ຜູ້ສມັກເລືອກຕັ້ງເຂົ້າ ສະພາ ຕຽມຫາສຽງ
2021.02.04
ມາເຖິງປັດຈຸບັນ ຄະນະກໍາມະການເລືອກຕັ້ງຣະດັບຊາດ ກໍາລັງກະກຽມ ໃຫ້ຜູ້ສມັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 9 ລົງໂຄສະນາຫາສຽງ ແລະເຜີຍແຜ່ເຣື່ອງ ຣະບຽບການເລືອກຕັ້ງ ຮວມທັງການຕິດປ້າຍໂຄສະນາ, ຊຶ່ງເຈົ້າໜ້າທີ່ຫ້ອງການສະພາ ແຫ່ງຊາດ ປະຈໍາແຂວງຫລວງພຣະບາງ ທ່ານນຶ່ງທີ່ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ກຸມພາ 2021 ນີ້ວ່າ, ດຽວນີ້ ກໍາລັງກະຕຽມຄວາມພ້ອມ ສໍາລັບການເລືອກຕັ້ງຢູ່, ເປັນຕົ້ນເຣື່ອງການໃຫ້ຂໍ້ມູລ ກ່ຽວກັບຜູ້ສມັກຮັບເລືອກຕັ້ງແຕ່ລະເມືອງຮວມທັງ ເລີ່ມມີການໃຫ້ຄໍາແນະນໍາ ກ່ຽວກັບຣະບຽບການເລືອກຕັ້ງ ໃຫ້ປະຊາຊົນແລ້ວ ດັ່ງທີ່ທ່ານກ່າວວ່າ:
“ມີ ໂພສເຕີ້ ແຕ່ລະເມືອງອອກມາແລ້ວ ເຈົ້າ, ມີຂອງພະນັກງານເນາະ ແບບວ່າລົງເມືອງ ລົງບ້ານ, ໃຫ້ຂໍ້ມູລວ່າຕ້ອງ ເຮັດແນວໃດ ຕຽມຄວາມພ້ອມໄປໃນແຕ່ລະມື້ ຕ່າງຄົນກໍແລ້ວແຕ່ ມີໜ້າທີ່ ອິຫຍັງກໍສຸມໃສ່ໜ້າທີ່ໂຕນັ້ນ.”
ອີງຕາມມາດຕຣາ 17 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ ກໍານົດ ໄວ້ວ່າ, ການຫາສຽງແມ່ນຫລັງຈາກ ການປະກາດ ຣາຍຊື່ ຕາມການຕົກລົງ ຂອງຄະນະກໍາມະການເລືອກຕັ້ງຣະດັບຊາດ, ແລະ ຕ້ອງຢຸດລົງກ່ອນວັນເລືອກຕັ້ງນຶ່ງວັນ.
ແຕ່ມາເຖິງມື້ນີ້ ປາກົດວ່າ ການລົງໂຄສະນາຫາສຽງ ໃນການເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດຊຸດທີ 9 ທີ່ຈະຈັດຂຶ້ນໃນມື້ ວັນທີ 21 ກຸມພາ ນີ້ ກໍຍັງບໍ່ເຫັນຜູ້ສມັກຮັບເລືອກຕັ້ງ ລົງໂຄສະນາຫາສຽງເທື່ອ, ຊຶ່ງປະຊາຊົນສ່ວນນຶ່ງ ກໍມີຄວາມພ້ອມທີ່ຈະໄປ ໃຊ້ສິດປ່ອນບັດເລືອກຕັ້ງນັ້ນ, ອີງຕາມຄໍາເວົ້າຂອງຊາວແຂວງຫຼວງພຣະບາງ ທ່ານນຶ່ງ ທີ່ຂໍບໍ່ບອກຊື່ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ກຸມພາ ນີ້:
“ກໍມີຄວາມພ້ອມ ຮູ້ຢູ່ແລ້ວ ກໍຕິດຕາມຂ່າວຢູ່ ເພາະທຸກ 5 ປີ ມັນມີເທື່ອນຶ່ງ ອັນນີ້ກໍບໍ່ຮູ້ຈັກ ເປັນບາງຄົນຊື່ໆ ເຫັນຕາມຂ່າວ.”
ທີ່ແຂວງສວັນນະເຂດ ຊາວລາວທ່ານນຶ່ງ ກໍເວົ້າໃນທໍານອງດຽວກັນນັ້ນຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນມີຄວາມພ້ອມ ແລະຮູ້ຂັ້ນຕອນຂອງການ ປ່ອນບັດເລືອກຕັ້ງຢູ່ແລ້ວ ແລະ ມື້ນີ້ກໍໄດ້ເບິ່ງຣາຍຊື່ຜູ້ແທນ ທີ່ຈະມາລົງສມັກຮັບເລືອກຕັ້ງໃນເຂດ ຂອງຕົນແລ້ວ:
“ກໍພ້ອມເດ໋ ພ້ອມຢູ່ແລ້ວ ຮູ້ ມັນກໍບໍ່ໄດ້ຫຍູ້ງຍາກຫລາຍຂັ້ນຕອນ.”
ແລະຊາວລາວ ຢູ່ນະຄອນຫລວງວຽງຈັນ ທີ່ຂໍສງວນຊື່ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ກຸມພາ ນີ້ວ່າ ກໍຕົນມີຄວາມພ້ອມ ທີ່ຈະໄປເລືອກຕັ້ງເອົາຜູ້ແທນຄັ້ງນີ້, ແຕ່ກໍບໍ່ຄ່ອຍຮູ້ຈັກ ປວັດຂອງຜູ້ລົງສມັກເປັນຜູ້ແທນ ນັ້ນພໍເທົ່າໃດ ຮວມທັງຜູ້ທີ່ລົງສມັກ ໃນເຂດຂອງຕົນ:
“ໄປ ໄປຄືກັນ ໂຕນີ້ບໍ່ແນ່ໃຈເລີຍ ບໍ່ໄດ້ຕິດຕາມຂ່າວ ຮູ້ປວັດແດ່ບໍ່ຮູ້ປວັດແດ່ ຂັ້ນຕອນເຂົາກໍມີຄົນແນະນໍາ.”
ຄະນະກັມການເລືອກຕັ້ງຣະດັບຊາດ ໄດ້ປະກາດແຈ້ງການ ກ່ຽວກັບຣາຍຊື່ຜູ້ ສມັກຮັບເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດຊຸດ ທີ 9 ໃນມື້ວັນທີ 29 ມົກກະຣາ 2021 ຄືມີ ຜູ້ສມັກຮັບເລືອກຕັ້ງ ທັງໝົດ 224 ຄົນ, ເປັນຍິງ 49 ຄົນ ແລະ ຈະເລືອກເອົາ 164 ຄົນ, ອີງຕາມຄໍາຖແລງຂອງ ທ່ານ ສົມພູ ດວງສະຫວັນ ຄະນະປະຈຳສະພາແຫ່ງຊາດ, ປະທານ ກຳມາທິການ ວັທນະທັມ-ສັງຄົມ, ກຳມະການ ອະນຸກຳມະການ ເລຂານຸການ ແລະ ທັງເປັນໂຄສົກ ຂອງຄະນະກຳມະການ ເລືອກຕັ້ງລະດັບຊາດ ໃນມື້ວັນທີ 20 ພຶສຈິກາ 2020.
ແຕ່ຕາມກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ມາດຕຣາ 15 ກໍານົດໄວ້ວ່າ ແມ່ນຕ້ອງປະກາດ ຣາຍຊື່ນັ້ນພາຍໃນ 45 ມື້ກ່ອນວັນເລືອກຕັ້ງ.
ໃນຈໍານວນຜູ້ຮັບສມັກຮັບເລືອກຕັ້ງ ທັງໝົດ 224 ຄົນນັ້ນ ຈາກສູນກາງ 68 ຄົນ, ເປັນແມ່ຍິງ 11 ຄົນ, ຈາກ ທ້ອງຖິ່ນ 156 ຄົນ, ເປັນຍິງ 38 ຄົນ.
ໃນຈໍານວນຜູ້ສມັກ 224 ຄົນນັ້ນເວົ້າລວມແລ້ວ ລ້ວນແຕ່ເປັນສະມາຊິກ ພັກປະຊາຊົນປະຕິວັດລາວ, 4 ຄົນ ຈາກຣັຖວິສາຫະກິດ, 8 ຄົນ ຈາກພາກເອກກະຊົນ; ຖ້າເບິ່ງຕາມ ກຸ່ມຄົນ ມີ 180 ຄົນ ເປັນລາວລຸ່ມ ແລະ 44 ຄົນ ເປັນຊົນເຜົ່າ ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາຍມ໌ ວັນທີ 2 ກຸມພາ 2021 ນີ້.