ທາງການເຕືອນຜູ້ໃຊ້ ສື່ ອອນລາຍ
2017.02.08
ທາງການລາວ ປະກາດເຕືອນ ຜູ້ໃຊ້ສື່ ສັງຄົມອອນລາຍ ວ່າໃຫ້ ປະຕິບັດ ຕາມກົດໝາຍ ວ່າດ້ວຍ ສື່ມວລຊົນ ສະບັບປັບປຸງ ເປັນຕົ້ນ ໃຫ້ແຈ້ງ ຈຸດປະສົງ ຂອງເວັບໄຊ ຫລື Page ຂອງຕົນ ຕໍ່ກະຊວງ ໄປສະນີ ໂທຣະຄົມ- ມະນາຄົມ ແລະການສື່ສານ ແລະໃຫ້ແຈ້ງ ເນື້ອຫາສາຣະ ທີ່ຂຽນລົງນັ້ນ ໃຫ້ແກ່ ກະຊວງ ຖແລງຂ່າວ ວັທນະທັມ ແລະ ການທ່ອງທ່ຽວ ຮັບຮູ້ນຳ.
ແຕ່ເມື່ອນັກຂ່າວ ວິທຍຸເອເຊັຽຂອງພວກເຮົາ ຕິດຕໍ່ຫາ ກະຊວງ ຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ເຈົ້າໜ້າທີ່ ທ່ານນຶ່ງ ທີ່ບໍ່ປະສົງ ບອກຊື່ ຕອບພຽງ ສັ້ນໆວ່າ:
“ແຕ່ເຮົາກໍບໍ່ໄດ້ຍິນອີຫຍັງເທື່ອ ທີ່ຈິງແລ້ວ ເຮົາກໍບໍ່ມີຂໍ້ ກຳນົດ ອີຫຍັງ.”
ຄຳຕອບນັ້ນ ມີຄວາມໝາຍວ່າ ທາງການລາວເອງ ກໍຍັງບໍ່ທັນ ຈັດຕັ້ງປະຕິບັດ ຕາມກົດໝາຍ ສື່ມວລຊົນ ນັ້ນຢ່າງເຄັ່ງຄັດເທື່ອ. ຜ່ານມາ ພຽງແຕ່ ໄດ້ຈັດຕັ້ງ ຄນະກວດກາ ສື່ສັງຄົມ ອອນລາຍ ແລະ ຖ້າເຫັນວ່າ ຜູ້ໃດໃຊ້ ສື່ສັງຄົມ ອອນລາຍ ທີ່ບໍ່ຖືກຕ້ອງ ເໝາະສົມ ຄນະ ດັ່ງກ່າວ ກໍຈະຕັກເຕືອນ ໃຫ້ປັບປຸງ ຂໍ້ມູນຂ່າວສານ ໃນເວັບໄຊ ຫລື Page ນັ້ນ ໃຫ້ດີຂຶ້ນ.
ເຈົ້າຂອງ Page ຜູ້ນຶ່ງໃນ Facebook ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າເຈົ້າຂອງເວັບໄຊ ແລະ Page ຕ່າງໆຕ້ອງເຮັດສັນຍາ ນິຕິກັມ ກັບ ທາງການ ກ່ອນຈະຕັ້ງ ແລະ ຂຽນຫຍັງລົງໄປ ໃນສື່ ສັງຄົມອອນລາຍ. ແຕ່ ເຖິງປັດຈຸບັນ ເຂົາຍັງ ບໍ່ເຫັນຜູ້ໃດ ຖືກເອິ້ນໄປ ຕັກເຕືອນ ຈັກເທື່ອ.
ເຖິງຢ່າງໃດກໍດີ ການລົງຂໍ້ມູນ ຂ່າວສານ ທາງສື່ ສັງຄົມອອນລາຍ ຢູ່ລາວ ກໍເສຣີຢູ່ ໃນຣະດັບນຶ່ງ ແຕ່ກໍຕ້ອງ ຢູ່ພາຍໃຕ້ ຣະບຽບ ກົດໝາຍ ຂອງພັກຣັດ.
ອົງການ Freedom House ຣາຍງານວ່າ ສປປລາວ ເປັນປະເທດນຶ່ງ ທີ່ຈຳກັດ ສິດເສຣີ ໃນການປາກເວົ້າ ແລະ ອອກຂ່າວ ຫຼາຍທີ່ສຸດ ໃນອາຊຽນ ແລະໃນໂລກ.