ລາວ-ຈີນ ເພີ້ມຜູກສັມພັນ


2013.09.27
F-Xi-Choummaly ທ່ານ Xi Jinping ປະທານປະເທດ ສປຈີນ ໃຫ້ການຕ້ອນຮັບ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ສປປລາວ ວັນທີ 26 ກັນຍາ 2013
Photo: Xinhua/Xie Huanchi/cri.cn/

 

ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ສປປ ລາວ ທີ່ໄປຢ້ຽມຢາມ ສປຈີນ ໃນວັນພະຫັດ ວັນທີ່ 26 ກັນຍາຍ 2013 ໄດ້ພົບປະກັບ ນາຍົກຣັຖມົນຕຣີ ຈີນ ທ່ານ Li Quekiang  ແລະ ໄດ້ສົນທະນາກັນ ເຣື້ອງ ຄວາມສັມພັນ ລະຫ່ວາງ ລາວ-ຈີນ ແລະການສົ່ງເສີມຄວາມ ສັມພັນ ລະຫ່ວາງ ຈີນກັບອາຊຽນ. ຕາມລາຍງານອົງການຂ່າວ ຊິນຫົວ.

ໃນການພົບປະກັນນັ້ນ ທ່ານ Li Quekiang ວ່າ ຈີນຢາກຈະເຮັດວຽກຮ່ວມກັບລາວ ໃນການເພີ້ມ ການຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງ ໃຫ້ຫລາຍຂຶ້ນສົ່ງເສີມການຮ່ວມມືດ້ານການຄ້າ ການລົງທຶນແລະໂຄງຮ່າງ ຂຍາຍການແລກປ່ຽນ ລະດັບປະຊາຊົນກັບປະຊາຊົນ ແລະຊຸກຍູ້ ການເຕີບໃຫຍ່ ຂອງການເປັນຄູ່ຮ່ວມຍຸທສາດຮອບດ້ານ. ທ່ານ Li Quekiang ເວົ້າເຖິງຄວາມສັມພັນລະຫ່ວາງ ລາວ-ຈີນ ແລະຄວາມສັມ ພັນລະຫ່ວາງພັກຄອມມຸຍນິສຈີນ ກັບພັກປະຊາຊົນປະຕິວັດລາວ ແລະຍ້ອງຍໍ ຄວາມກ້າວໜ້າໃນການຮ່ວມມືຮອບດ້ານ.

ໃນຕອນບ່າຍ ຂອງວັນດຽວກັນນີ້ ທ່ານ ຈູມມາລີ ໄດ້ພົບປະກັບ ທ່ານ Xi Jinping  ປະທານປະເທດຈີນ ຢູ່ຫໍໃຫຍ່ປະຊາຊົນ ແລະວ່າເປັນ ການພົບປະທີ່ເຕັມໄປດ້ວຍໝາກຜົນ. ທ່ານ Li Quekiang ໄດ້ຮຽກຮ້ອງໃຫ້ ລາວເອົາບົດບາດ ໃນການສົ່ງເສີມຄວາມສັມພັນລະຫ່ວາງ ຈີນ ກັບອາຊຽນ. ທ່ານ ຈູມມາລີ ຍ້ອງຍໍການເຕີບໃຫຍ່ ຂອງເສຖກິດຈີນ ຕິດຕໍ່ກັນ ແລະວ່າ ເສຖກິດຈີນໄດ້ປະກອບສ່ວນ ເຮັດໃຫ້ເສຖກິດໂລກ ຟື້ນໂຕຄືນ. ທ່ານໄດ້ຮຽກຮ້ອງທັງສອງປະເທດໃຫ້ເລັ່ງລັດ ການຮ່ວມມືໂຄງການທາງລົດໄຟ ແລະໂຄງການໃຫຍ່ອື່ນໆ ແລະຮຽກຮ້ອງໃຫ້ ນັກທຸຣະກິດຈີນ ເຂົ້າໄປລົງທຶນໃນລາວຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.