ຊາວຄາໂຕລິກລາວ ໄວ້ອາໄລ
2017.12.20

ໂບດຄາໂຕລິກ ຢູ່ນະຄອນຫຼວງວຽງຈັນ ຈັດພິທີລະລຶກເຖິງ ດວງວິນຍານຂອງຊາວຄາໂຕລິກລາວ 17 ຄົນທີ່ຖືກກຳລັງ ຄອມມິວນິສ ຂ້າ ໃນຣະຫວ່າງປີ 1954 ຫາ 1970 ເປັນເທື່ອທຳອິດ ໃນມື້ວັນເສົາ ຜ່ານມາ ຊຶ່ງມີຊາວຄາໂຕລິກ ເຂົ້າຮ່ວມການໄວ້ອາໄລ ເປັນຈຳນວນ ຫລວງຫລາຍ.
ພິທິລະລຶກດັ່ງກ່າວ ມີຂຶ້ນ ຫລັງຈາກ 1 ປີ ທີ່ ຄຸນພໍ່ ຫຼຸຍສ໌-ມາຣີ ຫຼິງ ມັງຄະເນກຸນ ໄດ້ຖືກແຕ່ງຕັ້ງ ຈາກວັງວາຕີກັນ ໃຫ້ເປັນ CARDINAL ອົງທຳອິດ ຂອງ ສປປລາວ. ຄວາມສຳພັນ ຣະຫວ່າງ ໂບດ ຄາໂຄລິກ ໃນລາວ ກັບ ພັກ-ຣັດ ຍັງມີຄວາມຂັດແຍ່ງກັນ ຫຼາຍຢູ່ ໂດຍສະເພາະ ໃນເຂດທ້ອງຖິ່ນ ຕ່າງຝ່າຍ ມີຄວາມເຫັນແຕກຕ່າງກັນ. ດັ່ງທ່ານກ່າວ ກ່ຽວກັບ ການນັບຖືສາສນາຄາໂຕລິກ ໃນລາວ ຕໍ່ວິທຍຸເອເຊັຽເສຣີ ໃນຣະຍະ ທີ່ຜ່ານມາ ວ່າ:
"ກໍຍັງມີຢູ່ ແຕ່ບໍ່ແມ່ນທົ່ວໄປ ບາງທ້ອງຖິ່ນ ທີ່ວ່າຢູ່ບ່ອນສອກຫຼີກ ເຂົາກໍບໍ່ທັນຮັບຮູ້ ຍ້ອນບໍ່ຮູ້ຈັກ ບໍ່ທັນຮູ້ ເຣື້ອງກົດຣະບຽບ ທີ່ທາງການ ວາງໄວ້."
ໃນພີທີດັ່ງກ່າວ ຊາວຄາໂຕລິກລາວ ໄດ້ພາກັນໄຫວ້ພຣະສົດມົນ ເພື່ອໄວອາໄລ ເຖິງດວງວິນຍານ ຂອງຊາວຄາໂຕລິກ ຜູ້ທີ່ຖືກ ຄອມມິວນິສ ຂ້າ, ຊຶ່ງເປັນຜູ້ເສັຽສຣະ ທາງສາສນາ ຄາໂຕລິກ ແລະ ຄຳສອນຂອງພຣະເຈົ້າ ໃນລາວ.
ນອກຈາກນັ້ນ ໃນພິທີຍັງມີການບາສີ ສູ່ຂວັນໃຫ້ແກ່ ອົງຄາດີໂນ ອົງໃຫມ່ ຄຸນພໍ່ ຫຼິງສ໌ ມັງຄະເນກຸນ ນຳອີກ ຊຶ່ງເປັນປະເພນີລາວ ໃນການໄດ້ ຮັບຕຳແໜ່ງຣະດັບສູງ ທາງສາສນາຄາໂຕລິກ ອົງທຳອິດໃນລາວ ຮ່ວມດ້ວຍໂຕແທນ ຈາກສາສນາພຸດ ແລະ ສາສນາ ອິສລາມ ເຂົ້າຮ່ວມ.
ສາສນາຄາໂຕລິກໃນລາວ ຍັງຖືກຄວບຄຸມ ຈາກທາງການລາວ ຫລາຍຢູ່ ຊຶ່ງໃນຣະຍະ ທີ່ຜ່ານມາ ຜູ້ນັບຖືກສາສນາ ຄາໂຕລິກຫລາຍຄົນ ຖືກນາບຂູ່ຈັບກຸມ ລົງໂທດ ໂດຍສະເພາະກຸ່ມຊົນເຜົ່າ ໃນເຂດຫ່າງໄກສອກຫລີກ ຜູ້ທີ່ນັບຖືກສາສນາ ຄາໂຕລິກ ໃນລາວ. ສປປລາວ ມີຜູ້ເຫລື້ອມໄສ ໃນສາສນາ ຄາໂຕລິກ ຄາດວ່າ ປະມານ 45 ພັນຄົນ ຫລື ປະມານ 0.7% ຂອງປະຊາກອນລາວທັງຫມົດ.