ທາງການບ່າຍບ່ຽງເຣື້ອງຈັບ ນັກ ສຶກສາ

ສິດນີ
2015.11.09
F-Gov ວຽກງານຂອງຣັຖບານທຸກດ້ານຄວນ ມີ ຣາຍງານ
LPDR

ຣັຖບານ ລາວ ຍັງ ປິດບັງ ຂໍ້ມູນ ກ່ຽວກັບ ຊະຕາກັມ ຂອງ ຄນະນຳ ຂະບວນການ ນັກສຶກສາ ລາວ ທີ່ ຖືກຈັບ ໃນຂນະທີ່ ຕຣຽມ ການປະທ້ວງ ເມື່ອ ວັນທີ 26 ຕຸລາ ປີ 1999 ແລະ ປີ 2009 ທີ່ ຖືກ ຄຸມຂັງ ມາໄດ້ ດົນນານ ແລ້ວ.

ທ່ານ ອ່ອນຈັນ ມະນີວັນ ຫົວຫນ້າ ກົມ ກວດກາ ຄ້າຍ ຄຸມຂັງ ດັດສ້າງ ອົງການ ອັຍການ ປະຊາຊົນ ສູງສຸດ ກ່າວ ຕໍ່ ເອເຊັຽ ເສຣີ ວ່າ, ບໍ່ສາມາດ ເປີດເຜີຍ ຣາຍລະອຽດ ໃດໆ ກ່ຽວກັບ ເຣື້ອງນີ້ ເຖິງ ແມ່ນວ່າ ທ່ານ ເປັນຜູ້  ຮັບຜິດຊອບ ໂດຍ ຕຣົງ ກໍຕາມ ດັ່ງທ່ານ ກ່າວວ່າ:

"ຕົວນີ້ ເຈົ້າ ກໍຖາມ ກະຊວງ ຕ່າງປະເທດ ຂະເຈົ້າໄດ້ ຣາຍລະອຽດ ຢູ່ໃນຫັ້ນ ເພາະ ທຸກຢ່າງ ຈະຕອບໄປ ທາງ ກະຊວງ ຕ່າງ ປະເທດຫມົດ ໄປຕາມ ຣະບົບ ໄປຕາມ ກົນໄກ ມັນ ທຸກຢ່າງ ກົດຫມາຍ ລາວ ກໍຄື ກົດຫມາຍ ສາກົນ ສອດຄ່ອງ ກັນ".

ເມື່ອ ເອເຊັຽ ເສຣີ ຕິດຕໍ່ ໄປຍັງ ກະຊວງ ຕ່າງ ປະເທດ ປາກົດ ວ່າ ບໍ່ມີ ເຈົ້າຫນ້າທີ່ ທ່ານໃດ ຈະ ໃຫ້ຂໍ້ມູນ ກ່ຽວກັບ ການ ຈັບກຸມ ນັກສຶກສາ ກຸ່ມ ດັ່ງກ່າວ ໄດ້ ມີແຕ່ ເຈົ້າຫນ້າທີ່ ຈາກ ກົມ ການຂ່າວ ທ່ານນຶ່ງ ເວົ້າວ່າ ປະເດັນ ນີ້ ບໍ່ຄ່ອຍ ມີ ຫນ່ວຍງານໃດ ຕິດຕໍ່ ພົວພັນ ມາຂໍຂໍ້ມູນ ແລະ ສື່ມວນຊົນ ລາວ ກໍບໍ່ໃຫ້ ຄວາມສົນໃຈ ໃນເຣື້ອງ ນີ້. ດັ່ງ ທ່ານ ກ່າວວ່າ:

"ຕົວນີ້ ບໍ່ຂ້ອນຂ້າງ ມີ ຖ້າມັນ ບໍ່ເປັນ ປະເດັນ ໃຫຍ່ ກໍ ຈະບໍ່ມີ ຕົວນີ້ ຕ້ອງຜ່ານ ການຄົ້ນຄ້ວາ ຂອງ ຄນະກົມ ກ່ອນ ຈາກ ຜູ້ໃຫຍ່ ກ່ອນວ່າ ເພິ່ນ ຈະ ອະນຸຍາດ ບໍ".

ໃນວັນ ຄົບຮອບ 16 ປີ ຂອງ ການ ເຄື່ອນໄຫວ ການ ປະທ້ວງ ຂອງກຸ່ມ ນັກສຶກສາ ລາວ ໃນ ວັນທີ 26 ຕຸລາ ຜ່ານມາ ນີ້, ພັນທະມິດ ເພື່ອ ປະຊາທິປະຕັຍ ລາວ ໄດ້ ຮຽກຮ້ອງ ໃຫ້ ທາງການ ລາວ ປ່ອຍຕົວ ຄນະນຳ ກຸ່ມ ນັກສຶກສາ ດັ່ງກ່າວ ທີ່ ຍັງຖືກ ກັກຂັງ ຢູ່ 3 ຄົນ ໃນເວລານີ້ ຮ່ວມໄປ ເຖີງອີກ 9 ຄົນ ທີ່ ເດີນທາງ ໄປຮ່ວມ ປະທ້ວງ ຣັຖບານ ໃນປີ 2009 ແລ້ວ ຖືກຈັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.