ຣົຖໄຟລາວ-ຈີນ ເປີດ​ໃຊ້ ທ່າມ​ກາງ ຄວາມ​ເປັນ​ຫ່ວງ ໜີ້​ສິນ

ຣັຖບານລາວ ເປີດໃຊ້ ຣົຖໄຟລາວ-ຈີນ ຢ່າງເປັນທາງການ ທ່າມກາງ ຄວາມເປັນຫ່ວງ ກ່ຽວກັບ ໜີ້ສິນ ໂຄງ​ການ​ຣົ​ຖ​ໄຟ ທີ່​ຈະ​ຕ້ອງ​ໃຊ້​ຄືນ ແລະ ຜົລກະທົບ ຈາກການຣະບາດ ຂອງໂຄວິດ-19.

ຣົຖໄຟ ຂະບວນລ້ານຊ້າງ ຖ້ຽວປະຖົມມະເລີກ ພວມເດີນທາງ ຜ່ານເຮືອນ ແລະ ທົ່ງນາ ຂອງພວກຊາວບ້ານ ໃນຕອນບ່າຍ ທີ່ຢູ່ໃກ້ກັບຂົວ ຂອງທາງຣົຖໄຟລາວ-ຈີນ ເຂດເມືອງໄຊທານີ, ວັນທີ 3 ທັນວາ 2021 (TS)

ຣົຖໄຟລາວ-ຈີນ ແມ່ນເປີດນຳໃຊ້ ຢ່າງເປັນທາງການແລ້ວ. ໂຈດຕໍ່ໄປ ຂອງຣັຖບານລາວ ກໍຄືວ່າໂຄງການນີ້ ຈະຄືນ​ທຶນເມື່ອໃດ ເພາະສະພາບການ ທີ່ລາວປະເຊີນ ກໍຄື ຜົລກະທົບ ຂອງໂຄວິດ-19 ຍັງບໍ່ສາມາດ ຄວບຄຸມໄດ້.

ໄມ​ຊູ​ລີ: ສະບາຍດີ ທ່ານ ຜູ້ຟັງທີ່ເຄົາຣົບ ຂໍຕ້ອນຮັບ ເຂົ້າມາສູ່​ຣາຍການ ມາຟັງນຳກັນ. າຍການນີ້ ຈະຕິດຕາມ ປະເດັນເດັ່ນ ໃນຮອບສັປດາ ມາສເນີໃຫ້ທ່ານ ໄດ້ຮັບຟັງກັນ. ທ່ານໃດ ທີ່ຕ້ອງການ ນຳສເນີຂ່າວ ຫຼື ເຂົ້າຮ່ວມ ແລກປ່ຽນຂ່າວສານ ນຳພວກເຮົາ ກະຣຸນາ ສົ່ງເບີໂທຂອງທ່ານ ມາຍັງອີນບອກ ຜ່ານ​ທາງ ເຟ​ສ​ບຸກ​ຄ໌ ຂອງວິ​ທ​ຍຸ ເອ​ເຊັຽ​ ເສ​ຣີ. ຈາກນັ້ນ ພວກເຮົາ ຈະຕິດຕໍ່ຫາ ເພື່ອສອບຖາມ ຫຼື ສົນທະນາກັນ ນຳເອົາມາອອກ າຍການ.

ສຳລັບຫົວຂໍ້ ໃນຣາຍການມື້ນີ້ ຣົໄຟ ລາວ-ຈີນ ເປີດນຳໃຊ້ ຢ່າງເປັນທາງການແລ້ວ. ມາຕິດຕາມ ຄວາມເປັນມາ ຂອງທາງຣົໄຟສາຍນີ້. ໂດຍທີມງານ ພວກເຮົາ ໄດ້ເກັບກຳຂໍ້ມູນ ແລະ ກໍສອບຖາມຈາກຜູ້ຮູ້ມາສເນີ. ແນວໃດກໍຕາມ ຂໍ້ມູນ ທີ່ສເນີ ສ່ວນຫຼາຍ ກໍອີງໃສ່ ທາງການລາວຣາຍງານ. ກໍຕິດຕາມກັນໄດ້ທ່ານຜູ້ຟັງ. ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊ​ຍາ: ສະບາຍດີ ທ່ານຜູ້ຟັງ. ມື້ນີ້ ກໍຄົງຫຼີກລ້ຽງບໍ່ໄດ້ ຕໍ່ກັບເຫດການ ເປີດທາງຣົໄຟ ລາວ-ຈີນ ໃນລາວ. ເຊິ່ງເປັນເຫດການໃຫຍ່ ສຳລັບປີ 2021. ເພາະຣົໄຟສາຍນີ້ ທາງສອງຣັຖບານ ລາວ-ຈີນ ຫວັງໃຊ້ເປັນຈຸດເຊື່ອມຕໍ່ ະຫວ່າງ ຈີນ-ອາຊ້ຽນ. ນອກຈາກນີ້ ຍັງຄາດຫວັງວ່າ ຣົໄຟສາຍນີ້ ຈະຊຸກຍູ້ເຮັດໃຫ້ເສຖກິຈ ຂອງລາວ ມີການພັທນາດີຂຶ້ນ. ໃນຂນະທີ່ ກໍຍັງມີຫຼາຍຝ່າຍ ທີ່ເປັນຫ່ວງວ່າ ລາວອາດຈະໄດ້ປໂຍດ ຈາກໂຄງການນີ້ ໜ້ອຍຫຼາຍ. ໂດຍເຣື່ອງລາວ ຈະເປັນແນວໃດນັ້ນ ຕິດຕາມໄດ້ ໃນລຳດັບຕໍ່ໄປ.

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ຈາກ​ສຽງ ທີ່​ໄດ້​ບັນ​ທຶກ​ໄວ້ ຂ້າງ​ເທິງ​ນັ້ນ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org