ທາງຣົດໄຟບໍ່ໄດ້ກ່າວໃນການ ລົງນາມ ສະບັບໃໝ່


2013.09.30
F-Xi-Choummaly ປະທານປະເທດລາວ ທ່ານ ຈູມມາລີ ໄຊຍະສອນ ແລະ ທ່ານ ຊີ ຊິນປິງ ປະທານປະເທດຈີນ ພົບປະກັນທີ່ ແຂວງ Hainan ພາກໃຕ້ຂອງຈີນ ໃນວັນທີ 9 ເດືອນເມສາ 2010 ໃນເວລານັ້ນທ່ານ ຊີ ຊິນປິງ ຍັງຮັບຕໍາແໜ່ງ ລອງປະທານປະເທດ.
Xinhua/Fan Rujun

 

ລາວ-ຈີນ ລົງນາມ ຮ່ວມມືກັນ ຫລາຍສະບັບ ແຕ່ບໍ່ມີ ຂ່າວວ່າ ເຣື້ອງ ສ້າງທາງ ຣົດໄຟ ຄວາມໄວສູງ ຣະຫວ່າງສອງປະເທດ ນັ້ນ ຫລືບໍ່? ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ ໄປຢ້ຽມຢາມສປຈີນ ນັບແຕ່ວັນທີ 26 ຈົນເຖິງວັນ ທີ 30 ກັນຍາ ແລະໄດ້ພົບປະຫາລື ກັບທ່ານ ຊີ ຊິນປິງ ປະທານສປຈີນ. ໃນເວລາພົບປະນັ້ນ ປະທານ ຈູມມະລີ ໄຊຍະສອນ ໄດ້ສເນີໃຫ້ ສອງປະເທດຟ້າວສ້າງ ທາງຣົດໄຟ ຄວາມໄວສູງ ນັບແຕ່ເຂດຊາຍແດນຈີນ ລົງໄປເຖິງ ນະຄອນຫລວງ ວຽງຈັນ. ສ່ວນປະທານ ຊີ ຊິນປິ່ງ ຕົກລົງ ຈະຮ່ວມມືກັບ ສປປລາວ ໃນຮອບດ້ານ ແຕ່ບໍ່ໄດ້ບອກ ຣາຍລະອຽດວ່າ ຈະຮ່ວມມື ໃນການສ້າງທາງຣົດໄຟ ນັ້ນຫລືບໍ່.

ກ່ອນທີ່ປະທານປະເທດລາວ ຈະໄປຢ້ຽມຢາມຈີນ ໃນຄັ້ງນີ້ໜັງສືພິມຕ່າງປະເທດ ກໍຄາດຄະເນວ່າ ຜູ້ນໍາລາວແລະຈີນ ຕ້ອງຫາລືກັນກ່ຽວກັບ ການສ້າງທາງຣົດໄຟຢ່າງແນ່ນອນເພາະຄນະຣັຖມົນຕຣີລາວ ກໍຕົກລົງໃຫ້ສ້າງ ແລະ ເອກອັຄຣາຊທູຕຈີນ ປະຈໍາລາວ ກໍປະກາດສນັບສນູນ ໂຄງການດັ່ງກ່າວ. ແຕ່ໜັງສືພິມ Vientiane Times ພາສາອັງກິດ ຂອງທາງການລາວ ສະບັບລົງວັນທີ່ 30 ເດືອນກັນຍາ ຣາຍງານພຽງ ແຕ່ວ່າ ລາວແລະຈີນ ໄດ້ລົງນາມ ໃນຂໍ້ຕົກລົງ ກ່ຽວກັບການຮ່ວມມື ຣະຫວ່າງກັນ ຫລາຍສະບັບ ແຕ່ບໍ່ໄດ້ແຈ້ງຣາຍລະອຽດ ກ່ຽວກັບການ ຮ່ວມມືໃນດ້ານໃດແດ່ ແລະບໍ່ໄດ້ກ່າວເຖິງການ ສ້າງທາງຣົດໄຟ ນັ້ນເລີຍ.

ອຸປສັກໃຫຍ່ຕໍ່ການສ້າງ ທາງຣົດໄຟລາວ-ຈີນ ກໍແມ່ນ ຝ່າຍລາວຂໍຢືມເງິນ 7 ຕື້ ດອນລ່າສະຫະຣັຖ ຈາກຈີນດ້ວຍດອກເບັ້ຍຕໍ່າ ເຊັ່ນ 2-3 ສ່ວນຮ້ອຍ ແຕ່ຈີນຢາກໄດ້ 5.8 ສ່ວນຮ້ອຍ ຊຶ່ງຝ່າຍລາວເຫັນວ່າ ເປັນດອກເບັ້ຍ ທີ່ສູງເກີນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.