ລາວ-ຈີນຫາລື ການຮ່ວມມື


2013.07.30
F-Lao-china ລາວແລະຈີນ ພົບປະຜູກສັມພັນ ການຮ່ວມມື ໃຫ້ຍືນຍົງ ໃນອະນາຄົດ
lpdr

 

ທ່ານ ຢູ ເຊັງເຊັງ ທີ່ປຶກສາ ດ້ານການເມືອງ ຣະດັບສູງ ຂອງຈີນ ໄດ້ພົບປະຫາລື ກັບ ທ່ານ ພັນດວງຈີດ ວົງສາ ປະທານ ຄະນະ ກັມມະການ ແນວລາວ ສ້າງຊາດ ໃນວັນຈັນ.

ທ່ານຢູ ໃນນາມ ປະທານ ຄະນະ ກັມມະການ ຫ້ອງການ ປຶກສາ ພາກຣັຖ ຂອງຈີນ ກ່າວໃນ ການພົບປະຫາລື ກັນວ່າ ຈີນແລະລາວ ມີຄວາມເຊື່ອຫມັ້ນ ທາງດ້ານ ການເມືອງ ອັນເລິກເຊິ່ງ ຣະຫວ່າງກັນ, ໄດ້ຮັບ ຜົລປະໂຫຍດ ຈາກຄວາມຮ່ວມມື ທາງດ້ານ ເສຖກິດ ແລະ ມີຄວາມໃກ້ຊິດ ດ້ານວັທນະທັມ ແລະ ມີສົນທິສັນຍາ ຄວາມຮ່ວມມື ຣະຫວ່າງສອງຝ່າຍ ໃນຫລາຍສະບັບ.

ທ່ານວ່າ ຄວາມຮ່ວມມື ຣະຫວ່າງ ລາວກັບຈີນ ໄດ້ກາຍເປັນ ຕົວຢ່າງ ໃນການພັທນາ ຄວາມຮ່ວມມືຂອງຈີນ ກັບປະເທດເພື່ອນບ້ານອື່ນໆ ແລະວ່່າ ຈີນ ເນັ້ນຄວາມສຳພັນ ກັບລາວ ເປັນສີ່ງສຳຄັນ ແລະ ຈະເຮັດວຽກ ຮ່ວມກັບລາວ ໃນການເສີ້ມສ້າງ ຄວາມສຳພັນ ເພີ້ມຕື່ມ ໃນ ອະນາຄົດ. ຫ້ອງການ ການປຶກສາ ພາກຣັຖ ຂອງຈີນ ແລະ ຫ້ອງການ ແນວລາວ ສ້າງຊາດ ເປັນຫນ່ວຍງານ ຄວາມສາມະຄີ ແຫ່ງຊາດ ພາຍໃຕ້ກຸ່ມຜູ້ນຳ ຈາກ ພັກຄອມມຸຍນິສ ຂອງ ສອງປະເທດ ແລະ ເປັນຫນ່ວຍງານ ທີ່ມີບົດບາດອັນສຳຄັນ ທາງດ້ານການເມືອງ ໃນສອງ ປະເທດ.

ໃນຂະນະດຽວກັນ ຝ່າຍລາວ ທ່ານ ພັນດວງຈີດ ກໍໄດ້ກ່າວເຖິງ ຄວາມສຳຄັນ ຂອງ ຄວາມສຳພັນຣະຫວ່າງສອງປະເທດ ໂດຍສະເພາະ ທາງດ້ານ ການພັທນາ ເສຖກິດ ແລະ ສັງຄົມ ຂອງຈີນ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.