ສະພາເພີ້ມສິດທິມະນຸດໃສ່ ມາດຕຣາ 34
2015.12.10

ສະພາ ແຫ່ງຊາດ ລາວ ຮັບຜ່ານຮ່າງ ຣັຖທັມມະນູນ ສະບັບ ປັບປຸງ ທີ່ ຮັບຮູ້ ປົກປ້ອງ ແລະ ຮັບປະກັນ ສິດທິ ມະນຸດ ແລະ ສິດທິ ພື້ນຖານ ຂອງ ພົລເມືອງລາວ. ທ່ານ ສົມພັນ ແພງຄຳມີ ຮອງ ປະທານ ສະພາ ແຫ່ງຊາດ ແລະ ຮອງປະທານ ຄນະກັມການ ແຫ່ງຊາດ ເພື່ອ ປັບປຸງ ຣັຖທັມມະນູນ ກ່າວ ໃນສະພາ ວ່າ:
“ມາດຕຣາ 34 ໄດ້ຕື່ມ ປະໂຍກ ວ່າ ຣັດຮັບຮູ້ ເຄົາຣົບ ປົກປ້ອງ ແລະ ຮັບປະກັນ ສິດທິມະນຸດ ສິດທິ ພົລເມືອງ ໄດ້ຕື່ມ ສິດທິ ມະນຸດ ເຂົ້າໃນ ມາດຕຣາ ນີ້.”
ນອກຈາກ ນີ້ ຣັຖທັມມະນູນ ສະບັບໃໝ່ ຍັງກຳນົດ ມາດຕຣາ ທີ່ສຳຄັນ ອືີ່ນໆຕື່ມວ່າ ປະທານ ປະເທດ ຈະບໍ່ມີສິດ ເຂົ້າຮັບ ຕຳແໜ່ງ ເກີນສອງ ສມັຍ ຫລື ບໍ່ເກີນ 10 ປີ; ສະພາ ແຫ່ງຊາດ ຈະ ເປັນອົງການ ສູງສຸດ ແຫ່ງ ອຳນາດ ຣັດ ແລະ ແຂວງ ກໍຈະມີ ສະພາ ປະຊາຊົນ ຂັ້ນ ແຂວງ ຊຶ່ງ ມີໜ້າທີ່ ເປັນ ຜູ້ຕາງໜ້າ ຂອງ ປະຊາຊົນ ໃນແຂວງ ນັ້ນໆ.
ຄົນລາວ ຜູ້ນຶ່ງ ໃນແຂວງ ຈຳປາສັກ ພາກໃຕ້ ຂອງລາວ ໃຫ້ ຄຳເຫັນ ກ່ຽວກັບ ມາດຕຣາໃໝ່ ນີ້ວ່າ:
“ຄັນວ່າ ສະພາ ແຫ່ງຊາດ ເຮົາເຮັດ ບົດບາດ ຂອງຕົນ ສຸດຄວາມສາມາດ ນີ່ ຂ້ອຍວ່າດີ; ສະພາ ແຂວງ ມັນກໍມີ ບົດບາດ ໃນການ ລົງຫາ ປະຊາຊົນ ຕາມທິດທາງ ແນວທາງ ການໃຊ້ ງົບປະມານອື່ນໆ ໃຫ້ ປະຊາຊົນ ເຂົາໄດ້ ຮັບຮູ້ນຳ ມັນກໍດີ".
ບັດນີ້ ອີກຂໍ້ ຕໍ່ໄປ ຣັຖທັມມະນູນ ສະບັບ ປັບປຸງ ນີ່ ຈະກຳນົດ ວ່າ ປະທານ ປະເທດ ສາມາດ ຮັບໜ້າທີ່ ໄດ້ ສອງສມັຍ ສມັຍລະ ຫ້າ ປີ ໝາຍຄວາມ ວ່າ 10 ປີ ບໍ່ໃຫ້ເກີນ ນັ້ນ ອັນນີ້ເດ໋ ຄິດແນວໃດ?
"ຄິດວ່າດີ ແຫລະ ເພາະວ່າຫຍັງ ບໍ່ຢາກໃຫ້ ຜູ້ນ່ຶງມີ ອຳນາດ ໄດ້ດົນຫຼາຍ.”
ແຕ່ ນັກຮຽນຮູ້ ປັນຍາຊົນ ລາວ ທ່ານນຶ່ງ ໃຫ້ ຄຳເຫັນວ່າ ເຖິງ ຣັຖທັມມະນູນ ຈະ ປ່ຽນແປງ ແນວໃດ ກໍຕາມ ຣະບອບ ການປົກຄອງ ກໍຍັງ ຄືເກົ່າ ຍັງຜູ້ພາຍໃຕ້ ອຳນາດ ຜະເດັດການ ຂອງ ພັກດຽວ ພັກ ປະຊາຊົນ ປະຕິວັດ ລາວ.
ໃນເວລາ ພິຈາຣະນາ ຮັບຜ່ານ ສະມາຊິກ ສະພາ ແຫ່ງຊາດ ລາວ ຕ່າງກໍປະກອບ ຄຳຄິດ ຄຳເຫັນ ແລະ ທຸກຄົນ ກໍເວົ້າເປັນສຽງ ດຽວກັນ ສະນັບ ສນູນ ຊົມເຊີຍ ຣັຖທັມມະນູນ ສະບັບໃໝ່. ໃນເວລາ ລົງ ຄະແນນສຽງ ປະກົດວ່າ ສະມາຊິກ ສະພາ 108 ທ່ານ ໃນ ຈຳນວນ ທັງໝົດ 109 ທ່ານ ລົງຄະແນນສຽງ ຮັບຜ່ານ ຣັຖທັມມະນູນ ສະບັບ ປັບປຸງ ໃໝ່.