ມືສັງຫານນັກທຸຣະກິຈ ຊາວຈີນ ມີຄ່າຫົວ
2018.08.15

ເຈົ້າຫນ້າທີ່ຕຳຣວດລາວ ນະຄອນຫລວງວຽງຈັນ ກຳລັງຕິດຕາມຊອກຫາຄົນຮ້າຍ ທີ່ສັງຫານ ທ່ານ ໄຊຊນະ ຫຍົດສະຫວັດ ຫລື ທ່ານ ລີຈາວເຝີງ ນັກທຸຣະກິດຊາວຈີນ ຊຶ່ງເປັນປະທານການຄ້າ ແຂວງຫູໜານປະຈຳລາວ ຖືກສັງຫານ ໃນມື້ວັນທີ 12 ສິງຫາ ຜ່ານມາ ຢູ່ ບ້ານຂອງຜູ້ກ່ຽວເອງ ບ້ານວັດໄຕທົ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຊຶ່ງເຈົ້າຫນ້າທີ່ສົງສັຍວ່າ ອາດເປັນການຂ້າຊິງຊັບ ຫລາຍກວ່າ. ດັ່ງເຈົ້າຫນ້າທີ່ຕຳຣວດ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 15 ສິງຫາ ນີ້ວ່າ:
"ການປຸ້ນຊັບຍັງຊອກເປົ້າຫມາຍບໍ່ທັນໄດ້ເທື່ອ ຫລາຍພາກສ່ວນພວກຕຳຣວດ ສຸມໃສ່ເປົ້າຫມາຍທຸກພາກວສ່ວນ."
ທ່ານກ່າວຕື່ມວ່າເຫດການຄາຕກັມເທື່ອນີ້ ເກີດຂຶ້ນໃນຫ້ອງນອນຂອງຜູ້ຕາຍເອງ ໂດຍຄົນຮ້າຍໃຊ້ປຶນຍິງ ທ່ານ ລີຈາວເຝີງ ຈົນເສັຽຊິວິດ ແລ້ວກວດເອົາຊັບສິນ ຂອງທ່ານໄປຫມົດ. ຕາມກ້ອງວົງດອນປິດ ສາມາດເຫັນຮູບພາບ ຂອງຄົນຮ້າຍສອງຄົນ ໃສ່ໝວກປິດຫນ້າ ພາກັນ ຂົນເອົາກະເປົາ ແລະສິ່ງຂອງທີ່ມີຄ່າ ຂອງຜູ້ຕາຍໄປ. ປັດຈຸບັນ ທາງການໄດ້ແຈ້ງເຫດການດັ່ງກ່າວ ໃຫ້ແກ່ຫນ່ວຍງານຕ່າງໆ ຕາມເມືອງ ຕ່າງໆແລະແຂວງ ທີ່ໃກ້ຄຽງໃຫ້ຕາມຈັບຄົນຮ້າຍ ສອງຄົນດັ່ງກ່າວນີ້.
ທາງຝ່າຍຄອບຄົວ ຂອງ ທ່ານ ລີຈາວເຝີງ ກໍປະກາດໃຫ້ເງິນລາງວັນ ແກ່ຜູ້ໃຫ້ເບາະແສ ແລະຂໍ້ມູນກ່ຽວກັບຄົນຮ້າຍ ເພື່ອການຈັບກຸມ ເປັນເງິນປະມານ 2 ແສນປາຍໂດລາ ສະຫະຣັດ.
ວິທຍຸເອເຊັຽເສຣີ ກໍໄດ້ໂທຣະສັບ ໄປຫາຄອບຄົວ ຂອງຜູ້ເຄາະຮ້າຍ ທີ່ໃຫ້ຄໍາຕອບສັ້ນໆວ່າ ຍັງບໍ່ສາມາດໃຫ້ຣາຍລະອຽດໄດ້ ຍ້ອນຍັງ ບໍ່ມີຂໍ້ມູນ ກ່ຽວກັບຄົນຮ້າຍນັ້ນເທື່ອ ຊຶ່ງທາງເຈົ້າຫນ້າທີ່ ກຳລັງສືບສວນຢູ່.
ທ່ານ ລີຈາວເຝີງ ຊື່ລາວວ່າ ທ້າວ ໄຊຊນະ ເປັນນັກທຸຣະກິດຊາວຈີນ ຢູ່ລາວເປັນເວລາຫຼາຍປີ ແລະ ກໍເຄີຍມີຊື່ສຽງ ທາງດ້ານທຸຣະກິດ ທ່ານໄດ້ລົງທຶນຫລາຍຢ່າງ ເປັນຕົ້ນ ໂຮງແຮມຕີ້ຮຽວ ຊຶ່ງເປັນໂຮງແຮມຂນາດໃຫຍ່ ໃຈກາງນະຄອນຫລວງວຽງຈັນ.
ເມື່ອປີກາຍ ນັກທຸຣະກິດຈີນ ຈາກໃຕ້ຫວັນ ກໍຖືກຂ້າຕໍ່ຫນ້າສູນການຄ້າສີໄຄ ພລາຊາ ໂດຍຕຳຣວດເວົ້າວ່າ ເປັນການຂັດແຍ່ງທາງທຸຣະກິດ ແລະໃນເວລາຕໍ່ມາຮູ້ວ່າ ເຈົ້າຫນ້າທີ່ຈີນ ສາມາດຈັບໄດ້ນື່ງຄົນ ທີ່ຫລົບຫນີເຂົ້າໄປຈີນ.