ລາວ, ກໍາພູຊາ ຖອນທັບ

ຈໍາປາທອງ
2017.08.15
f-cambodia ຂະບວນກຳລັງກອງທະຫານ ຂອງກຳພູຊາ ຖອນອອກຈາກພື້ນທີ່ ທີ່ມີການຂັດແຍ່ງກັນ
Screen captured Cambodia army video

ເຈົ້າໜ້າທີ່ຣະດັບສູງ ປກຊ-ປກສ ແຂວງຈຳປາສັກ ຜູ້ຂໍສງວນຊື່ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ສິງຫາ ນີ້ວ່າ ກຳລັງທະຫານ ຂອງຝ່າຍລາວ ແລະກຳພູຊາໄດ້ຖອນ ອອກຈາກພື້ນທີ່ ທີ່ມີການຂັດແຍ່ງກັນ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ພາຍຫຼັງ ທີ່ມີການປະເຊີນໜ້າ ກັນຕາມຈຸດຊາຍແດນ ຢູ່ເຂດ ຫ້ວຍຕະເນົາ, ເມືອງພູວົງ, ແຂວງອັດຕະປື ແລະເຂດໂອອະລັຍ ຄຸ້ມສັນຕິພາບ, ແຂວງຣັຕນະຄີຣີ ຂອງ ກຳພູຊາ, ຕັ້ງແຕ່ມື້ວັນທີ 11 ສິງຫາ. ດັ່ງທ່ານກ່າວວ່າ:

“ໄດ້ປະສານຫາເພິ່ນມື້ວານນີ້ເນາະ ຕອນແລງຫັ້ນ ທີ່ວ່າຝ່າຍເບື້ອງນັ້ນ ເວົ້າເຣື້ອງເພິ່ນ ເອົາກຳລັງພົລ ມາຫັ້ນເນາະ ເພິ່ນເອົາກຳລັງພົລ ມາຫັ້ນ ກະແມ່ນມາແທ້ ເອົາມາດ້ວຍ ຄວາມຈິງແທ້ ເອົາມາເຄື່ອນໄຫວຊື່ໆ, ດຽວນີ້ເພິ່ນກະ ກັບຄືນລະເດ້ ເພິ່ນຖອນເໝິດແລ້ວ ດຽວນີ້ ຫັ້ນນ່າ. ເອີ່..ລາວເຮົາກະຖອນ ຄືກັນຫັ້ນແຫຼະ ລະແມ່ນຢູ່ ເບື້ອງອັດຕະປື ຢູ່ໃນ ຣັດຕະນະຄີຣີ ພຸ້ນ”.

ທ່ານກ່າວຕື່ມວ່າ ທາງຂັ້ນເທິງໄດ້ມີຄຳສັ່ງ ໃຫ້ປະສານງານກັນ ກັບຝ່າຍ ກໍາພູຊາ ຖອນກຳລັງ ທະຫານອອກໝົດ ເພື່ອຫຼີກເວັ້ນ ການປະ ເຊີນໜ້າກັນ. ຫລັງຈາກນັ້ນຄນະຮັບຜິດຊອບ ວຽກງານປັກຫຼັກໝາຍຊາຍແດນ ລາວ-ກຳພູຊາ ຂອງກະຊວງ ການຕ່າງປະເທສ ທັງສອງ ຝ່າຍກໍຈະປະຊຸມກັນ ເພື່ອແກ້ໄຂບັນຫາ ດັ່ງກ່າວ ໃນມໍ່ໆນີ້:

“ຢູ່ເບື້ອງອັດຕະປືຫັ້ນ ພວກເຮົາກະໄດ້ຖອນ ກະໄດ້ປະສານງານ ກັນແລ້ວ ເພາະວ່າທາງເທິງ ໄດ້ສັ່ງມາວ່າ ດຽວນີ້ໃຫ້ຫຼຸດຜ່ອນຄວາມເຄັ່ງ ຕຶງ ບໍ່ໃຫ້ມີບັນຫາ ແລ້ວຖອນອອກ ກ່ອນສາ ລະສູ່ຄົນສູ່ຖອນ. ດັ່ງນັ້ນມັນແມ່ນ ກະຊວງການຕ່າງປະເທສ ເພິ່ນຈະລົງມາແກ້ໄຂ ອີກເທື່ອ ນຶ່ງນຳກັນ ເພິ່ນຈະເຊີນເອົາ ເບື້ອງກະຊວງ ການຕ່າງປະເທສ ຄນະຮັບ ຜິດຊອບປັກຫຼັກໝາຍ ຊາຍແດນ ຂອງກຳພູຊາ ຂອງລາວ ເຂົ້າ ປະຊຸມກັນ ຢູ່ຣັກຕະນະຄີຣີ”.

ຕາມຣາຍງານຂ່າວຂອງສຳນັກຂ່າວ Freshnewsasia ຂອງກຳພູຊາ ໃນມື້ວັນທີ 14 ສິງຫາ ແທນທີ່ ທະຫານຂອງຝ່າຍກຳພູຊາ ຈະຖອນ ອອກຈາກພື້ນທີ່ ທີ່ມີຂໍ້ຂັດແຍ່ງກັນ ຕາມການຕົກລົງ ຂອງນາຍົກຣັຖມົນຕຣີ ສປປລາວແລະກຳພູຊາ ແຕ່ທະຫານກຳພູຊາຊ້ຳພັດ ພານັກຂ່າວ ໄປສຳຣວດເບິ່ງ ແລະຮື້ຖອນ ຄ້າຍພັກຊົ່ວຄາວ ທີ່ທະຫານລາວ ໄດ້ສ້າງໄວ້ ກ່ອນນັ້ນ ເຊິ່ງທະຫານ ກຳພູຊາ ອ້າງວ່າ ພື້ນທີ່ດັ່ງກ່າວ ເປັນ ເຂດ ອະທິປະຕັຍ ຂອງກຳພູຊາ.

ຕາມຣາຍງານຂອງສຳນັກຂ່າວ ພະນົມເປັນໂພສ ໃນມື້ດຽວກັນ, ພົລໂທ ຮຸນ ມາເນດ, ນາຍພົລອາວຸໂສ ຂອງກອງທັບກຳພູຊາ ທີ່ເປັນລູກ ຊາຍກົກ ຂອງນາຍົກ ຮຸນເຊນ ພ້ອມທັງນາຍທະຫານຣະດັບສູງ ຂອງກອງທັບກຳພູຊາ ກໍໄດ້ໄປ ສຳຣວດກວດກາ ເຂດທີ່ມີການຂັດແຍ່ງ ກັນນັ້ນນໍາດ້ວຍ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.