ລາວ ກໍາລັງນັບຄະແນນ ສຽງ

0:00 / 0:00

ການນັບຄະແນນ ຜົນການເລືອກຕັ້ງ ທົ່ວໄປ ຈະໃຊ້ເວລາ ໄປອີກ ລະຍະນຶ່ງ ເພາະວ່າ ມີໜ່ວຍ ເລືອກຕັ້ງ ປະມານ 6 ພັນ ແຫ່ງ ແລະ ບາງໜ່ວຍ ເລືອກຕັ້ງ ແມ່ນຢູ່ເຂດ ຫ່າງໄກ ສອກຫຼີກ ເຮັດໃຫ້ ການຂົນສົ່ງ ຫີບປ່ອນບັດ ຊັກຊ້າ. ດັ່ງ ເຈົ້າໜ້າທີ່ ກອງເລຂາ ການເລືອກຕັ້ງ ຂັ້ນສູນກາງ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽເສຣີ ໃນ ວັນທີ 21 ມິນາ ວ່າ:

"ຍັງບໍ່ທັນແລ້ວ ຍັງຖ້າອີກ 2-3 ມື້, ເພາະວ່າມັນຫຼາຍ, ເຂດຫ່າງໄກ ສອກຫຼີກ ຂະເຈົ້າ ຍັງສລຸບໃຫ້ ບໍ່ທັນໄດ້ ເພາະວ່າມັນ ຫຼາຍໜ່ວຍ 6 ພັນ ກວ່າໜ່ວຍ ເລືອກຕັ້ງ ເນາະ ທົ່ວປະເທດ".

ການນັບ ຄະແນນສຽງ ແມ່ນເຣີ້ມ ຫຼັງຈາກ ປິດຫີບ ປ່ອນບັດ ແຕ່ ວັນອາທິດ ແລະ ນັບມາເລື້ອຍໆ, ບາງເຂດ ເລືອກຕັ້ງ ໃນບາງ ແຂວງ ທີ່ສະດວກ ກໍ່ສຳເຣັດ ແລະ ໄດ້ຣາຍງານ ຜົນການນັບ ຄະແນນ ນັ້ນມາຮອດ ສູນກາງ ແລ້ວ ໃນຂນະທີ່ ບາງແຂວງ ກໍ່ຍັງບໍ່ ສຳເຣັດເທື່ອ. ເນື່ອງຈາກວ່າ ການເລືອກຕັ້ງ ຄັ້ງນີ້ ມີທັງ ສະພາ ແຫ່ງຊາດ ແລະ ສະພາ ປະຊາຊົນ ຂັ້ນແຂວງ ຈຶ່ງມີບັດ ຕ້ອງໄດ້ ນັບ ຫຼາຍກວ່າ ຄັ້ງທີ່ຜ່ານມາ, ຊຶ່ງຈະຕ້ອງ ໃຊ້ເວລາ ອີກ ລະຍະນຶ່ງ. ດັ່ງ ເຈົ້າໜ້າທີ່ ອີກທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽເສຣີ ວ່າ:

"ອັນຖືວ່າ ນັບຄະແນນ ນີ້ນັບໄປສູ່ມື້ ເຂດແຂວງໃດ ທີ່ເພິ່ນສະດວກ ເພິ່ນກະສົ່ງ ຜົນການນັບ ຄະແນນສຽງ ມາຮອດ ລະແຂວງໃດ ທີ່ ມີຄວາມ ຫຍຸ້ງຍາກ ດ້ານ ຄົມມະນາຄົມ ຕ່າງໆ ກະຍັງຖືວ່າ ບໍ່ທັນຮອດ ເທື່ອ. ເນື່ອງຈາກວ່າ ຊຸດນີ້ມັນມີ ການເລືອກຕັ້ງ ທີ່ ເຮົາຮູ້ ຫັ້ນລະ ມັນມີທັງ ສະພາ ທ້ອງຖິ່ນ ແດ່ ລະສະພາ ແຫ່ງຊາດ ແດ່, ລະການນັບ ອາຈແລ້ວ ເປັນເມືອງ ເປັນເມືອງ, ບາງເມືອງ ກະຍັງສົ່ງ ຣາຍງານ ມາຫາແຂວງ ບໍ່ທັນແລ້ວ".

ເຖິງຢ່າງໃດ ກໍດີ, ເຈົ້າໜ້າທີ່ ກ່າວວ່າ ການປະກາດ ຜົນການເລືອກຕັ້ງ ແມ່ນ ຄາດວ່າ ຈະ ສາມາດ ປະກາດໄດ້ ພາຍໃນ ອາທິດ ນີ້, ທ່ານ ຄາດວ່າ ທຸກຢ່າງ ຈະສຳເຣັດ ໃນວັນທີ 25 ມິນາ ທີ່ ຈະມາເຖິງນີ້ ຖ້າຫາກ ຄນະ ກັມມະການ ເລືອກຕັ້ງ ກວດກາ ວ່າ ບໍ່ມີບັນຫາ.