ທາງການເຕືອນກຸ່ມຄ້າງາຊ້າງ ແລະ ສັດປ່າ
2018.04.03

ກົມກວດກາປ່າໄມ້ຂອງກະຊວງກະສິກັມ ແລະປ່າໄມ້ ໄດ້ແຈ້ງເຕືອນ ຊຸມຊົມຊາວຈີນໃນລາວ ວ່າການຄ້າຂາຍ ງາຊ້າງ ແລະສັດປ່າ ແມ່ນ ຜິດຕໍ່ກົດໝາຍ ສປປ ລາວ ພ້ອມທັງ ຂໍໃຫ້ຊຸມຊົນຊາວຈີນ ໃນລາວ ໃຫ້ການຮ່ວມມື ກັບເຈົ້າໜ້າທີ່ ກອງປະຊຸມ ເພື່ອສະກັດກັ້ນ ການຄ້າ ງາຊ້າງ ແລະສັດປ່າ ໄດ້ຈັດຂື້ນໃນວັນທີ 30 ມິນາ ທີ່ຜ່ານມາໜ່ວຍງານ ບັງຄັບໃຊ້ກົດໝາຍ ກົມກວດກາປ່າໄມ້ ໄດ້ອອກແຈ້ງເຕືອນຢ່າງ ເປັນທາງການ ເນັ້ນໜັກໃສ່ສະເພາະ ຊຸມຊົນຊາວຈີນ ໃນລາວ ທີ່ຍັງລັກລອບ ການຄ້າງາຊ້າງ ສັດປ່າ ທີ່ຜິດກົດໝາຍ. ດັ່ງທ່ານ ລີນທອງ ດວງພະຈັນ ຫົວໜ້າກົມກວດກາ ປ່າໄມ້ ກ່າວວ່າ:
"ປັດຈຸບັນ ສະພາບການຄ້າຂາຍງາຊ້າງ ສັດປ່າຢູ່ໃນ ສປປ ລາວ ເປັນຕົ້ນແມ່ນ ນະຄອນຫລວງວຽງຈັນ ເມືອງວັງວຽງ ແລະ ແຂວງ ຫຼວງພຣະບາງ ນັ້ນຍັງມີການລັກລອບຄ້າຂາຍ ໃນຊຸມຊົນຊາວຈີນ ທີ່ມາດຳເນີນ ທຸຣະກິດ ໃນລາວ ຊຶ່ງໜ່ວຍງານ ບັງຄັບໃຊ້ ກົດໝາຍ ສປປ ລາວ ໄດ້ຮ່ວມມືກັບສະຖານທູດຈີນ ປະຈຳລາວ ອອກແຈ້ງເຕືອນ ໃຫ້ນັກທຸຣະກິດ ທັງລາວແລະຈີນ ໄດ້ຮັບຮູ້ວ່າ ການຄ້າງາຊ້າງ ເປັນຜລິຕພັນຜິດກົດໝາຍໃນ ສປປ ລາວ ແລະການຄ້າສັດປ່າ ແມ່ນຖືວ່າມີຄວາມຜິດ ຮ້າຍແຮງ ຈະຖືກໃສ່ໂທດຕາມກົດໝາຍ ແລະ ລະບຽບການ."
ນອກຈາກນີ້ ທ່ານ ແກ້ວປະເສີດ ຕາງໜ້າສະຖານທູດຈີນ ປະຈຳລາວ ໃຫ້ຄຳເຫັນວ່າ; ຣັຖບານຈີນ ເຂົ້າໃຈຕໍ່ຄວາມພຍາຍາມ ໃນການ ປ້ອງກັນສັດປ່າ ແລະໃຫ້ຄຳໝັ້ນສັນຍາ ວ່າຈະເຮັດທຸກວິທີທາງ ຕໍ່ການຕ້ານ ການຄ້າຂາຍງາຊ້າງ ສັດປ່າເຖື່ອນໃຫ້ເກີດ ຜົນເປັນຈິງ; ດັ່ງ ໃນປີ 2017 ຣັຖບານຈີນ ໄດ້ສັ່ງປິດຕລາດ ງາຊ້າງ ທຸກບ່ອນ ເພື່ອສນັບສນູນ ການສະກັດກັ້ນ ການລັກລອບຂ້າຊ້າງ.
ໃນຕອນທ້າຍ ຂອງກອງປະຊຸມ ຕົວແທນຂອງຊູມຊົນຊາວຈີນ ແລະ ສະຖານທູດຈີນ ປະຈຳລາວ, ຊຶ່ງຮວມມີ ສະພາການຄ້າຈິນ ແລະ ນັກທຸຣະກິດຈີນ ໃນລາວ ໄດ້ໃຫ້ສັນຍາວ່າ ຈະໃຫ້ຄວາມຮ່ວມມື ກັບເຈົ້າໜ້າທີ່ລາວແລະຈີນ ເພື່ອເປັນການ ປ້ອງກັນ ແລະ ຣາຍງານ ການເຄື່ອນໄຫວ ການຄ້າຂາຍງາຊ້າງ ແລະສັດປ່າທີ່ຜິດກົດໝາຍ.