ລາວ, ຈີນ ຈະຫາຣື ສະກັດກັ້ນ ການຄ້າ ສັດປ່າ
2018.03.28
ກະຊວງກະສິກັມປ່າໄມ້ ຈະຫາຣື ກັບ ທາງການຈີນ ໃນວັນທີ 30 ມິນາ 2018 ນີ້ ທີ່ນະຄອນຫລວງວຽງຈັນ ກ່ຽວກັບ ການສະກັດກັ້ນ ການຄ້າສັດປ່າຂ້າມຊາດ ໂດຍສະເພາະ ການບັງຄັບໃຊ້ກົດໝາຍ ແລະການປະຕິບັດ ຕາມອະນຸສັນຍາສາກົນ ວ່າດ້ວຍ ການຫ້າມຊື້-ຂາຍ ສັດປ່າ ແລະພັນພຶດຊນິດ ໄກ້ສູນພັນ ຫຼືສົນທິສັນຍາ Cites. ດັ່ງເຈົ້າໜ້າທີ່ ກົມປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນ ວັນທີ 27 ມິນາ ນີ້ວ່າ:
“ດຽວນີ້ມີກອງປະຊຸມ ກັບຈີນໄດ໊ນິ ເຂົາສິເຮັດເປັນລັກສນະວ່າເປັນ by law ກັບເຈົ້າໜ້າທີ່ຈີນ letter law meeting ນີ້ແຫຼະ ຢູ່ວຽງຈັນ ວັນສຸກນີ້ ຈະເວົ້າເຣື້ອງການຮ່ວມມື ໂດຍອິງໃສ່ ການສະກັດກັ້ນ ວຽກງານ ການຄ້າຂາຍ ສັດປ່າຂ້າມຊາດ ຂ້າມຊາຍແດນ ໂດຍອິງໃສ່ ໄຊເຕສ ແນ່ເນາະ.”
ຜ່ານມາທາງການລາວ ກໍໄດ້ບັງຄັບໃຊ້ກົດໝາຍ ຄຸ້ມຄອງສັດປ່າ ຢູ່ ແຕ່ບໍ່ເຂັ້ມງວດພໍ ດັ່ງເຈົ້າໜ້າທີ່ ຜແນກສັດນໍ້າ-ສັດປ່າ ກົມປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 27 ມີນາ ນີ້ວ່າ:
“ພວກເຮົາກໍມີການ ຄຸ້ມຄອງ ຢ່າງເຂັ້ມງວດ ແລ້ວດຽວນີ້ ການຄຸ້ມຄອງ ພວກເຮົາ ກໍເຣີ້ມເຂັ້ມງວດ ຂຶ້ນກວ່າເກົ່າ ແຕ່ພວກເຮົາກໍປະຕິເສດ ບໍ່ໄດ້ເນາະ ກໍຍັງພົບເຫັນປະຊາຊົນ ມີການລັກລອບລ່າແລ້ວ ກໍຊື້-ຂາຍສັດປ່າ ປະເພດຫວງຫ້າມ ຫ້າມລ່າທຸກຊນິດ ດຽວນີ້ພວກເຮົາ ກໍ ກໍາລັງກຽມ ຈັດຕັງປະຕິບັດ ລົງໂຄສະນາ ປູກຈິດສໍານຶກຕ່າງໆ.”
ສ່ວນອົງການ ກອງທຶນສັດປ່າສາກົນ ຫຼື WWF ປະຈໍາສປປລາວ ເຊື່ອວ່າ ສປປລາວ ຈະມີການຄ້າສັດປ່າຫຼາຍຂຶ້ນ ໂດຍສະເພາະ ງາຊ້າງ ແຫ່ງໃໝ່ ຫລັງຈາກ ປະເທດຈີນ ໄດ້ປະກາດ ບັງຄັບໃຊ້ກົດໝາຍ ປິດຕລາດ ຊື້-ຂາຍ ງາຊ້າງ ໃນທົ່ວປະເທດ.
ເມື່ອວັນທີ 14 ທັນວາ 2017 ພວກຄ້າສັດປ່າກໍລັກລອບ ຄ້າງາຊ້າງນໍ້າຫນັກ 20 ກິໂລ ຜ່ານດ່ານສາກົນທ່າລີ ແຂວງເລີຍ ເຂົ້າໄປແຂວງ ໄຊຍະບູຣີ ເພື່ອສົ່ງໃຫ້ ນັກທຸຣະກິດລາວ ແຕ່ຖືກເຈົ້າໜ້າທີ່ ຕໍາຣວດໄທ ຈັບກ່ອນ.
ອີກຣາຍນຶ່ງເມື່ອວັນທີ 12 ມົກຣາ ຜ່ານມາ ເຈົ້າໜ້າທີ່ພາສີ ດ່ານບໍ່ເຕັນ ກວດຄົ້ນຣົຖຕູ້ ທີ່ມາຈາກຈີນ ເຂົ້າສູ່ ແຂວງຫຼວງນໍ້າທາ ແລະໄດ້ ກວດພົບໝີ ແພນດາແດງ 6 ໂຕ 3 ໂຕຕາຍ ແລະອີກ 3 ໂຕ ທີ່ເຫຼືອມອບໃຫ້ສູນອານຸຮັກ ໝີ ທີ່ຫຼວງພຣະບາງ.
ເມື່ອອາທິດທີ່ແລ້ວ ເຈົ້າໜ້າທີ່ແຂວງບໍ່ແກ້ວ ກໍຍຶດໄດ້ໝີ 3 ໂຕຈາກປະຊາຊົນ ແລະມອບໃຫ້ສູນອານຸຮັກ ນະຄອນຫຼວງພຣະບາງ ເຊັ່ນກັນ.