ລາວ ກຳພູຊາ ຈະປັບຄວາມ ເຂົ້າໃຈ
2017.04.27

ເຈົ້າໜ້າທີ່ລະດັບສູງ ປກຊ-ປກສ ແຂວງຈຳປາສັກ ຜູ້ຂໍສງວນ ຊື່ແລະສຽງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນ ມານີ້ວ່າ ບັນຫາຄວາມ ບໍ່ເຂົ້າໃຈກັນ ຕາມຊາຍແດນ ລາວ-ກຳພູຊາ ຈະຖືກແກ້ໄຂ ໃນມໍ່ໆນີ້ ພາຍຫຼັງທີ່ ທາງຣັຖບານລາວ ໄດ້ໄປປະຊຸມ ທີ່ກຸງ ພະນົມເປັນ. ແລະ ທາງແຂວງຈຳປາສັກ ແລະ ແຂວງຊຽງແຕງ ກໍຈະເປີດກອງປະຊຸມ ເຈຣະຈາ ປັບຄວາມ ເຂົ້າໃຈກັນ.
"ທ່ານກ່າວວ່າດຽວນີ້ທາງແຂວງ ກຳລັງກະຕຽມ ທີ່ຈະປະຊຸມກັນ ໜ້າຈະເປັນຕົ້ນເດືອນ 5 ນີ້, ກະຊິເວົ້າບັນຫາການຄ້າ ການຂາຍແດ່, ຕົ້ນຕໍກະຊິເນັ້ນໃສ່ ບັນຫາ ເຣື້ອງຊາຍແດນ ເພາະໄລຍະຜ່ານມາ ບໍ່ເຂົ້າກັນ ປານໃດ. ດຽວນີ້ທາງຣັຖບານ ເພິ່ນກະໄປ ປະຊຸມກັນຢູ່ ພະນົມເປັນ ລະເດ, ແຕ່ຍັງບໍ່ທັນ ໄດ້ຮູ້ຂ່າວເທື່ອວ່າ ເປັນແນວໃດ?”.
ທ່ານກ່າວຕື່ມວ່າ ບັນຫາສໍາຄັນ ທີ່ກໍ່ໃຫ້ເກີດຄວາມບໍ່ເຂົ້າໃຈກັນ ຕາມຊາຍແດນ ຣະຫວ່າງ ລາວແລະກັມພູຊາ ໃນຄັ້ງນີ້ ກໍແມ່ນທາງຝ່າຍ ກຳພູຊາ ເກີດບໍ່ພໍໃຈ ທີ່ຝ່າຍລາວ ໄດ້ກໍ່ສ້າງເຮືອນພັກ ຫຼັງໃໝ່ ໃຫ້ຕຳຣວດ ຊາຍແດນ, ໂດຍຝ່າຍ ກຳພູຊາອ້າງວ່າ ຝ່າຍລາວໄດ້ປຸກໃສ່ ເຂດຊາຍແດນ ທີ່ຍັງຕົກລົງກັນ ບໍ່ທັນໄດ້ ຢູ່ເຂດດົງກະລໍ, ແຂວງຈຳປາສັກ, ຫລືເຂດ ປາຣິກູ ເກົ່າ ຊຶ່ງຝ່າຍກຳພູຊາ ເອີ້ນວ່າເຂດ ເດີມລະແວ, ແຂວງຊຽງແຕງ, ໃນຂນະທີ່ ຝ່າຍລາວ ອ້າງວ່າ ການປຸກນັ້ນ ແມ່ນຢູ່ໃນເຂດ ອະທິປະຕັຍ ຂອງລາວ.
"ທ່ານເວົ້າວ່າຈຸດດົງກະລໍ ຈຸດຊາຍແດນ ແຕ່ຄາວຝຣັ່ງປັນໃຫ້. ກະໄດ້ກວດກາກັນແລ້ວ, ບາດໄປອອກຂ່າວ ພັດວ່າແນວໃໝ່ ກະບໍ່ ເຂົ້າໃຈນຳເຂົາຄືກັນ”.
ປະຈຸບັນ, ເຖິງວ່າຄວາມເຂົ້າໃຈກັນ ຍັງບໍ່ມີຢູ່, ແຕ່ 2 ຝ່າຍກໍໄດ້ປະຊຸມ ເຈຣະຈາກັນ, ໂດຍຝ່າຍລາວແມ່ນ ນາຍພົລຕຳຣວດຕຣີ ສົມແກ້ວ ສີລາວົງ, ຣັຖມົນຕຼີ ກະຊວງ ປ້ອງກັນຄວາມສງົບ ໄປປະຊຸມທີ່ ກຸງພະນົມເປັນ ເມື່ອວັນທີ 24 ເມ ສານີ້, ຊຶ່ງຫລາຍຝ່າຍ ຄາດວ່າ ຂໍ້ຂັດ ແຍ້ງຊາຍແດນນັ້ນ ຈະໄດ້ຮັບການແກ້ໄຂ ດ້ວຍການ ເຈຣະຈາ.
ສະຖານະການ ຕາມຊາຍແດນຫລ້າສຸດນີ້ ເຈົ້າໜ້າທີ່ ປກຊ-ປກສ ແຂວງຈຳປາສັກ ໄດ້ກ່າວວ່າ ການໄປມາຫາສູ່ກັນ ຂອງຄົນ 2 ຊາຕ ລາວ-ກຳພູຊາ ຜ່ານດ່ານຊາຍແດນ ຕາມລຳ ແມ່ນ້ຳຂອງ ແລະ ນ້ຳເຊກອງ, ຊາວບ້ານ ກໍຍັງຂີ່ເຮືອຂຶ້ນລ່ອງ ໄປຈົນເຖິງ ປາກເຊປຽນ ແລະຫ້ວຍຕະເງົາ ເພື່ອຫາຢູ່ຫາກິນ ໄດ້ຢ່າງເປັນປົກກະຕິຢູ່.