຍາດ ໃຫ້ ຄົນ ວຽດນາມ ເຂົ້າມາເຮັດ ທຸຣະກິດ ຫລື ວຽກງານ ຕ່າງໆ ໃນລາວ ໄດ້ເປັນ ເວລາ 15 ປີ ຫລັງຈາກ ນັ້ນ ກໍມີສິດ ຕັດ ສັນຊາດ ຫລື ວ່າ ຂໍເປັນ ຄົນລາວ ໄດ້, ແຕ່ຖ້າ ສະພາ ແຫ່ງຊາດ ຫາກ ອຳນວຍ ຄວາມ ສະດວກ ຫຼາຍກວ່າ ນີ້ ກໍຍິ່ງ ຈະເຮັດໃຫ້ ຄົນວຽດນາມ ເຂົ້າມາ ປະເທດ ລາວ ຫຼາຍຂຶ້ນ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:

"ໃນເງື່ອນໄຂ ມັນ ແບບນີ້ຫນາ ເຂົາ ເຂົ້າມາເຮັດ ທຸຣະກິດ ເນາະ ວຽດກຽວ ເຂົາເຂົ້າມາ ໄດ້ ຮອດ 10-20 ປີ ກຳນົດ 15 ປີ ເນາະ ຖ້າວ່າເຈົ້າ ຢູ່ດົນ ຫັ້ນນະ ກະສາມາດ ມາເປັນ ວຽດກຽວ ສາມາດ ຢູ່ລາວ ໄດ້ດົນ ໂດຍ ບໍ່ມີ ກຳນົດ".

ທ່ານກ່າວ ຕື່ມວ່າ ໃນ ຣະຍະ 10 ປີ ທີ່ຜ່ານມາ ຄົນວຽດນາມ ສາມາດ ປ່ຽນ ສັນຊາດ ມາເປັນ ຄົນລາວ ໄດ້ ຫຼາຍຄົນ ແລ້ວ ແລະ ໃນ 2-3 ປີກ່ອນ ກໍມີຄົນ ວຽດນາມ ເຂົ້າມາ ລາວ ຢ່າງ ຫຼວງຫຼາຍ ກຸ່ມ ດັ່ງກ່າວ ຈະຢູ່ລາວ ແບບຖາວອນ ດ້ວຍການ ຂໍ ສັນຊາດ ລາວ.

ໃນຕົ້ນ ອາທິດ ນີ້ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ຕ່າງ ປະເທດລາວ ໄດ້ໄປ ຢ້ຽມຢາມ ວຽດນາມ ທ່ານ ຟາມ ບິນມິນ ຣັຖມົນຕຣີ ຕ່າງ ປະເທດ ວຽດນາມ ກໍໄດ້ ຮ້ອງຂໍ ອີກ ເທື່ອນຶ່ງ ໃຫ້ ທາງການ ລາວ ອຳນວຍ ຄວາມສະດວກ ໃຫ້ແກ່ ຄົນ ວຽດນາມ ໃນການ ຕັດ ສັນຊາດ ເປັນຄົນລາວ ຫລື ຢູ່ ລາວ ໄດ້ ຢ່າງ ຖາວອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.