ນັກຣົບເກົ່າໄວ້ອາລັຍເພື່ອນ ທະຫານ
2014.05.17

ໃນ ຕອນເຊົ້າ ວັນພະຫັດ ທີ 15 ພຶສພາ, ບັນດາ ນັກຣົບເກົ່າ ລາວ-ອະເມຣິກັນ ໄດ້ຈັດ ພິທີ ວາງ ພວງມະລາ ເພື່ອ ໄວ້ອາລັຍ ແກ່ ດວງ ວິນຍານ ທະຫານ ກອງທັບ ແຫ່ງ ພຣະຣາຊ ອານາຈັກ ລາວ ທີ່ໄດ້ ເສັຍຊີວິດ ໃນ ປາງ ສົງຄາມ ວຽດນາມ, ຊຶ່ງ ພິທີ ດັ່ງກ່າວ ໄດ້ຈັດຂຶ້ນ ທີ່ສຸສານ ແຫ່ງຊາດ ອາລິງຕັນ, ຣັດ ເວີຈີເນັຍ, ສະຫະຣັດ ອະເມຣິກາ ໂດຍການ ນຳພາ ຂອງ ສະຖາບັນ ນັກຣົບ ເກົ່າລາວ ແຫ່ງຊາຕ ອະເມຣິກາ.
ທາງ ສະຖາບັນ ໄດ້ເຊີນ ເຈົ້າໜ້າທີ່ ສະຫະຣັດ ເຂົ້າຮ່ວມ ແລະ ກ່າວປາສັຍ, ຮວມທັງ ສະມາຊິກ ສະພາ ສູງ ຈາກ ຫລາຍໆຣັດ. ສ່ວນຜູ່ ທີ່ມາບໍ່ ສາມາດ ເຂົ້າຮ່ວມ ກໍໄດ້ສົ່ງ ຕົວແທນ ມາ ດັ່ງທ່ານ ເຄິກຄ໌ ແພທຣິກທ໌, ຕົວແທນ ຂອງທ່ານ ມາຣ໌ກ ເບກິກຈ໌, ສະມາຊິກ ສະພາ ສູງ ຈາກຣັດ ອາລັສກາ, ສັງກັດຣັດ ດີໂມຄະເຣດ, ກ່າວ ໃນຕອນ ນຶ່ງວ່າ:
“ພວກເຮົາ ຢາກມີ ສ່ວນຮ່ວມ ເພື່ອຮັບ ປະກັນ ວ່າ ພວກເຮົາ ຖືໂອກາດ ນີ້ ໃນນາມ ຣັຖສະພາ ເພື່ອໃຫ້ກຽດ ບັນດາ ເຫລົ່າ ທະຫານ ທີ່ເກັ່ງກ້າ ເສັຍສຣະ ເພື່ອ ປະເທດ ຂອງ ພວກເຮົາ ເມື່ອຫລາຍປີຜ່ ານມາ. ຖ້າບໍ່ມີ ທະຫານ ຜູ່ກ້າຫານ ເຫລົ່ານີ້ແລ້ວ, ທະຫານ ອະເມຣິກັນ ຫລາຍໆ ຄົນ ອາດຈະ ບໍ່ມີໂອກາດ ກັບ ຄືນບ້ານ.”
ໃນພິທີ ດັ່ງກ່າວ ມີ ຕົວແທນ ຈາກ ສະມາຄົມ ນັກຣົບ ເກົ່າລາວ ແລະ ມົ້ງ-ອະເມຣິກັນ ຈາກ ຫລາຍໆ ຣັດ ເຂົ້າຮ່ວມ ເປັນຕົ້ນແມ່ນ ຣັດ ອາລັສກາ, ແຄລີຟໍເນັຍ, ວິສຄອນຊິນ, ໂຣດໄອເລິນ, ແທັກຊັດສ໌, ໂອກະລາໂຮມາ.
ພັນເອກ ວັງຢີ່ ວັງ ຈາກຣັດ ແຄລີຟໍເນັຍ, ປະທານ ສະຖາບັນ ນັກຣົບ ເກົ່າລາວ ແຫ່ງຊາຕ ອະເມຣິກາ, ກ່າວວ່າ ຕໍ່ ວິທຍຸ ເອເຊັຍ ເສຣີ ກ່ຽວກັບ ການຈັດ ພິທີ ດັ່ງກ່າວ ໃນຕອນນຶ່ງ ວ່າ:
“ພີ່ນ້ອງລາວ ເຮົາ ໄດ້ ຊົດຊ່ວຍ ສະຫະຣັດ ອະເມຣິກາ ເຮັດສົງຄາມ ວຽດນາມ. ຫລັງຈາກ ທີ່ ອະເມຣິກາ ຖອນອອກ ຈາກລາວ ພວກເຮົາ ຊາວລາວ ນີ້ ກໍຖືກເປັນ ເປົ້າໝາຍ ຕໍ່ໄປ ໃຫ້ ພວກທະຫານ ວຽດນາມ ພວກທີ່ ຈະມາ ດັບສູນ ແລະ ຈຳເປັນ ຢູ່ບໍ່ໄດ້ ກໍໄດ້ມາ ສະຫະຣັດ ອະເມຣິກາ ນີ້.”
ພິທີ ໄວ້ອາລັຍ ແກ່ ດວງ ວິນຍານ ຂອງ ທະຫານ ກອງທັບ ແຫ່ງ ພຣະຣາຊ ອານາຈັກ ລາວ ທີ່ ເສັຍຊີວິດ ໃນປາງ ສົງຄາມ ວຽດນາມ ໄດ້ ຈັດຂຶ້ນ ທຸກໆປີ ໃນກາງເດືອນ ພຶສພາ ທີ່ ສຸສານ ແຫ່ງຊາຕ ອາລິງເຕັນ ຕັ້ງແຕ່ ມີການ ວາງ ສີລາຣືກ ປີ 1997 ເປັນ ຕົ້ນມາ.