ສາກົລ ຮຽກຮ້ອງໃຫ້ລາວ ສຶກສາ ເຂື່ອນປາກລາຍ ຄືນໃໝ່
2018.10.01
ອົງການອະນຸຮັກ ສະພາບແວດລ້ອມສາກົລ ຮຽກຮ້ອງ ທາງການລາວ ໃຫ້ສຶກສາ ສໍາຣວດອີກເທື່ອໃໝ່ ເຖິງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ທີ່ອາດເປັນໄປໄດ້ ຖ້າຫາກວ່າ ເຂື່ອນປາກລາຍ ຖືກສ້າງກັ້ນແມ່ນໍ້າຂອງ ໃນເຂດແດນ ຂອງລາວ ເປັນແຫ່ງທີ 4 ຕາມແຜນ ຍ້ອນ ການສຶກສາສໍາຣວດ ທີ່ຜ່ານມາ ບໍ່ສອດຄ່ອງ ກັບຄວາມເປັນຈິງ. ຂ່າວ Khmer Times ຣາຍງານ ໂດຍອີງຕາມ ບົດຂຽນ ຂອງທ່ານ Pech Sotheary ໃນມື້ວັນທີ 24 ກັນຍາ 2018 ນີ້ວ່າ ນັກເຂື່ອນໄຫວໂຕຕັ້ງຕົວຕີ ເພື່ອສິ່ງແວດລ້ອມ ຮຽກຮ້ອງ ທາງການສປປລາວ ແລະ ຄນະກັມການ ແມ່ນໍ້າຂອງ MRC ໃຫ້ເລື່ອນໂຄງການ ເຂື່ອນປາກລາຍ ໄປຈົນກວ່າ ຜູ້ມີສ່ວນໄດ້ສ່ວນເສັຽ ທຸກຝ່າຍ ຈະສາມາດ ຕີຣາຄາ ຜົລກະທົບ ທາງດ້ານສະພາບ ແວດລ້ອມ ແລະ ສັງຄົມໄດ້.
ຄໍາຮຽກຮ້ອງ ດັ່ງກ່າວ ມີຂຶ້ນໃນຣະຫວ່າງກອງປະຊຸມ ປຶກສາຫາຣືກັນລ່ວງໜ້າ ຂອງ MRC ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 20 ແລະ 21 ກັນຍາ ກ່ຽວກັບ ໂຄງການເຂື່ອນປາກລາຍ ພາຍຫລັງ ເກີດເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກເມື່ອຄືນວັນທີ 23 ກໍຣະກະດາ ຜ່ານມາ, ຊຶ່ງເຮັດໃຫ້ ນໍ້າປະລິມານ ມະຫາສານ 5 ພັນລ້ານແມັຕກ້ອນ ໄຫລລົງຖ້ວມ ເມືອງສນາມໄຊ, ແຂວງອັດຕະປື ເສັຽຫາຍ ຢ່າງໜັກໜ່ວງ ທັງ ຊີວິດຄົນ ແລະ ຊັບສິນ. ໃນກອງປະຊຸມ ປຶກສາຫາຣືກັນນັ້ນ, ມີຜູ້ເຂົ້າຮ່ວມ ຈາກອົງການ ພາກປະຊາສັງຄົມ, ພາກຣັຖ ແລະ ພາກເອກຊົນ ແລະ ຄູ່ຮ່ວມພັທນາ ຈາກກັມພູຊາ, ລາວ, ວຽດນາມ ແລະ ໄທ.
ຂ່າວ Kmer Times ຣາຍງານ ໂດຍອີງໃສ່ຄໍາເວົ້າ ຂອງທ່ານ An Pich Hatda, ເຈົ້າໜ້າທີ່ MRC ຮັບຜິດຊອບ ຝ່າຍວາງແຜນ ວ່າ ການປຶກສາຫາຣື, ການທົບທວນ ແລະ ອະພິປາຍກັນ ກ່ຽວກັບ ໂຄງການ ສ້າງເຂື່ອນປາກລາຍ ໄດ້ດໍາເນີນໄປ ຢູ່ກອງປະຊຸມຄັ້ງນີ້ ທ່ານເວົ້າວ່າ MRC ເຊື່ອວ່າ ການນໍາສເນີບັນຫາ ແລະ ການພິຈາຣະນາ ຄວາມຄຶດຄວາມເຫັນ ທີ່ຫຼາກຫຼາຍນັ້ນ ເປັນການເສີມສ້າງ ການຮ່ວມມື ໃນເຣື່ອງນໍ້າ ຢູ່ເຂດອ່າງ ແມ່ນໍ້າຂອງ.
ແລະ ຕົວແທນ ຊຸມຊົນປ່າໄມ້ ໃນກັມພູຊາ Thai Bunleang ກໍເວົ້າວ່າ ເຖິງແມ່ນວ່າ ອົງການອະນຸຮັກ ສິ່ງແວດລ້ອມສາກົລ ບໍ່ຄັດຄ້ານ ການສ້າງໂຄງການ ເຂື່ອນປາກລາຍ, ແຕ່ການສຶກສາສໍາຣວດ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຢ່າງລະອຽດນັ້ນ ກໍຈະຕ້ອງ ໄດ້ດໍາເນີນໄປ ເພື່ອຫລີກລ່ຽງ ການສູນເສັຽ ອັນໃຫຍ່ຫຼວງ ທີ່ອາດເປັນໄປໄດ້ ຈາກແມ່ນໍ້າຂອງ. ທ່ານ Bunleang ກ່າວໂດຍຍົກບັນຫາ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ມາເປັນໂຕຢ່າງວ່າ ຫາກພວກທ່ານ ບໍ່ສຶກສາ ຢ່າງຖືກຕ້ອງຖີ່ຖ້ວນນັ້ນ ມັນກໍສາມາດສົ່ງຜົລກະທົບ ໃສ່ຊີວິດ ບໍ່ພຽງແຕ່ ຂອງຊາວກັມພູຊາ ເທົ່ານັ້ນ ແຕ່ຫາກທັງຊາວລາວນໍາດ້ວຍ. ໃນຣະຫວ່າງ ກອງປະຊຸມ, ຜູ້ເຂົ້າຮ່ວມ ຍັງໄດ້ສເນີວ່າ ຄວນປະຕິບັດ ຕາມຣະບຽບ-ຫລັກການ ຢ່າງເຄັ່ງຄັດ ໃນການສ້າງເຂື່ອນຕ່າງໆ ຮວມທັງ ເຂື່ອນປາກລາຍ. ແລະວ່າ MRC ແລະ ອົງການ ຣະດັບຊາດອື່ນໆ ຄວນຮວບຮວມຂໍ້ມູນ ເພື່ອປັບປຸງ ການອອກແບບ ທາງປາ ຂຶ້ນ-ລົງ ຊຶ່ງເປັນເຣື່ອງສໍາຄັນ.
ເຖິງຢ່າງໃດກໍຕາມ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ລາວ ທ່ານນຶ່ງ ທີ່ໄດ້ເຂົ້າຮ່ວມ ກອງປະຊຸມ ປຶກສາຫາຣືກັນລ່ວງໜ້າ, ເຣື່ອງເຂື່ອນປາກລາຍ ທີ່ນະຄອນຫລວງວຽງຈັນ ຕໍ່ RFA ແລ້ວແມ່ນວ່າ ຣັຖບານລາວ ຈະສ້າງ ດັ່ງທ່ານກ່າວຕອນນຶ່ງ ວ່າ:
“ຢູ່ກອງປະຊຸມ ຄະນະກັມການ ແມ່ນໍ້າຂອງ ເຂື່ອນປາກລາຍ ຢູ່ແມ່ນໍ້າຂອງ ຂະເຈົ້າ ມີແຜນລະອຽດແລ້ວ ຂະເຈົ້າ ຕ້ອງສ້າງ ຣັຖບານ ສິສ້າງເນາະ ຜ່ານກະຊວງບໍ່ແຮ່ແລະ ພະລັງງານເນາະ ສິສ້າງຕາມທີ່ເຫັນເພິ່ນບອກ ວ່າເພິ່ນສິສ້າງ ສ່ວນຫລາຍກໍສ້າງເນາະ.”
ແລະວ່າ ທີ່ຜ່ານມາ ຫາກຣັຖບານ ວ່າຈະສ້າງ ກໍແມ່ນຕ້ອງໄດ້ສ້າງ ແຕ່ອັນ ທີ່ແຕກຕ່າງ ສໍາລັບໂຄງການ ເຂື່ອນປາກລາຍນີ້ ຣັຖບານ ໃຫ້ການຄໍ້າປະກັນ ເຣື່ອງມາຕຖານ ເຣື່ອງຄຸນນະພາບ ແລະ ຄວາມປອດພັຍ ຂອງເຂື່ອນ ກ່ອນທີ່ຈະສ້າງ ພາຍຫລັງ ທີ່ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ.
ແລະ ກ່ອນໜ້ານີ້ ຄື ໃນມື້ເປີດກອງປະຊຸມ ຫາຣືກັນກ່ອນລ່ວງໜ້າ 2 ມື້ ທີ່ນະຄອນຫລວງວຽງຈັນ ອົງການກອບກູ້ແມ່ນໍ້າຂອງ Save the Mekong ຊຶ່ງເປັນພັນທະມິດ ຂອງອົງການ ທີ່ບໍ່ຂຶ້ນກັບຣັຖບານ ໄດ້ອອກຖແລງການ ຮຽກຮ້ອງ ໃຫ້ມີການສຶກສາ ສໍາຣວດ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂ້າມຊາຍແດນ ຄືນໃໝ່ ຍ້ອນການສໍາຣວດ ທີ່ຜ່ານມາ ບໍ່ມີຄຸນນະພາບ ແລະ ກ່າຍມາຈາກ ເຂື່ອນປາກແບງ ເປັນສ່ວນໃຫຍ່ ຮວມທັງຮູບພາບ ຕາຕະລາງ ແລະ ເນື້ອໃນການສໍາຣວດ.
ກ່ຽວກັບ ການກ່າວຫາ ເຣື່ອງການກ່າຍ ຈາກຣາຍງານ ເຂື່ອນປາກແບງນັ້ນ, ຂ່າວ Khmer Times ຣາຍງານ ໂດຍອີງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ MRC An Pich Hatda ວ່າ ທີມງານ ຂອງພວກທ່ານ ຈະທົບທວນເບິ່ງ ຣາຍງານ ກ່ຽວກັບ ທັງ 2 ເຂື່ອນ ຄືເຂື່ອນປາກແບງ ແລະ ເຂື່ອນປາກລາຍ ໂດຍຈະບັນທຶກ ສິ່ງທີ່ຄົ້ນພົບ ແລະ ຈະເບິ່ງວ່າ ຂໍ້ບົກຜ່ອງຕ່າງໆ ຂອງເຂື່ອນປາກແບງນັ້ນ ຈະສົ່ງຜົລແນວໃດ ຫລືບໍ່ ຕໍ່ການຕີຣາຄາ ໂຄງການເຂື່ອນປາກລາຍ ໃນຂນະທີ່ ຕົວແທນ ທ່ານນຶ່ງ ທີ່ຂໍສງວນຊື່ ຂອງບໍຣິສັດຈີນ Power- china Resources, ຊຶ່ງຮັບຜິດຊອບ ເຣື່ອງການສ້າງເຂື່ອນປາກລາຍ ບອກວ່າ ທາງບໍຣິສັດ ໄດ້ສລຸບການສຶກສາສໍາຣວດ ຕາມມາຕຖານ ທາງດ້ານເທັກນິກ ນັ້ນແລ້ວ.
MRC ເວົ້າວ່າ ເຂື່ອນປາກລາຍ ເປັນເຂື່ອນໄຟຟ້າແມ່ນໍ້າຂອງ ຕັ້ງຢູ່ແຂວງໄຊຍະບູຣີ ຂອງລາວ ແລະ ເປັນເຂື່ອນແຫ່ງທີ 4 ໃນຈໍານວນ ໂຄງການເຂື່ອນທັງໝົດ 11 ແຫ່ງ ທີ່ຈະສ້າງໃສ່ລໍານໍ້າຂອງ ຕອນລຸ່ມ. ປະເມີນກັນວ່າ ບໍຣິສັດ ພະລັງງານ Powerchina Resources ແລະ ບໍຣິສັດ Electronics ນໍາເຂົ້າ-ສົ່ງອອກ ແຫ່ງຊາດ ຂອງຈີນ ຈະລົງທຶນ ປະມານ 2 ພັນ 100 ລ້ານໂດລາສະຫະຣັຖ ໃສ່ໂຄງການ ສ້າງເຂື່ອນປາກລາຍນີ້. ຕາມສະຖິຕິ ປີ 2017, ລາວ ມີເຂື່ອນໄຟຟ້າ 46 ແຫ່ງທີ່ຜລິດ ຢູ່ໃນປັດຈຸບັນ ແລະ ອີກ 54 ແຫ່ງຢູ່ໃນແຜນ ການ ແລະ ຢູ່ຣະຫວ່າງການກໍ່ສ້າງ ເພື່ອຜລິດໄຟຟ້າ ຈໍາໜ່າຍ ໄປຍັງ ຕ່າງປະເທດ ທີ່ຈະມີ ຣາຍຮັບ ເຖິງ 30 ເປີເຊັນ ຂອງມູນຄ່າ ການສົ່ງສິນຄ້າ ອອກທັງໝົດ ຂອງລາວ.
ເວົ້າເຣື່ອງນະໂຍບາຍ ເຂື່ອນໄຟຟ້າ ຂອງລາວ, ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ກໍໄດ້ກ່າວຢືນຢັນ ຕໍ່ສື່ມວນຊົນຕ່າງປະເທດ ໃນຣະຫວ່າງ ກອງປະຊຸມ ເວທີເສຖກິດໂລກ ກ່ຽວກັບອາຊຽນ ທີ່ໄດ້ມີຂຶ້ນແຕ່ວັນທີ 11 ຫາ 13 ກັນຍາວ່າ ພາຍຫລັງ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເມື່ອ ເດືອນກໍຣະກະດາ ທີ່ຜ່ານມາ ພວກທ່ານ ໄດ້ປະກາດໂຈະ ການອະນຸມັດ ໂຄງການເຂື່ອນໄຟຟ້າໃໝ່ ແລະ ກໍດໍາເນີນການ ກວດກາໂຄງການ ເຂື່ອນຕ່າງໆ ທີ່ກໍາລັງກໍ່ສ້າງ. ພ້ອມດຽວກັນນັ້ນ ທ່ານກໍກ່າວເຖິງ ຄວາມສໍາຄັນ ຂອງການຜລິດໄຟຟ້າ ເພື່ອໃຊ້ພາຍໃນປະເທດ ແລະ ສົ່ງອອກ ສໍາລັບລາວ.
ໃນປັດຈຸບັນ ແລະ ໃນອະນາຄົດ. ທ່ານເວົ້າວ່າ ລາວ ບໍ່ສາມາດ ກາຍເປັນໝໍ້ໄຟ ແຫ່ງເອເຊັຽ ຍ້ອນຄວາມສາມາດ ຂອງລາວ ທີ່ຈະພັທນາ ໄຟຟ້າ ຍັງຈໍາກັດຫຼາຍ ເມື່ອປຽບທຽບ ໃສ່ຄວາມຕ້ອງການ ຂອງປະເທດ ເພື່ອນບ້ານ ເອເຊັຽຕາເວັນອອກນັ້ນ. ແຕ່ລາວ ກໍມີຄວາມສາມາດ ໃນເຣື່ອງ ແຫລ່ງນໍ້າ ຊຶ່ງພວກທ່ານສາມາດ ຜລິດໄຟຟ້າ ໄດ້ພຽງພໍ ສໍາລັບລາວ ແລະ ສົ່ງອອກ. ເວົ້າເຣື່ອງ ການພັທນາໄຟຟ້າ, ພວກທ່ານ ມີພັນທະ ທີ່ຈະເຮັດໃຫ້ແນ່ໃຈວ່າ ການພັທນາ ໂຄງການເຂື່ອນຕ່າງໆ ແຕ່ນີ້ໄປ ຄວນຢູ່ບົນພື້ນຖານ ການວາງແຜນ ທີ່ຣະມັດຣະມັດຣະວັງ ແລະ ການອອກແບບ ທີ່ດີ.
ຫາກເວົ້າເຖິງ ເຣື່ອງການພັທນາ ໂຄງການຜລິດໄຟຟ້າ ໂດຍສະເພາະ ໂຄງການຂນາດໃຫຍ່ໆ ພວກທ່ານ ກໍຕ້ອງໄດ້ໃຫ້ ພວກຮຸ້ນສ່ວນ ໃນພາກພື້ນ ແລະສາກົລ ຮ່ວມສຶກສາ ຄວາມເປັນໄປໄດ້ ເປັນຕົ້ນ ພາຍໃນຂອບວຽກງານ ຂອງ MRC. ທ່ານ ທອງລຸນ ເວົ້າວ່າ ການສ້າງເຂື່ອນໄຟຟ້າ ເປັນວິທີທາງ ທີ່ດີຫຼາຍ ເພື່ອສ້າງຣາຍຮັບ, ພະລັງງານ ທີ່ຟື້ນຄືນໄດ້ ແລະສະອາດ.
ເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ທີ່ເກີດຂຶ້ນ ໃນເດືອນ ກໍຣະກະດານັ້ນ ເປັນສິ່ງທີ່ພວກທ່ານ ຈະຖືເອົາ ເປັນບົດຮຽນ ໃນການເດີນໄປ ຂ້າງໜ້າ ແລະ ທັງເວົ້າວ່າ ລາວ ຈະສືບຕໍ່ສຶກສາ ທາງເລືອກອື່ນ ເພື່ອພະລັງງານ ທີ່ຍືນຍາວ ແລະ ສະອາດ ເປັນຕົ້ນ ພະລັງງານແສງອາທິດ ແລະ ລົມ.