ທາງການລາວຄວນເປີດເຜີຍ ເຣື້ອງ ທ.ສົມບັດ
2017.12.06

ເຖິງເວລາແລ້ວ ທີ່ວ່າທາງຣັຖບານ ສປປລາວ ຕ້ອງເປີດເຜີຍຂໍ້ມູນກ່ຽວກັບ ຊະຕາກັມຂອງ ທ່ານ ສົມບັດສົມພອນ ທີ່ຖືກຈັບ ແລະຖືກ ໃຫ້ຫາຍສາບສູນ ໄປຈາກກາງນະຄອນຫລວງ ວຽງຈັນ ເມື່ອຕອນແລງວັນທີ 15 ທັນວາ 2012. ຕາມຄໍາເວົ້າຂອງ ມາດາມ Anne-Sophie Gindroz ຜູ້ອໍານວຍການ Helvetas ຊຶ່ງເປັນອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ Switzerland ເຮັດວຽກພັທນາຢູ່ເຂດ ຊົນນະບົດ ຂອງລາວ ຕໍ່ RFA ຜ່ານທາງໂທຣະສັບຈາກ ກຸງ Jakarta ປະເທດອິນໂດເນເຊັຽ:
"I think it’s been time already since Sombath arrested actually information should be shared. I mean if Sombath did anything wrong and should be brought to justice. It should have been done openly and with all respect of human rights... ມາດາມຄິດວ່າເຖິງເວລາແລ້ວ ທີ່ຂໍ້ມູນຂ່າວຄາວ ກ່ຽວກັບ ທ່ານ ສົມບັດ ສົມພອນ ຄວນຖືກເປີດເຜີຍ ພາຍຫລັງ ທີ່ຖືກຈັບເອົາຕົວໄປ ໝາຍຄວາມວ່າ ຖ້າຫາກວ່າ ສົມບັດ ໄດ້ກະທໍາສິ່ງທີ່ບໍ່ຖືກຕ້ອງ ແນວໃດ ທ່ານ ກໍຄວນ ຖືກນໍາຕົວຂຶ້ນສານ ພິຈາຣະນາຄະດີ ຊຶ່ງຄວນດໍາເນີນໄປ ແບບເປີດເຜີຍ ທ່ຽງທັມ ແລະ ນັບຖືສິດທິມະນຸດ ທຸກຢ່າງ. ຖ້າຫາກວ່າທ່ານ ບໍ່ໄດ້ເຮັດອີ່ຫຍັງຜິດ ທ່ານກໍຄວນຖືກປ່ອຍຕົວ …a fair trial if this was the case and if he had done nothing he should be released."
ມາດາມ Anne-Sophie Gindroz ຖືກທາງການລາວ ເນຣະເທດ ໂດຍໃຫ້ເວລາມາດາມ ເດີນທາງອອກໄປ ພາຍໃນ 48 ຊົ່ວໂມງ ໃນເດືອນ ທັນວາປີ 2012 ໂດຍກ່າວຫາວ່າ ມາດາມ ໂຄສະນາ ຕ້ານ ຣັຖບານລາວ.
ມາດາມໄດ້ຂຽນປຶ້ມ 145 ໜ້າ ເວົ້າເຖິງປະສົບການຂອງມາດາມ ໃນລາວ ທີ່ຊື່ວ່າ ການປາບປາມ ທີ່ງຽບໆຢູ່ລາວ, ເປັນປຶ້ມບັນທຶກປະຈໍາວັນ ຂອງມາດາມ ຫລາຍກວ່າ ແລະເອົາເຣື່ອງ ທ່ານ ສົມບັດ ສົມພອນ ທີ່ຖືກຫາຍສາບສູນ ໄປໃນມື້ວັນທີ 15 ທັນວາ ປີ 2012 ຄືນຶ່ງອາທິດ ຕໍ່ມາພາຍຫລັງ ມາດາມ ຖືກສັ່ງໃຫ້ອອກຈາກ ລາວ ນັ້ນເປັນໃຈກາງ ຂອງປຶ້ມ.
ໃນນັ້ນ ມາດາມໄດ້ເວົ້າເຖິງເຣື່ອງທີ່ໜ້າເສົ້າ ທີ່ວ່າປະຊາຊົນລາວ ສ່ວນນຶ່ງຖືກຍູ້ຈາກແຈນຶ່ງ ຂອງປະເທດໄປ ຢູ່ອີກແຈນຶ່ງ ໂດຍຄໍານຶງເຖິງ ສວັດດີພາບ ຂອງພວກເຂົາເຈົ້າໜ້ອຍ ແລະກໍຖືກເຜີຍແຜ່ ເປັນຄັ້ງທໍາອິດ ພາຍຫລັງ 5 ປີທີ່ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ຜູ້ຂຍັນຂັນແຂງ ຂອງລາວ ຊຶ່ງຣັຖບານລາວ ຍັງບໍ່ໃຫ້ຂໍ້ມູນໃດໆເລີຍ ກ່ຽວກັບ ວ່າມີຫຍັງເກີດຂຶ້ນ ກັບທ່ານແທ້ ເຖິງແມ່ນວ່າ ຈະມີການ ກົດດັນ ຈາກນາໆຊາດຕລອດມາກໍຕາມ.
ມາດາມ Gindroz ເປັນນຶ່ງໃນບຸກຄົນສໍາຄັນ ທີ່ຈະຂຶ້ນກ່າວໃນງານຖແລງຂ່າວ ເນື່ອງໃນໂອກາດຄົບຮອບ 5 ປີ ທີ່ທ່ານ ສົມບັດ ສົມພອນ ຖືກບັງຄັບ ໃຫ້ຫາຍສາບສູນໄປ ຈັດຂຶ້ນທີ່ສະໂມສອນ ນັກຂ່າວຕ່າງປະເທດ ບາງກອກ ປະເທດໄທ ໃນມື້ວັນທີ 7 ທັນວາ 2017 ນີ້.