ຣົຖໄຟລາວ-ຈີນ ເປີດບໍຣິການ, ຄ່າຊົດເຊີຍ ຍັງຄ້າງຢູ່

ການຈ່າຍຄ່າຊົດເຊີຍ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການຣົຖໄຟ ຊັກຊ້າ ແລະ ຫຍຸ້ງຍາກຫລາຍ ພ້ອມທັງ ການກຳນົດລາຄາ ບໍ່ສົມເຫດສົມຜົລ ແຕ່ປະຊາຊົນ ກໍຈຳໃຈ ຍອມຮັບເອົາ.

ຣົຖໄຟລາວ-ຈີນ ຂະບວນ ລ້ານຊ້າງ ຈອດລໍຖ້າຜູ້ໂດຍສານ ຕຣຽມເດີນທາງໄປພາກເໜືອຂອງລາວ, ວັນທີ 4 ທັນວາ 2021.

ໂຄງການ ກໍ່ສ້າງທາງຣົຖໄຟລາວ-ຈີນ ລົງທຶນສູງ ໃຊ້ເວລາ 5 ປີ ກໍ່ສ້າງສຳເຣັດ. ປັດຈຸບັນ ເປີດໃຫ້ການບໍຣິການແລ້ວ ແຕ່ທາງພາກຣັຖ ທີ່ຮັບຜິດຊອບ ການຈ່າຍຄ່າຊົດເຊີຍ ຕໍ່ຜູ້ໄດ້ຮັບຜົລກະທົບ ຍັງບໍ່ທັນໝົດ. ຜ່ານມາ ການຈ່າຍຄ່າຊົດເຊີຍຊັກຊ້າ ແລະ ຫຍຸ້ງຍາກຫລາຍ ພ້ອມທັງ ການກຳນົດລາຄາ ບໍ່ສົມເຫດສົມຜົລ ແຕ່ປະຊາຊົນ ກໍຍອມຮັບເອົາ ຕາມນັ້ນ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຍິນດີແລະຂໍຕ້ອນຮັບທ່ານ ເຂົ້າມາສູ່ ຣາຍການມາຟັງນຳກັນ. ສັປດານີ້ ມາເວົ້າເຖິງ ເຣື່ອງຂອງຄ່າຊົດເຊີຍ ຂອງໂຄງການ ທາງຣົຖໄຟ ລາວ-ຈີນ. ນັບແຕ່ເຣີ່ມໂຄງການ ຈົນເປີດ ໃຫ້ບໍຣິການການ ແຕ່ຈ່າຍຄ່າຊົດເຊີຍ ກໍຍັງບໍ່ທັນສຳເຣັດ. ໂດຍຫົວຂໍ້ ໃນຣາຍການມື້ນີ້ ແມ່ນ ຣົຖໄຟ ລາວ-ຈີນ ເປີດບໍຣິການແລ້ວ ແຕ່ຍັງຄ້າງຄ່າຊົດເຊີຍຊາວບ້ານ. ທ່ານຜູ້ຟັງທ່ານໃດຟັງແລ້ວ ມີຄວາມຄິດເຫັນແນວໃດ ກະຣຸນາ ຊ່ອຍອອກຄຳເຫັນ ຜ່ານຊອ່ງຄອມເມັ້ນ ທີ່ພວກເຮົາ ກຳລັງອອກຣາຍການ ໃນຂະນະນີ້ ຫລື ວ່າ ຕ້ອງການເຂົ້າຮ່ວມ ໃນຣາຍການພວກເຮົາ ດ້ວຍການສັມພາດສະແດງຄຳເຫັນ ຕໍ່ການແກ້ໄຂບັນຫາ ກໍສົ່ງເບີໂທຣະສັບ ຂອງທ່ານລົງຊ່ອງຄອມເມັ້ນ ທີ່ກຳລັງອອກຣາຍການນີ້ໄດ້ ເຊັ່ນກັນ. ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ກັບມາພົບກັບ ພວກເຮົາສອງຄົນ ກັບປະເດັນຂ່າວເດັ່ນ ປະຈຳສັປດາ. ສຳລັບມືນີ້ ມາຕິດຕາມ ການຣາຍງານ ຂອງທາງການລາວ ເຖິງການຈ່າຍ ຄ່າຊົດເຊີຍ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ. ທ່ານຜູ້ຟັງທ່ານໃດ ທີ່ມີຂໍ້ມູນ ຕ້ອງການແລກປ່ຽນ ກັບພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ໃນຊ່ອງຄອມເມັ້ນ, ແລ້ວພວກເຮົາ ຈະໂທສັມພາດມາອອກຣາຍການ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org