ລາວ ຈະບໍ່ສລອງວັນ ກັມມະກອນ ສາກົລ

ສຸພັດຕາ
2021.04.29
ລາວ ຈະບໍ່ສລອງວັນ ກັມມະກອນ ສາກົລ ສປປ ລາວ ສລອງວັນ ກັມມະກອນ ສາກົນ ປີ 2019
ນັກຂ່າວພົລເມືອງ

ເນື່ອງໃນວັນກັມມະກອນ ສາກົລ ຄົບຮອບ 135 ປີ ໃນວັນທີ 1 ພຶສພາ 2021 ນີ້ ທາງການລາວ ແລະຫຼາຍອົງການຈັດຕັ້ງຈະບໍ່ຈັດ ງານສເລີມສລອງ ຫຼື ກິຈກັມໃດໆ ເພື່ອປະຕິບັດ ຕາມມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ ຍ້ອນວ່າໃນແຕ່ລະມື້ ຢູ່ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເລື້ອຍໆ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ກັມມະບານລາວ ທ່ານນຶ່ງ ຊຶ່ງຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນ 29 ເມສານີ້:

“ບໍ່ໄດ້ເຮັດຫຍັງເລີຍ ຖືວ່າປີນີ້ ຖືວ່າຢູ່ຢ່່າງເຫງົາໆຫັ້ນແຫຼະ ກິຈກັມກໍຈະບໍ່ໄດ້ເຄື່ອນໄຫວຫຍັງ ຖືວ່າໂຈະໝົດເລີຍເນາະ ເພາະວ່າອີງ ຕາມຄໍາສັ່ງເລຂທີ 15 ຂອງນາຍົກ ເພາະວ່າເພິ່ນ ບໍ່ໃຫ້ມີການຊຸມນຸມເດ້ ເພາະບ້ານເຮົາ ໂຄວິດນີ້ພວມຣະບາດຫຼາຍ.”

ທ່ານກ່າວຕື່ມວ່າ ໃນໄລຍະ 2 ປີ ມານີ້ ຫຼັງຈາກເກີດການຣະບາດ ຂອງເຊື້ອໂຄວິດ-19 ກໍເຮັດໃຫ້ຄົນລາວ ທັງຢູ່ພາຍໃນລາວ ແລະ ຕ່າງປະເທດ ປະສົບບັນຫາຫວ່າງງານຫຼາຍຂຶ້ນ ພ້ອມທັງຊອກວຽກເຮັດຍາກຂຶ້ນ ແລະ ຫຼາຍກິຈການ ກໍປິດການດໍາເນີນງານ:

“ເຣື່ອງໂຄວິດນິ່ ກະທົບແນ່ນອນ ຜົລກະທົບຫຼາຍ ພວກທີ່ຫາເງິນຣາຍວັນ ຫາເຊົ້າກິນຄໍ່າ ຫັ່ນກໍແນ່ນອນ ຜົລກະທົບຮ້ອຍຕໍ່ຮ້ອຍເລີຍ ທຸກໆຄົນບໍ່ມີວຽກເຮັດ ເພາະວ່າຄໍາວ່າ ລ໊ອກດາວ ກໍໝາຍຄວາມວ່າ ບໍ່ໃຫ້ທຸຣກິຈຫຍັງ ດໍາເນີນເປັນກຸ່ມເປັນກ້ອນ ມີການຢຸດໝົດ ບໍ່ໃຫ້ໂຮງງານດໍາເນີນ ທຸຣະກິຈ ນີ້ກໍແນ່ນອນແລ້ວ ມັນກໍເພີ້ມຂຶ້ນ.”

ຂນະດຽວກັນ ໃນໄລຍະທີ່ເກີດການຣະບາດ ຂອງເຊື້ອໂຄວິດ-19 ສອງປີມານີ້ ຄົນງານລາວ ທີ່ຫວ່າງງານຫຼາຍຄົນ ກໍປະສົບກັບ ຄວາມຫຍຸ້ງຍາກ ໃນເຣື່ອງການຊອກວຽກເຮັດ ງານທໍາ, ດັ່ງຄົນງານລາວ ຢູ່ແຂວງສວັນນະເຂດ ນາງນຶ່ງ ເວົ້າວ່າ:

“ຄວາມຍາກຢູ່ໝ້ອງວ່າ ເຂົາໄປສມັກຢູ່ໃສກໍປິດ ເຂົາຕ້ອງເອົາຄົນທີ່ວ່າ ມີປະສົບການ ສ່ວນຫຼາຍເຮົາບໍ່ມີປະສົບການ ແລ້ວເຂົາກະບໍ່ ຢາກເອົາເຮົາດອກ ແລະ ຄັນເຮົາເຮັດໄດ້ ເຮົາກໍໄດ້ເງິນຕໍ່າ ເພາະເສຖກິຈ ຄູ່ມື້ນີ້ມັນກໍບໍ່ດີ.”

ນາງກ່າວຕື່ມວ່າ ໃນໄລຍະທີ່ຕົນເອງຊອກວຽກບໍ່ໄດ້ ກໍກັບໄປເຮັດໄຮ່ເຮັດສວນ ຢູ່ບ້ານນໍາຄອບຄົວ ແຕ່ກໍມີຄວາມກັງວົນວ່າຫາກ ຄົນຫວ່າງງານຫຼາຍຂຶ້ນ ບາງຄົນອາຈໄປເຮັດ ແນວບໍ່ດີ ໄປຊອກລັກງັດແງະ ເຮືອນຊານຂອງຊາວບ້ານ ກໍເປັນໄດ້.

ຄົນງານລາວ ຢູ່ແຂວງອຸດົມໄຊ ຜູ້ນຶ່ງເວົ້າວ່າ ປັດຈຸບັນ ຕົນເອງກໍຍັງ ບໍ່ມີວຽກເຮັດ ກາຍເປັນຄົນຫວ່າງງານຢູ່ ໄປສມັກຢູ່ບ່ອນໃດ ກໍບໍ່ມີໃຜຮັບ ຍ້ອນມີການຣະບາດຂອງ ໂຄວິດ-19:

“ໄປຊອກເຮັດອັນໃດ ເຂົາເຈົ້າກໍວ່າເອີ່ ບໍ່ເກັບພະນັກງານ ເພາະວ່າມັນມີພຍາດໂຄວິດ ມີຄົນຈ້າງກໍໄປ ຄັນບໍ່ມີກະຢູ່ຈັ່ງຊີ້ ໄປໄຮ່ ໄປສວນຈັ່ງນິ່ໂອ່ ແຕ່ວ່າກະບໍ່ຮູ້ວຽກຈິເຮັດ ບໍ່ແນວໃດຈິເຮັດ ກໍເຮັດໄປຫັ້ນ.”

ຄົນງານລາວ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງ ກໍເວົ້າວ່າ ໃນໄລຍະນີ້ ຕົນບໍ່ສາມາດຊອກວຽກເຮັດ ຢູ່ບ່ອນໃດໄດ້ເລີຍ ເພາະແຕ່ລະ ບໍຣິສັດ ຂະເຈົ້າຕ້ອງການ ແຕ່ຄົນທີ່ມີປະສົບການ ເທົ່ານັ້ນ::

“ກະຍາກຢູ່ ເພາະວ່າທາງບໍຣິສັດ ເພິ່ນກະ ຕ້ອງການຜູ້ທີ່ວ່າມີຄວາມຮູ້ ບໍ່ມີວຽກເຮັດງານທໍາ ກະໄປຊ່ວຍແມ່ຂາຍເຄື່ອງຕລາດ ພໍໄດ້ ຂາຍ ກະບໍ່ຄືເກົ່າ ຖ້າວ່າປະຊາຊົນເຮົາຫວ່າງງານ ຫຼາຍ ຄົນທີ່ວ່າອາຈຕ້ອງຕົກທຸກໄດ້ຍາກ ອິຫຍັງຫັ້ນນ່າ ເຂົາເຈົ້າກໍອາຈຫັນໄປຫາ ອາຊີບທີ່ວ່າ ໄປລັກຫັ້ນແຫຼະ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ແຮງງານ ແລະສວັດດີການສັງຄົມ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ ໃນຮອບ 2 ປີ ທີ່ຜ່ານມານີ້ ຫຼັງຈາກເກີດການ ຣະບາດຂອງໂຄວິດ-19 ເຮັດໃຫ້ການສົ່ງເສີມ ໃຫ້ຄົນລາວ ມີວຽກເຮັດງານທໍານັ້ນ ຫຍຸ້ງຍາກຫຼາຍຂຶ້ນ, ດັ່ງທີ່ທ່ານກ່າວວ່າ:

“ເວົ້າເຣື່ອງຄວາມຫຍຸ້ງຍາກ ໃນດ້ານການສົ່ງເສີມນີ້ ນຶ່ງກໍແມ່ນເຣື່ອງທຶນຮອນ ສອງມາ ກໍເຣື່ອງການຮ່ວມມື ຈາກພາກສ່ວນຕ່າງໆ ນີ້ແຫຼ້ວ ມັນບໍ່ສາມາດເຂົ້າການມືໄດ້ ມັນບໍ່ສາມາດ ຈັດທົດສອບ ຈັດຝຶກອົບຮົມ ຫຼາຍຄົນກະຫັນໄປເຮັດກະສິກັມ ສາມາດປັບໂຕ ໄປຕາມສະພາບການ ຣະບາດນີ້ໄດ້ ເຂົາກະຫັນໄປເຮັດໂຕນັ້ນ.”

ດ້ານເຈົ້າໜ້າທີ່ ແຮງງານແລະສວັດດີການສັງຄົມ ແຂວງສວັນນະເຂດ ທ່ານນຶ່ງ ກ່າວວ່າຫຼັງຈາກເກີດການຣະບາດຂອງໂຄວິດ-19 ໃນປີນີ້ ກໍເຮັດໃຫ້ພົບຄວາມຫຍຸ້ງຍາກ ໃນການ ສົ່ງເສີມອາຊີບແກ່ປະຊາຊົນ ເພາະຫຼາຍຄົນ ກໍໄດ້ຮັບຜົລກະທົບ ໂຮງຈັກໂຮງງານ ຕ່າງໆ ກໍໂຈະການດໍາເນີນ ທຸຣະກິຈ, ດັ່ງທ່ານກ່າວວ່າ:

“ສ່ວນຫຼາຍມັນກໍກະທົບໄປໝົດຫັ້ນແຫຼະເນາະ ນັບຕັ້ງແຕ່ນັກຮຽນນັກສຶກສາກັມມະກອນ ໂຮງຈັກໂຮງງານແລະຮວມທັງພະນັກງານ ຊອກຫາວິຊາອາຊີບ ເຮັດອິຫຍັງອື່ນໆ ມັນກະດໍາເນີນບໍ່ໄດ້ ຢຸດສະງັກໝົດ ຊາວໜຸ່ມບ້ານ ຊາວໜຸ່ມເຂດ ຂອງພວກເຮົາກະມີ ໄຮ່ນາຮົ້ວສວນ ການຜລິດສໍາຮອງ.”

ເມື່ອເດືອນ ມິຖຸນາ 2020 ໃນໄລຍະ ໂຄວິດ-19 ຣະບາດ, ອີງຕາມການຣາຍງານ ຂອງອົງການອາຫານ ແລະການກະເສດ ຂອງ ສະຫະປະຊາຊາດ ຫຼື FAO ຣະບຸວ່າ ປະເທດລາວ ມີຄົນຫວ່າງງານ ປະມານ 350.000 ຄົນ. ໃນນັ້ນ ມາຈາກປະເທດໄທຍ ປະມານ 200,000 ຄົນ, ຂແນງທ່ອງທ່ຽວ ພາຍໃນ 50.000 ຄົນ ແລະຢູ່ຕາມໂຮງງານປະມານ 100,000ຄົນ. ປັດຈຸບັນຖືວ່າ ຄົນຫວ່າງງານຢູ່ລາວ ເພີ່ມຂຶ້ນຫຼາຍ ແລະມີແນວໂນ້ມ ຈະເພີ່ມຂຶ້ນອີກ.

ອີງຕາມແຈ້ງການ ຂອງຫ້ອງການສໍານັກງານ ນາຍົກຣັຖມົນຕຣີ ໃນມື້ວັນທີ 28 ເມສາ 2021 ນີ້ ແຈ້ງວ່າ ເນື່ອງໃນວັນກັມມະກອນ ສາກົລ ທີ່ກົງກັບວັນທີ 1 ພືສພາ 2021 ກົງກັບວັນເສົາ ເຊິ່ງເປັນມື້ພັກ ຣາຊການ ຈຶ່ງກໍານົດເອົາວັນຈັນ ທີ 3 ພຶສພາ 2021 ເປັນ ມື້ພັກຊົດເຊີຍ ໃຫ້ແກ່ກັມມະກອນ ໃນລາວ ປະຈໍາປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.