ລາວ, ກຳພູຊາ ຮ່ວມປັກເຂດແດນ ເອົາເອງ
2017.08.15

ທາງການລາວ ແລະ ທາງການກໍາພູຊາ ຢືນຢັນວ່າ ຈະສືບຕໍ່ປັກຫລັກໝາຍ ຊາຍແດນລະຫວ່າງ 2 ປະເທດໃຫ້ສຳເຣັດ ໃຫ້ໄວທີ່ສຸດ ເພື່ອ ແບ່ງເຂດແດນ ປະເທດ ໃຫ້ຮຽບຮ້ອຍ. ທັງສອງປະເທດ ໄດ້ຕົກລົງກັນ ບໍ່ໃຫ້ມີ ປະເທດອື່ນ ເຂົ້າມາເປັນຄົນກາງ ແລະ ທັງສອງຈະບໍ່ໃຫ້ ມີປະເທດໃດ ໄດ້ປຽບເສັຽປຽບ, ດັ່ງເຈົ້າໜ້າທີ່ ທາງການ ແຂວງອັດຕະປື ກ່າວໃນວັນທີ 14 ສິງຫາ ວ່າ:
"ເພາະວ່າດຽວນີ້ມອບໃຫ້ຄນະກຳມະການ ຊາຍແດນສອງຝ່າຍຫັ້ນ ປຶກສາກັນຕື່ມ ເລັ່ງລັດໃຫ້ມີການ ປັກຫລັກໝາຍ ໃຫ້ມັນແລ້ວ ເພາະວ່າ ພິພາດ ກັນຫັ້ນ ຍັງບໍ່ທັນແລ້ວ ຢູ່ 7 ບ່ອນ ມີແຕ່ສອງປະເທດ ເວົ້າກັນ ເພາະມັນ ກະບໍ່ມີ ຂໍ້ຜິດພາດ ຮ້າຍແຮງເດ້."
ເຈົ້າໜ້າທີ່ກ່າວຕື່ມວ່າ ສາເຫດທີ່ລາວ ແລະກຳພູຊາ ບໍ່ສາມາດຕົກລົງ ປັກຫຼັກໝາຍຊາຍແດນ ໄດ້ສຳເຣັດກໍຍ້ອນວ່າ ຝ່າຍລາວອີງໃສ່ແຜນທີ່ ຂອງປະເທດຝຣັ່ງ ສ່ວນກຳພູຊາ ຖືເອົາແຜນທີ່ ຂອງ ສະຫະຣັຖ ອະເມຣິກາ ຊຶ່ງມີຄວາມແຕກຕ່າງກັນ ຈຶ່ງເຮັດໃຫ້ ສອງປະເທດ ມີບັນຫາ ເຣື້ອງການກໍ່ສ້າງ ຖະໜົນ ຕາມຊາຍແດນ, ແຕ່ກໍບໍ່ເປັນບັນຫາ ສົ່ງຜົນກະທົບ ຕໍ່ຄວາມສຳພັນ ລະຫວ່າງປະເທດ.
ທ່ານກ່າວວ່າ ຫຼັງຈາກທີ່ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ກັບທ່ານ ຮຸນເຊນ ນາຍົກຣັຖມົນຕຼີ ກຳພູຊາ ໄດ້ຫາລືກັນ ໃນການແກ້ໄຂ ບັນຫາ ຊາຍແດນ ກໍເຮັດໃຫ້ ສະຖານະການ ຢູ່ຊາຍແດນ ແຂວງອັດຕະປື ຂອງລາວ ແລະ ແຂວງຊຽງແຕຼງ ຂອງ ກຳພູຊາ ຜ່ອນຄາຍລົງ.
ມີການຢືນຢັນວ່າ ທັງສອງຝ່າຍ ໄດ້ຖອນທະຫານ ອອກຈາກຊາຍແດນແລ້ວ, ສ່ວນປະຊາຊົນ ທັງສອງປະເທດ ກໍຍັງຄົງ ເດີນທາງເຂົ້າອອກ ດ່ານຊາຍແດນ ທ້ອງຖິ່ນ ເປັນປົກກະຕິ ບໍ່ມີຄວາມແຕກຕື່ນ ຫລື ຢ້ານກົວ ແຕ່ຢ່າງໃດ. ອີງຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່.