ສິດທິມະນຸດຢູ່ລາວບໍ່ມີໃຜ ກ້າເວົ້າເຖິງ

ສິດນີ
2014.06.17
F-default ສິດທິມະນຸດຢູ່ລາວບໍ່ມີໃຜ ກ້າເວົ້າເຖິງ
RFA

 

ອົງການ ຂ່າວສານ ຕ່າງ ປະເທດ ຣາຍງານ ວ່າ ກ່ຽວກັບ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ກອນ ທີ່ ສຳຄັນ ໃນລາວ ທີ່ ຫ້ອງການ ສະຫະ ປະຊາຊາດ ດ້ານ ສິດມະນຸດ ໄດ້ ສະແດງ ຄວາມ ເປັນຫວ່ງ ຢູ່ຕຣອດ ກຸ່ມ ອົງການ ທີ່ ບໍ່ສັງກັດ ຣັຖບານ ທີ່ ເຮັດວຽກ ໃນລາວ ບໍ່ເວົ້າ ຫຍັງເລີຍ.

ໃນກອງ ປະຊຸມ ທຸກຄັ້ງ ໃນຂະນະ ທີ່ ທູດ ຕ່າງປະເທດ ໄດ້ຍົກ ບັນຫາ ດັ່ງກ່າວ ມາໂອ້ລົມ ກັນ ກຸ່ມ ອົງການ ພັທນາ ໃນລາວ ບໍ່ພຽງ ແຕ່ ພາກັນ ມິດງຽບ ຍັງເພີ້ມ ການຊ່ອຍ ເຫລືອ ໃຫ້ແກ່ ສປປລາວ ຫລາຍຂື້ນ. ກຸ່ມ ນັກ ການທູດ ໃນລາວ ຍັງໄດ້ໃຫ້ ການວິຈັຍ ເຖິງ ສະພາບການ ຂອງ ພາກ ປະຊາ ສັງຄົມ ໃນລາວ ວ່າ ຍັງມີ ຄວາມອ່ອນແອ ຫລາຍຢູ່ ຄວາມ ພຍາຍາມ ໃນການ ສ້າງ ສັກກະຍາພາບ ໃນລາວ ແມ່ນໄດ້ ຮັບການ ສນັບສນູນ ຈາກ ກຸ່ມ ປະເທດ ຜູ້ ບໍຣິຈາກ ແລະ ອົງການ ພັທນາ ຕ່າງໆ ໃນລາວ ແຕ່ກຸ່ມ ຜູ້ ບໍຣິຈາກ ແລະ ອົງການ ພັທນາ ດັ່ງກ່າວ ມິດງຽບ ແລະ ເມີນເສີຍ ຕໍ່ ບັນຫາ ສິດທິມະນຸດ ໃນລາວ.

ນັກວິເຄາະ ເວົ້າວ່າ ການທີ່ ອົງການ ທີ່ ບໍ່ສັງກັດ ຣັຖບານ ແລະ ອົງການ ພັທນາ ຕ່າງໆ ໃນລາວ ມິດງຽບ ກ່ຽວກັບ ບັນຫາ ດ້ານ ສິດທິມະນຸດ ໃນລາວ ໂດຍສະເພາະ ການ ຫາຍສາບສູນ ຂອງ ທ່ານ ສົມບົດ ສົມພອນ ນັ້ນ ສ່ວນນຶ່ງ ກໍເປັນ ເພາະວ່າ ທາງການລາວ ຈະບໍ່ໃວ້ ຫນ້າ ອົງການໃດ ທີ່ ປະນາມ ແລະ ຕ້ານ ຣັຖບານລາວ ດັ່ງທີ່ເຫັນ ໃນຣະຍະ ຜ່ານມາ ເຈົ້າຫນ້າທີ່ ອົງການ ຊ່ອຍເຫລືອ ບາງຄົນ ຖືກ ເນຣະເທດ ຍ້ອນ ປະນາມ ຣັຖບານ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.