ສະມາຊິກສະພາຫາລືເຣື້ອງ ແຮງງານ

ຈໍາປາທອງ
2014.12.11
F-rice ແຮງງານທີ່ຜລິດສະບຽງອາຫານ ໃນລາວ
RFA

 

ບັນຫາ ສໍາຄັນ ທີ່ ກອງປະຊຸມ ສມັຍ ສາມັນ ເທື່ອທີ 8 ຂອງ ສະພາ ແຫ່ງຊຸດ ທີ 7 ສຸມໃສ່ ພິຈາຣະນາ ໃນມື້ ທໍາອິດ ແລະ ມື້ທີສອງ ນັ້ນຄື ບັນຫາ ແຮງງານ, ການ ພັທນາ ສີມື ແຮງງານ, ການຂາດ ແຮງງານ ແລະ ມາຕຖານ ໃນການ ຄຸ້ມຄອງ ແຮງງານ ພາຍໃນ ແລະ ຕ່າງ ປະເທສ ຊຶ່ງເປັນ ບັນຫາ ຫຍຸ້ງຍາກ ສໍາລັບ ທາງການ ລາວ ກ່ອນ ຈະບັນລຸ ເປົ້າໝາຍ ສະຫັດສວັດ, ທີ່ແນໃສ່ ການ ຫລຸດຜ່ອນ ຄວາມ ທຸກຍາກ ຂອງ ປະຊາຊົນ.

ດຣ. ຄໍາມະນີ ອິນທິລາດ ສະມາຊິກ ສະພາ ແຫ່ງຊາດ ເຂດ 13 ແຂວງ ສວັນນະເຂດ ໃຫ້ ສໍາພາດ ຕໍ່ ສື່ມວນຊົນ ລາວ ວ່າ ເປັນ ຫ່ວງນໍາ ແຮງງານ ລາວ ເພາະວ່າ ຣັຖບາລ ຍັງບໍ່ໄດ້ ສໍາຣວດ ວ່າ ໃນລາວ ມີແຮງງານ ຈໍານວນ ເທົ່າໃດ ທີ່ຈະໃຊ້ ເຂົ້າໃນ ການຜລິດ ສະບຽງ ອາຫານ:

"ຂ້າພະເຈົ້າ ເປັນຫ່ວງນໍາ ເຣື່ອງ ແຮງງານ ທີ່ຈະເຮັດ ເພາະວ່າ ແຮງງານ ນີ້ເຮົາຍັງ ບໍ່ທັນໄດ້ ສໍາຣວດ ຄືນ ແຮງງານ ຂອງ ປະເທສ ເຮົານີ້ ມີຫຼາຍ ປານໃດ ທີ່ຈະໃຊ້ ເຂົ້າໃນ ການຜລິດ ສະບຽງ ອາຫານ ນີ້ໃຫ້ມັນໄດ້ ມາຕຖານ".

ທ່ານວ່າ ຢູ່ ຕ່າງ ປະເທສ ເຂົາເຈົ້າ ເກັບກໍາໄດ້ ວ່າມີ ແຮງງານ ອາຍຸ ຂັ້ນ 50 ຫາ 60 ເທົ່າໃດ ຫລຸດລົງມາ ມີເທົ່າໃດ ເພື່ອ ບັນຈຸເຂົ້າ ໃນວຽກງານ ການຜລິດ ສະບຽງ ອາຫານ. ຢູ່ ປະເທດລາວ ຍັງບໍ່ມີ ມີແຕ່ເນື້ອທີ່ ແລະ ວ່າບໍ່ຮູ້ ຂໍ້ມູນ ແຮງງານ ເທົ່າທີ່ຄວນ, ມີແຕ່ພາກັນ ຄິດໄລ່ ເປັນ ເປີເຊັນ ເອົາຊື່ໆ.

ເຣື້ອງ ແຮງງານ ການຜລິດ ສະບຽງ ອາຫານ, ໃນຫຼາຍປີ ມານີ້ ກໍຍ້ອນ ຄວາມທຸກຍາກ ຂາດເຂີນ ຂອງ ປະຊາຊົນ ບໍ່ມີໄຮ່ ບໍ່ມີນາ ບໍ່ມີບ່ອນ ທໍາມາຫາກິນ ຈິ່ງພາກັນ ໄປຊອກ ເຮັດວຽກ ຢູ່ ປະເທສໄທ ຈໍານວນ ຫຼາຍແສນ ຄົນ.

ຍານາງ ອ່ອນຈັນ ທໍາມະວົງ ຣັຖມົນຕຣີ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ກໍຮັບຮູ້ ຢູ່ໃນ ກອງປະຊຸມ ສະພາ ວ່າ ມີ ແຮງງານ ລາວ ຫລັ່ງໄຫລ ອອກໄປ ປະເທສ ໃກ້ຄຽງ ຊຶ່ງ ຍັງ ບໍ່ສາມາດ ແກ້ໄຂໄດ້.

ດຣ. ພອນເທບ ພົນເສນາ ຫົວໜ້າ ກັມມາທິການ ວັທນະທັມ ສັງຄົມ ຂອງ ສະພາ ແຫ່ງຊາດ ກໍກ່າວວ່າ 70 ສ່ວນຮ້ອຍ ຂອງ ແຮງງານ ທັງໝົດ ໃນຂແນງ ກະສິກັມ ຢູ່ ກະຈັກ ກະຈາຍ ຕາມ ຊົນນະບົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.