ເຈົ້າໜ້າທີ່ເປີດເຜີຍ ການປິດ ຄອນເສີຕ Una
2018.10.15
ການສະແດງຄອນເສີດ ການກຸສົນກາງແຈ້ງ ຂອງວົງດົນຕຣີ Una Studio ເພື່ອຫາເງິນໄປຊ່ວຍສ້າງໂຮງຮຽນ ໃຫ້ນັກຮຽນ ໃນເຂດຫ່າງໄກ ຕ້ອງຖືກສັ່ງປິດລົງ ແບບກະທັນຫັນ.
ງານຄອນເສີດ ໄດ້ຈັດຂຶ້ນ ຢູ່ເມືອງໄກສອນ ແຂວງສວັນນະເຂດ ໃນວັນອາທີດ ທີ່ຜ່ານໄດ້ຖືກເຈົ້າໜ້າທີ່ຕຳຣວດສັ່ງໃຫ້ຢຸດ ຍ້ອນວ່າຜູ້ເປັນ ລູກຮັກ ຂອງສາວນາງ ຫລື ເຈ້ນາງ ຊຶ່ງເປັນນຶ່ງໃນທີມງານຂອງ Una Studio ນຸ່ງເສື້ອທີ່ມີຂໍ້ຄວາມວ່າ: "ຂ້ອຍບໍ່ຢາກໃຫ້ມີການ ຊື້ຈ້າງ ເຂົ້າເຮັດວຽກ".
ໃນເບື້ອງຕົ້ນ ເຈົ້າໜ້າທີ່ຕຳຣວດ ປະມານ 5 ຄົນ ຈະນຳເອົາຕົວລູກຮັກ ຂອງເຈ້ນາງ ໄປຫ້ອງການຕຳຣວດ, ແຕ່ ເຈ້ນາງ ບໍ່ຍອມໃຫ້ໄປ ຈຶ່ງມີການປະທະຄຳເວົ້າກັນ ເກີດຂຶ້ນ, ອີງຕາມຫຼັກຖານ ຈາກ ວີດີໂອ ທີ່ເຜີຍແຜ່ຢູ່ໃນເຟສບຸກ. ຕໍ່ມາ, ຫລັງຈາກ ເກີດເຫດການດັ່ງກ່າວ ເຈ້ນາງ ຈຶ່ງອອກມາຕັ້ງຄຳຖາມ ຕໍ່ເຈົ້າໜ້າທີ່ວ່າ ການນຸ່ງເສື້ອທີ່ມີຂໍ້ຄວາມແບບນີ້ ມັນຜິດຢູ່ບ່ອນໃດ:
"ພຽງແຄ່ໃສ່ເສື້ອໂຕນີ້ ໃສ່ເສື້ອໂຕນີ້ ທີ່ມີຂໍ້ຄວາມວ່າ "ຂ້ອຍບໍ່ຢາກໃຫ້ມີການຊື້ຈ້າງເຂົ້າເຮັດວຽກ’" ທໍ່ນີ້ ການທີ່ບໍ່ຢາກໃຫ້ມີການຊື້ຈ້າງເຂົ້າ ເຮັດວຽກ ມັນຜິດຕໍ່ແນວທາງນະໂຍບາຍ ຂອງພັກຣັຖ ບ່ອນໃດ ຂ້ອຍກະຢາກຮູ້ ແລະ ຂ້ອຍກະຢາກຖາມຄືກັນ ກະໜ່ວຍງານທີ່ກ່ຽວຂ້ອງ ເນາະ ມາຊີ້ແຈງໃຫ້ຂ້ອຍຮູ້ກະຄົງຈະດີໃດ໊."
ນອກຈາກນີ້ ທ່ານ ເທິ Una ຜູ້ທີ່ເປັນເຈົ້າຂອງງານຄອນເສີດ ກໍອອກມາສະແດງຄວາມເສັຽໃຈ ກັບສິ່ງທີ່ເກີດຂຶ້ນ ທັ້ງໆທີ່ ມັນເປັນເລື້ອງ ເລັກນ້ອຍ ແລະ ສາມາດແກ້ໄຂໄດ້. ດັ່ງທ່ານກ່າວຜ່ານ ເຟສບຸກ ສ່ວນຕົວຕອນນຶ່ງ ວ່າ:
"ຖ້າເຮົາຍັງມີນ້ຳໃຈຕໍ່ກັນ, ເລັງເຫັນຄຸນຄ່າ ສຳລັບສິ່ງທີ່ເຮົາກຳລັງເຮັດນີ້ນຳກັນ, ເອົ໊ານ້ອງເອີຍ ເສື້ອນີ້ ນ້ອງເອີ້ຍ ມັນບໍ່ຖືກເດີ້ ອ້າຍຂໍຊະ ສ່ວນຕົວທີ່ນ້ອງນຸ່ງນີ້ ກະແກ້ມາໃຫ້ອ້າຍຊະ ນ້ອງຫາເສື້ອ ໂຕໃໝ່ນຸ່ງ, ທໍ່ນັ້ນ, ຖ້າເສື້ອມັນຜິດແຮງ ກະພິຈາລະນາກັນ ງານມັນຕ້ອງເດີນໄປ ງານນີ້ມັນຕ້ອງເດີນໄປ ແລ້ວ ຕ້ອງມາສັ່ງຢຸດງານ ຍ້ອນບັນຫາຊ່ຳນີ້."
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງສວັນນະເຂດ ກໍໃຫ້ເຫດຜົນວ່າ ສາເຫດທີ່ສັ່ງຢຸດຍ້ອນວ່າ ຍັງບໍ່ທັນມີການອະນຸຍາດ ຢ່າງ ເປັນລາຍລັກອັກສອນ. ດັ່ງ ທ່ານ ພັນເອກ ຄຳພົນ ຫົວໜ້າ ກອງບັນຊາການ ປກສ ແຂວງສວັນນະເຂດ ໄດ້ກ່າວຕໍ່ ເອເຊັຍເສຣີ ວ່າ:
"ມີແຕ່ວ່າທາງ ປກສ ເມືອງຫັ້ນໄດ້ສັ່ງໂຈະ ເພາະວ່າການເສບຄອນເສີດ ການຄົບງັນແມ່ນບໍ່ໄດ້ຮັບອະນຸຍາດ ເຖິງວ່າ ຜູ້ຈັດຈະຂໍອະນຸຍາດ ແລ້ວກໍຕາມ ແຕ່ທາງເມືອງ ຍັງບໍ່ທັນອະນຸຍາດ ແລະ ບໍ່ທັນເຊັນ ເປັນລາຍລັກອັກສອນ."
ກ່ຽວກັບເລື້ອງນີ້ ທ່ານ ເທິ Una ກ່າວ ກໍຊີ້ແຈງວ່າ ຜູ້ປະສານງານ ທີ່ຊື່ ຄູເອ໋ ເພິ່ນກະຊ່ວຍປະມານງານ ທາງດ້ານສະຖານທີ່ໃຫ້ ແລະ ກະໄດ້ຮັບອະນຸຍາດ ເພາະວ່າ ການອະນຸຍາດ ໃນທີ່ນັ້ນ ກໍຄື ອະນຸຍາດ ຈາກຜູ້ຮັບຜິດຊອບເລື້ອງ [ສະຖານທີ່] ຕລາດນັ້ນ ແລະ ເພິ່ນ ຢາກໃຫ້ເຮັດເລື້ອງເອກສານ ຊຶ່ງເວລາທີ່ ຄູເອ໋ ໄປຫ້ອງການໃນມື້ນັ້ນນະ ມັນ 4 ໂມງແລງ ຂອງ ວັນສຸກ ແລ້ວ ແລະ ເອກສານ ມັນບໍ່ທັນ.