ຜູ້ຕາງໜ້າຢູໂຣບກັບຝ່າຍລາວ ປະຊຸມກັນຢູ່ Brussel

 ຜູ້ຕາງໜ້າຢູໂຣບກັບຝ່າຍລາວ ປະຊຸມກັນຢູ່ Brussel
ຜູ້ຕາງໜ້າຢູໂຣບກັບຝ່າຍລາວ ປະຊຸມກັນຢູ່ Brussel (RFA)

0:00 / 0:00

ຜູ້ແທນ ສິດທິມະນຸດ ຢູໂຣບ ກັບ ກັມມະການ ສິດທິ ມະນຸດລາວ ທີ່ ປະຊຸມກັນ ຢູ່ ນະຄອນ ຫລວງ Brussel ເມື່ອວັນ ທີ 19 ພຶສພາ ຜ່ານມາ ໄດ້ ສົນທະນາ ຫລາຍ ບັນຫາ ທີ່ ກ່ຽວຂ້ອງ ກັບ ສິດທິມະນຸດ ແລະ ການ ປົກຄອງ ໃນລາວ. ກອງປະຊຸມ ຄະນະ ເຮັດວຽກ ສິດທິມະນຸດ ເປັນກອງ ປະຊຸມ ປະຈໍາປີ ຄັ້ງທີ 5.

ຕາມ ຖແລງການ ຂອງ ຫ້ອງການ ປະຕິບັດ ງານ ຕ່າງ ປະເທດ ຂອງ ສະຫະພາບ ຢູໂຣບ. ໃນວັນ ພະຫັດ ວັນທີ 22 ພືສພາ ນີ້ ມາດາມ Sarah Moyniha ເຈົ້າໜ້າທີ່ ສໍານັກງານ ຜູ້ຕາງໜ້າ ສະຫະພາບ ຢູໂຣບ ປະຈໍາ ລາວ ກ່າວ ຢືນຢັນ ອີກວ່າ:

"ແມ່ນແລ້ວ ພວກທ່ານ ມີການ ປະຊຸມ ເຣື້ອງ ສິດທິມະນຸດ ເມື່ອ ວັນຈັນ ວັນທີ 19 ຊຶ່ງມີຂຶ້ນ ຢູ່ ນະຄອນ ຫລວງ Brussel ແລະ ໃນວັນ ອັງຄານ ຄະນະ ຜູ້ແທນ ສິດທິ ມະນຸດລາວ ໄດ້ພົບ ປະກັ ບສະມາຊິກ ສະພາ ຢູໂຣບ ແລະ ອົງການ ຈັດຕັ້ງ ທາງສັງຄົມ ແລະ ໃນວັນພຸດ ຄະນະ ຜູ້ແທນລາວ ໄດ້ເດີນທາງ ໄປ ປະເທດ ອັງກິດ
ຮ່ວມກັນ ກັບ ຫ້ອງການ ຕ່າງປະເທດ ຢູ່ ອັງກິດ.
ຕາມຄໍາ ຖແລງການ ຂອງ ຫ້ອງການ ປະຕິບັດ ງານ ສະຫະພາບ ຢູໂຣບ ລົງວັນ ທີ 21 ພຶສພາ ວ່າ ສອງຝ່າຍໄດ້ ທົບທວນ ຫລາຍ ບັນຫາ ໃນນັ້ນ ມີຄື:

ສິດ ເສຣີພາບ ໃນການ ສະແດງອອກ, ການໂຮມ ຊຸມນຸມ ແລະ ການຕັ້ງ ສະມາຄົມ, ບັນຫາ ໂທດ ປະຫານ ຊີວິດ, ການຈັດຕັ້ງ ທາງ ສັງຄົມ, ສິດທິ ຂອງ ຜູ້ປົກປັກ ຮັກສາ ສິດທິມະນຸດ, ເສຣີພາບ ການນັບຖື ສາສນາ ແລະ ຄວາມເຊື່ອຖື, ສິດທິ ຂອງຜູ້ເສັຍ ອົງຄະ, ຄວາມ ສະເໝີພາບ ທາງເພດ, ການ ຄ້າມະນຸດ, ສະພາບ ຢູ່ໃນຄຸກ ແລະ ສູນບໍາບັດ ຢາເສບຕິດ, ນະໂຍບາຍ ເຣື້ອງ ທີ່ດິນ.

ສະຫະພາບ ຢູໂຣບ ໄດ້ຍົກ ຫລາຍ ກໍຣະນີ ບຸກຄົນ ຂື້ນມາ ເວົ້າ ໂດຍສະເພາະ ບັນຫາ ທີ່ ທາງ ຢູໂຣບ ເປັນຫ່ວງ ທີ່ສຸດ ໄດ້ແກ່ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນລາວ ຊຶ່ງ ທາງຢູໂຣບ ໄດ້ສອບຖາມ ຝ່າຍລາວ ຫລາຍ ທີ່ສຸດ ໃນ ຈຸດທີ່ວ່າ ການສືບສວນ ທີ່ບໍ່ອອກ ບໍ່ເຂົ້າ ແລະ ບໍ່ມີ
ຄວາມ ຄືບໜ້າ.

ສະຫະພາບ ຢູໂຣບ ໄດ້ຢໍ້າ ເຖິງຄວາມ ສໍາຄັນ ຂອງ ບັນຍາກາດ ສິ່ງ ແວດລ້ອມ ພາຍໃນ ການຈັດຕັ້ງ ທາງ ສັງຄົມ ເພື່ອ ຢາກໃຫ້ ເກີດ ການພັທນາ ທີ່ມີຊຸມຊົນ ຮ່ວມ ນໍາ ແລະ ໃຫ້ເປັນ ສັງຄົມ ເປີດ. ກ່ຽວກັບ ຈຸດນີ້ ສະຫະພາບ ຢູໂຣບ ສະແດງ ຄວາມ ເປັນຫ່ວງນໍາ ການຈໍາກັດ ເສຣີພາບ ໃນການ ສແະດງ ອອກ ໂດຍສະເພາະ ເສຣີພາບ ສື່ ມວນຊົນ.