ຄົນງານລາວໃນໄທໃຫ້ມາຂຶ້ນ ທະບຽນ

ອຸ່ນແກ້ວ ສຸກສະຫວັນ
2015.02.02
F-image2 ທາງການລາວ ຂໍໃຫ້ ນາຍຈ້າງໄທ ນຳຄົນງານລາວ ມາຂຶ້ນທະບຽນ ພິສູດ ສັນຊາດ
RFA

ທ່ານ ບຸນມາ ສິດທິໂສມ ຮອງ ຫົວໜ້າ ພັທນາ ສີມື ແຮງງານ ແລະ ຈັດຫາ ວຽກ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ຂອງລາວ ໄດ້ ຂໍຮ້ອງ ໃຫ້ ນາຍຈ້າງ ໄທ ນໍາເອົາ ຄົນງານ ລາວ ທີ່ ຢູ່ພາຍໃຕ້ ການຄຸ້ມຄອງ ຂອງ ເຂົາເຈົ້າ ມາພິສູດ ສັນຊາດ ຢູ່ ສູນກວດກາ ແລະ ພິຈາຣະນາ ອະນຸຍາດ ການ ເຮັດວຽກ ຂອງ ຄົນ ຕ່າງດ້າວ ສັນຊາດ ລາວ, ສັນຊາດ ພະມ້າ ແລະ ກຳພູຊາ ປະຈຳ ແຂວງ ສມຸດປຣາການ ຂອງໄທ ໃຫ້ ຮຽບຮ້ອຍ ເຖີງວ່າ ຈະມີ ຄົນງານ ລາວ ມາພິສູດ ສັນຊາດ ປະມານ 5,000 ຄົນ ແລ້ວ ກໍຕາມ. ດັ່ງ ທ່ານ ກ່າວວ່າ:

"ໃຫ້ນາຍຈ້າງ ກະດີ ແຮງງານ ລາວ ທີ່ ເຮັດວຽກ ບໍ່ຖືກຕ້ອງ ຕາມ ກົດໝາຍ ຢ່າງ ຢັ້ງຍືນ ຫັ້ນນ່າ ກໍຂໍໃຫ້ ມາເຮັດ ມາອອກ ເອກສານ ໃຫ້ ມັນຖືກຕ້ອງ ນຳ ໜ່ວຍງານ ເຮົາຊະ ສະຖານທີ່ ກໍຢູ່ສູນ ກວດກາ ສັນຊາດ ແຮງງານ ຕ່າງດ້າວ ທີ່ ຈັງຫວັດ ສມຸດປຣາການ".

ທ່ານ ບຸນມາ ກ່າວວ່າ ເມື່ອ ຄົນງານ ລາວ ມາພິສູດ ສັນຊາດ ເປັນທີ່ ຮຽບຮ້ອຍ ແລ້ວ ກໍຈະໄດ້ ຮັບ ໜັງສື ຢັ້ງຢືນ ຕົວ ບຸກຄົນ ເພື່ອ ທີ່ຈະອອກ ໜັງສື ເດີນທາງ ແບບ ຊົ່ວຄາວ 2 ປີ ແລະ ອອກບັດ ແຮງງານ ໃຫ້ ຊຶ່ງຈະໄດ້ ຄ່າ ແຮງງານ ຂັ້ນຕ່ຳ 300 ບາດ ຕໍ່ມື້ ຕາມ ຣະບຽບ ຂອງ ກະຊວງ ແຮງງານ ຂອງໄທ ຮວມທັງ ຈະໄດ້ຮັບ ສິດຕ່າງໆ ຕາມ ກົດໝາຍ ແຮງງານ ໄທ ແລະ ຍັງ ຈະບໍ່ມີ ຄວາມສ່ຽງ ຕໍ່ການຖືກ ກົດຂີ່ ຄ່າ ແຮງງານ ຈາກ ນາຍຈ້າງ.

ແຕ່ ອຸປສັກ ກໍຄື ຍັງມີ ຄົນງານ ອີກ ຈຳນວນ ຫລາຍ ບໍ່ທັນມາ ພິສູດ ສັນຊາດ ໃນຈຳນວນ ແຮງງານ ລາວ ທີ່ເຮັດວຽກ ຢູ່ ປະເທດ ໄທ ທັງໝົດ ປະມານ 200,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.